ທ.ຈູມມະລີໄຊຍະສອນ ໄປ ວຽດນາມ
2014.08.25

ການໄປ ວຽດນາມ ຂອງ ທ່ານ ຈູມມະລີ ໄຊຍະສອນ ຫົວໜ້າ ພັກ ປະຊາຊົນ ປະຕິວັດ ລາວ ໃນ ທ້າຍເດືອນ ສິງຫາ 2014 ນີ້ ກໍເພື່ອ ຂໍຄວາມເຫັນ ໃນການ ແກ້ໄຂ ຣັຖທັມນູນ ສປປ ລາວ.
ການ ແລກປ່ຽນ ການຢ້ຽມຢາມ ຊຶ່ງ ກັນແລະກັນ ຣະຫວ່າງ ຜູ້ນໍາ ສູງສຸດ ສປປລາວ ແລະ ວຽດນາມ ມີມາ ຢ່າງລຽນຕິດ ແລະ ຄັ້ງ ຫລ້າສຸດ ນີ້ ກໍແມ່ນ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ໄປ ຢ້ຽມຢາມ ວຽດນາມ ແຕ່ວັນທີ 18 ຫາ ວັນທີ 21 ສິງຫາ 2014 ຊຶ່ງ ເຫັນວ່າ ມີ ຈຸດປະສົງ ທາງ ການເມືອງ ຫຼາຍກວ່າ ໃນຂນະທີ່ ຜູ້ນໍາລາວ ກໍາລັງ ຫ້າງຫາ ກະຕຣຽມ ປັບປຸງ ແກ້ໄຂ ຣັຖທັມນູນ ຂອງຕົນ ທີ່ ບໍ່ສອດຄ່ອງ ກັບ ສະພາບ ຄວາມເປັນຈິງ ຂອງ ສັງຄົມ ລາວ ຢູ່ນີ້, ຈະເຫັນໄດ້ ຈາກ ການປະກອບ ຄນະ ຜູ້ແທນ ຊຶ່ງ ຄົນສໍາຄັນ ກໍມີແຕ່ ທ່ານ ທອງລຸນ ສີສຸລິດ ກັມການ ກົມການເມືອງ ສູນກາງ ພັກ ຣັຖມົນຕຣີ ກະຊວງ ການ ຕ່າງປະເທສ ແລະ ທ່ານ ຈັນສີ ໂພສີຄໍາ ເລຂາທິການ ສູນກາງ ພັກ, ຫົວໜ້າ ຄນະຈັດຕັ້ງ ສູນກາງພັກ ເທົ່ານັ້ນ.
ທ່ານ ຈູມມະລີ ໄດ້ພົບປະ ກັບ ທ່ານ ຫງວຽນ ຟູ ຈ໊ອງ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ວຽດນາມ ຊຶ່ງ ມີ ການກ່າວຂານ ກັນວ່າ ເປັນພັກ ທີ່ ໃຫ້ກໍາເນີດ ພັກ ປະຊາຊົນ ປະຕິວັດ ລາວ ໄດ້ພົບປະ ກັບ ທ່ານ ເຈືອງ ເຕິນ ຊາງ ກັມການ ກົມການເມືອງ ສູນກາງ ພັກ ປະທານ ປະເທສ ວຽດນາມ.
ການ ພົບປະກັນ ຄັ້ງນີ້ ກໍຄືກັນ ກັບ ທຸກໆຄັ້ງ ຜ່ານມາ ແຕ່ລະຝ່າຍ ຕ່າງ ກໍສະແດງ ອອກ ທາງພາຍນອກ ໃຫ້ເຫັນເຖິງ ມິຕພາບ ອັນດູດດື່ມ ຄວາມ ສາມັກຄີ ພິເສດ ການຮ່ວມມື ຮອບດ້ານ ແລະ ຄວາມ ໄວ້ວາງ ໃຈ ຊຶ່ງກັນ ແລະກັນ ຂນະທີ່ ເມື່ອ ທ້າຍເດືອນ ກໍຣະກະດາ ທີ່ ຜ່ານມານີ້ ໃນຣະຫວ່າງ ທີ່ ພົບປະກັບ ທ່ານ Xi Jinping ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ຈີນ ຢູ່ ກຸງ ປັກກິ່ງ ເມື່ອ ທ້າຍ ເດືອນ ກໍຣະກະດາ ທີ່ ຫາກໍ ຜ່ານມານີ້ ທ່ານ ຈູມມະລີ ໄຊຍະສອນ ກໍໄດ້ກ່າວ ເຖິງການ ເພີ່ມ ທະວີ ມິຕພາບ ແລະ ຄວາມ ສາມັກຄີ ອັນເປັນ ມູນເຊື້ອ ຣະຫວ່າງ ປະຊາຊົນ 2 ຊາດ ລາວ-ຈີນ ແລະ ທັງວ່າ ຈະ ສົ່ງເສີມ ການຮ່ວມມື ຮອບດ້ານ ທັງສາຍ ພັກແລະຣັຖ ຣະຫວ່າງ 2 ປະເທສ ບົນພື້ນຖານ ຂອງການ ພົວພັນ ແບບ ຄູ່ຮ່ວມມື ຍຸທສາດ ຮອບດ້ານ ໝັ້ນຄົງ ຍາວນານ ໂດຍສະແດງ ອອກ ເຖິງ ໄມຕຣີຈິດ ມິຕພາບ ແລະ ຄວາມ ໄວ້ເນື້ອ ເຊື່ອໃຈ ຈີນ ຊຶ່ງ ນັກ ສັງເກດ ການ ການເມືອງ ເບິ່ງຄືວ່າ ສິ່ງ ດັ່ງກ່າວ ກະທົບ ໂດຍກົງ ຕໍ່ ວຽດນາມ ທີ່ມີການ ຂັດແຍ່ງ ກັນແຮງ ກັບ ຈີນ ກ່ຽວກັບ ບັນຫາ ເຂດນໍ້າ ດິນແດນ ຢູ່ທະເລ ຈີນ ໃຕ້ ອັນເປັນທາງ ເດີນ ເຮືອສິນຄ້າ ທີ່ ສໍາຄັນ, ແຫລ່ງ ການປະມົງ ແລະ ເຊື່ອກັນວ່າ ອູດົມ ໄປດ້ວຍ ຊັພຍາກອນ ທັມຊາດ ເຊັ່ນ ນໍ້າມັນ ແລະ ແກັສ ຊຶ່ງ ວຽດນາມ ອ້າງ ເປັນ ກັມມະສິດ ສ່ວນນຶ່ງ ຂນະທີ່ ຈີນ ອ້າງເອົາ ເກືອບວ່າ ທັງໝົດ.
ຢ່າງໃດ ກໍຕາມ ຜູ້ນໍາ ສປປລາວ ປັດຈຸບັນ ກໍ ພຍາຍາມ ຫລີກລ້ຽງ ບັນຫາ ຂັດແຍ່ງ ຣະຫວ່າງ ວຽດນາມ ແລະ ຈີນ ທີ່ວ່ານັ້ນ ຂນະທີ່ ຕົນ ຕ້ອງໄດ້ ອາສັຍ ພັຍເພິ່ງ ການຊ່ວຍເຫລືອ ອັນຈໍາເປັນ ແລະ ຮີບດ່ວນ ຂອງ ທັງ 2 ປະເທສ ນີ້ຢູ່ ເຖິງແມ່ນ ໃນທີ່ສຸດ ຕົນຈໍາເປັນ ທີ່ ຈະຕ້ອງໄດ້ ເຂົ້າຂ້າງໃດ ຂ້າງນຶ່ງ ຫລື ຝ່າຍໃດ ຝ່າຍນຶ່ງ ຢ່າງຫລີກລ້ຽງ ບໍ່ໄດ້ ເມື່ອ ສະພາບການ ບັງຄັບ ແລະ ເວລານັ້ນ ມາເຖິງ. ກ່ອນ ສະພາບການ ບັງຄັບ ແລະ ເວລານັ້ນ ມາເຖິງ ທາງການ ລາວ ກໍຈະເວົ້າ ດີ ທໍາດີ ກັບທັງ ວຽດນາມ ແລະ ຈີນ ຢູ່ຕໍ່ໄປ ດັ່ງ ທີ່ ຈະຮູ້ໄດ້ ຢູ່ໃນມະຕິ 9 ຂອງ ພັກ. ເວົ້າສະເພາະ ຕໍ່ ວຽດນາມ ທ່ານ ຈູມມະລີ ໄດ້ກ່າວວ່າ:
"ພັກເຮົາ ແລະຣັຖ ເຮົາໄດ້ຍຶດໝັ້ນ ຢ່າງສເມີ ຕົ້ນ ສເມີປາຍ ສາຍພົວພັນ ມິຕພາບ ອັນ ຍິ່ງໃຫຽ່ ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ກັບ ສສ ວຽດນາມ".
ກ່ຽວກັບ ເຣື່ອງນີ້ ນັກ ສັງເກດການ ການເມືອງ ເຫັນວ່າ ພາຍນອກ ເບິ່ງຄືວ່າ ຜູ້ນໍາ ສປປລາວ ເອົາຕົວ ອອກຫ່າງ ຫລື ລອດອອກຈາກ ບັນຫາ ຂັດແຍ່ງ ທີ່ ເປັນພື້ນຖານ ແລະ ຮຸນແຮງ ຣະຫວ່າງ 2 ປະເທສ ວຽດນາມ ກັບ ຈີນ ນັ້ນໄດ້ ຄືວ່າ ສປປ ລາວ ຢູ່ສະບາຍ ແລະ ຢາກໃຫ້ 2 ປະເທສ ນີ້ແກ້ໄຂ ຂໍ້ຂັດ ແຍ່ງ ນັ້ນ ທາງການທູດ ໂດຍ ສັນຕິວິທີ. ແຕ່ໃນ ເນື້ອແທ້ ແລະ ໃນສ່ວນເລິກ ແລ້ວ ແມ່ນ ຮ້ອນຮົນ ແລະ ພຍາຍາມ ເຮັດທຸກສິ່ງ ທຸກຢ່າງ ເພື່ອບໍ່ໃຫ້ ຕົນ ຈົນຕາແຈ ແລະ ຕົກເຂົ້າຫລຸມ ຂອງ ຄວາມຂັດແຍ່ງ ທີ່ວ່ານັ້ນ ເຖິງແມ່ນວ່າ ໃນຣະຫວ່າງ ພົບປະ ກັບ ທ່ານ ຫງຽວນ ຟູ ຈ໊ອງ ແລະ ຜູ້ນໍາ ວຽດນາມ ຄົນອື່ນໆ ທ່ານ ຈູມມະລີ ໄຊຍະສອນ ໄດ້ຢືນຢັນ ວ່າ ເຖິງວ່າ ຈະຢູ່ໃນ ສະຖານະການ ອັນໃດ ກໍຕາມ ສປປລາວ ກໍຈະເຮັດ ສຸດຄວາມ ສາມາດ ຂອງຕົນ ພ້ອມກັບ ສສວຽດນາມ ເພື່ອ ປົກປັກ ຮັກສາ ແລະ ເສີມຂຍາຍ ສາຍ ພົວພັນ ຄວາມ ສາມັກຄີ ພິເສດ ນັ້ນ ໃຫ້ນັບມື້ ນັບມີ ປະສິດທິຜົລ ເພື່ອຄວາມ ວັທນາ ຖາວອນ ຂອງ ແຕ່ລະ ປະເທສ ເພື່ອ ພາລະກິດ ສັນຕິພາບ ສະເຖັຽຣະພາບ ການຮ່ວມມື ແລະ ການພັທນາ ຢູ່ ໃນພາກພື້ນ ແລະ ໃນໂລກ.
ໃນຣະຫວ່າງ ການ ໄປຢ້ຽມຢາມ ວຽດນາມ ຄັ້ງ ຫລ້າສຸດ ນີ້ ກໍວ່າໄດ້ ປຶກສາ ຫາລື ກັນ ກ່ຽວກັບ ທິດທາງ ແຫ່ງການ ເພີ່ມທະວີ ສາຍພົວ ພັນມິຕພາບ ຄວາມ ສາມັກຄີ ພິເສດ ແລະ ການຮ່ວມມື ຮອບດ້ານ ລາວ ວຽດນາມ ໃນ ຕໍ່ໜ້າ ແລະ ທັງ ກ່ຽວກັບ ສະພາບການ ພາກພື້ນ ແລະ ສາກົນ ຈໍານວນນຶ່ງ ຊຶ່ງ ທັງສອງຝ່າຍ ບໍ່ໄດ້ ເປີດເຜີຍ ໃຫ້ ພາຍນອກ ຮູ້ວ່າ ມີບັນຫາ ຢູ່ ທະເລຈີນໃຕ້ ນັ້ນນໍາ ຫລືບໍ່. ໃນການ ໄປ ຢ້ຽມຢາມ ວຽດນາມ ຂອງ ທ່ານ ຈູມມະລີ ໄຊຍະສອນ ຄັ້ງນີ້ ທ່ານ ວັນລັງ ຄໍາສີ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາ ສະຫະຣັຖ ອະເມຣິກາ ມີຂໍ້ ສັງເກດ ຫລາຍຢ່າງ ຮວມທັງ ບ່ອນຍົນ ໄປລົງ ກໍບໍ່ ແມ່ນ ຮ່າໂນ້ຍ ເມືອງຫລວງ ຂອງ ວຽດນາມ ແຕ່ຫາກໄປ ລົງ ນະຄອນ ໂຮຈິມິນ:
"ແຕ່ວ່າການ ຢ້ຽມຢາມ ເທື່ອນີ້ ມີແປກ ນ້ອຍນຶ່ງ ໄປຕ້ອນຮັບ ກັນຢູ່ ໄຊງ່ອນ ພຸ້ນໃດ໋ ຕາມຂ່າວ ຂອງ Vientiane Times ວ່າຊັ້ນເທາະ ໄປ໋ ກະເປັນໜ້າ ສັງເກດ ກ່ອນ ໄປຢ້ຽມຢາມ ວຽດນາມ ຄັ້ງນີ້ ແມ່ນເພີ່ນ ໄດ້ໄປ ຢ້ຽມຢາມ ຈີນ ເພີ່ນໄດ້ ໄປ ວຽດນາມ ອີກ ຊັ້ນນະ ອັນນີ້ມັນ ກໍ ສໍ່ສະແດງ ແນວນຶ່ງອີກ ເພາະວ່າມັນ ລັກສນະ ປະຈໍາ ຢູ່ແລ້ວ ຄັນວ່າ ຜູ້ນໍາລາວ ນີ້ອອກໄປ ຢ້ຽມຢາມ ຫຼື ວ່າມີການ ຕິດຕໍ່ ກັບ ຕ່າງ ປະເທສ ທຸກໆຄັ້ງ ວຽດນາມ ພຍາຍາມ ເຊື້ອເຊີນ ໃຫ້ ຜູ້ນໍາລາວ ນີ້ໄປ ຄັນໄປ ກະວ່າໄປ ຢ້ຽມຢາມ ສາຍສໍາພັນ ຄືເກົ່າ ເຮັດຫຍັງ ກະຕາມ ລາວ ຈະຕ້ອງໄດ້ ໄປຣາຍງານ ໃຫ້ ວຽດນາມ ຖືວ່າ ເປັນຫຸ່ນ ຂອງ ວຽດນາມ ກະວ່າໄດ້".
ແຕ່ ເຖິງຢ່່າງໃດ ກໍມີ ຣາຍງານວ່າ ທ່ານ ຈູມມະລີ ໄດ້ ຕີຣາຄາ ສູງ ສາຍພົວພັນ ທີ່ ມີມູນເຊື້ອ ຄວາມ ສາມັກຄີ ພິເສດ ຣະຫວ່າງ ສອງພັກ ສອງຣັຖ ແລະ ປະຊາຊົນ ສອງ ຊາດລາວ ວຽດນາມ ທີ່ນັບມື້ ນັບໄດ້ ຮັບການ ເສີມຂຍາຍ ເຂົ້າສູ່ ລວງເລິກ, ມີ ປະສິດທິຜົລ ແລະ ແທດຕົວຈິງ ໃນທຸກ ຂົງເຂດ. ພ້ອມກັນ ນັ້ນ ທ່ານກໍໄດ້ ສະແດງ ຄວາມ ຂອບໃຈ ຢ່າງເລິກເຊິ່ງ ຕໍ່ພັກ ຣັຖ ແລະ ປະຊາຊົນ ວຽດນາມ ທີ່ໃຫ້ການ ສນັບ ສນູນ ຊ່ວຍເຫລືອ ອັນໃຫຽ່ຫຼວງ ລໍ້າຄ່າ ທັນການ ແລະ ໝົດຈິດ ໝົດໃຈ ແກ່ພັກ ຣັຖ ແລະ ປະຊາຊົນ ລາວ ເມື່ອ ກ່ອນ ກໍຄືໃນ ປັດຈຸບັນ.
ໃນການ ໄປຢ້ຽມຢາມ ວຽດນາມ ແຕ່ ວັນທີ 18 ຫາວັນທີ 21 ສິງຫາ ນີ້ ນອກຈາກ ໄດ້ພົບປະ ກັບ ທ່ານ ຫງຽວນ ຟູ ຈ໊ອງ ເລຂາທິການ ໃຫຽ່ ຄນະ ບໍຣິຫານ ງານ ສູນກາງ ພັກ ຄອມມິວນິສ ວຽດນາມ ກັບ ທ່ານ ເຈືອງ ເຕິນ ຊາງ ປະທານ ປະເທສ ວຽດນາມ ແລ້ວ ທ່ານ ຈູມມະລີ ໄຊຍະສອນ ຍັງໄດ້ຖືກ ຕ້ອນຮັບ ຈາກ ທ່ານ ເລ ແທັງ ຫາຍ ກັມການ ກົມການເມືອງ ສູນກາງ ພັກ, ເລຂາ ຄນະພັກ ນະຄອນ ໂຮຈິມິນ, ໄດ້ ຢ້ຽມຢາມ ພື້ນທີ່ ການຜລິດ ແລະ ວັທນະທັມ ຈໍານວນ ນຶ່ງ ຢູ່ ນະຄອນໂຮຈິມັນ ແລະ ແຂວງ ເລິມດົ່ງ.
ສລຸບຄວາມ ແລ້ວ ເຫັນວ່າ ໃນການ ໄປ ຢ້ຽມຢາມ ວຽດນາມ ແລະ ການພົບປະ ຣະຫວ່າງ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ຫງຽວນ ຟູ ຈ໊ອງ ຄັ້ງນີ້ ມີ ແຕ່ເວົ້າເຖິງ ການ ຢືນຢັນ ແນວທາງ ນະໂຍບາຍ ຂອງ ແຕ່ລະ ຝ່າຍ ໃຫ້ກັນຮູ້ ອີກຕື່ມ, ເປັນການ ຢ້ຽມຢາມ ຕາມ ປົກກະຕິ ທີ່ເຄີຍ ປະຕິບັດ ກັນມາ ຕາມ ປະເພນີ ຂອງ ຜູ້ນໍາ ສູງສູດ ສອງ ປະເທສ ທີ່ ປົກຄອງ ດ້ວຍ ຣະບອບ ຜະເດັດການ ນີ້ ແຕ່ ນັກການເມືອງ ຄາດວ່າ ໃນເຣື່ອງ ຕ່າງໆທີ່ ທາງ ຝ່າຍລາວ ແຈ້ງໃຫ້ຝ່າຍ ວຽດນາມ ນັ້ນ ມີຮວມທັງ ການປັບປຸງ ຣັຖທັມນູນ ຂອງ ສປປລາວ ທີ່ ທາງການລາວ ໄດ້ ຈັດຕັ້ງ ຄນະ ກັມການ ຣະດັບ ຊາດ ຊຶ່ງ ປະກອບ ດ້ວຍ 17 ຄົນ ອັນມີ ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາ ແຫ່ງຊາດ ເປັນປະທານ.