ປະຊາຊົນລາວຮຽນພາສາ ວຽດນາມ
2014.09.15

ຣັຖບານ ລາວ ຈັດໃຫ້ ມີການສອນ ພາສາ ວຽດນາມ ໃຫ້ ພະນັກ ງານ ເຈົ້າໜ້າທີ່ ແລະ ປະຊາຊົນ ເພື່ອ ຍົກຣະດັບ ຄວາມຮູ້ພາສາ ວຽດນາມ ໃຫ້ດີຂຶ້ນ; ແຕ່ ຊາວລາວ ຫລາຍຄົນ ກັບເຫັນວ່າ ນັ້ນ ເປັນການ ແພ່ຂຍາຍ ອິດທິພົນ ຂອງ ວຽດນາມ ຢູ່ ໃນລາວ.
ທາງການລາວ ໃຫ້ມີການ ສອນ ພາສາ ວຽດນາມ ໃຫ້ ພະນັກງານ ແລະ ເຈົ້າໜ້າທີ່ ຂອງ ຣັຖບານ ເປັນປະຈຳ ຕົວຢ່າງ ເມື່ອ ທ້າຍ ເດືອນ ທີ່ແລ້ວ ອົງການ ອັຍການ ສານ ປະຊາຊົນ ສູງສຸດ ກໍໄດ້ ສອນ ພາສາ ວຽດນາມ ໃຫ້ແກ່ ພະນັກງານ ແລະ ເຈົ້າໜ້າທີ່ ຂອງຕົນ ທີ່ ນະຄອນ ຫລວງ ວຽງຈັນ. ໜັງສືພິມ ປະຊາຊົນ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຣາຍງານ ວ່າ ທ່ານ ຄຳສານ ສຸວົງ ຫົວໜ້າ ອົງການ ອັຍການ ສານ ປະຊາຊົນ ສູງສຸດ ກ່າວວ່າ ຈຸດປະສົງ ຂອງ ການຝຶກ ອົບຮົມ ເທື່ອນີ້ ແມ່ນເພື່ອ ຍົກຣະດັບ ຄວາມ ຮູ້ ພາສາ ວຽດນາມ ໃຫ້ແກ່ ພະນັກງານ ແລະ ເຈົ້າໜ້າທີ່ ອົງການ ອັຍການ ສານ ໃນທົ່ວ ປະເທດ.
ອາຈານ ສອນພາສາ ວຽດນາມ ຈາກ ມະຫາວິທຍາໄລ ແຫ່ງຊາດ ລາວ ເປັນຜູ້ສອນ ພະນັກງານ ເຫລົ່ານີ້ ໃຫ້ ສາມາດ ເວົ້າ ອ່ານ ຟັງ ຂຽນ ແລະ ເຮັດວຽກ ຮ່ວມກັບ ຊາວວຽດນາມ ແລະ ເຈົ້າໜ້າທີ່ ວຽດນາມ ໄດ້ ໂດຍສະເພາະ ເຈົ້າໜ້າທີ່ ວຽດນາມ ທີ່ ຢູ່ໃກ້ໆ ກັບເຂດ ຊາຍແດນ ວຽດນາມ.
ນັ້ນແມ່ນ ການສອນ ພາສາ ວຽດນາມໃນສະເພາະ ອົງການ ຫລື ກົມກອງ ນຶ່ງ ໃນ ຣັຖບານ ລາວ ເທົ່ານັ້ນ, ຄວາມຈິງ ທາງການລາວ ສອນ ພາສາ ວຽດນາມ ໃຫ້ແກ່ ປະຊາຊົນ ຂອງຕົນ ໃນທຸກ ກະຊວງ ກົມກອງ ແລະ ໃນທົ່ວ ປະເທດ ໃນຣະຍະ ເວລາ ຫລາຍສິບປີ ທີ່ ຜ່ານມາ. ຄນະຜູ້ນຳ ລາວ ເກືອບທຸກຄົນ ໄດ້ຮັບ ການສຶກສາ ໃນ ວຽດນາມ ໄປຝຶກ ອົບຮົມ ຢູ່ ສະຖາບັນ ການເມືອງ ແລະ ການປົກ ຄອງ ໂຮຈີມິນ ຂອງ ວຽດນາມ ເປັນປະຈຳ.
ສະມາຊິກ ພັກ ປະຊາຊົນ ປະຕິວັດ ລາວ ແລະ ເຈົ້າໜ້າທີ່ ຣັຖບານ ສປປລາວ ໃນເກືອບ ທຸກຂັ້ນ ກໍໄປ ຝຶກອົບຮົມ ຢູ່ ວຽດນາມ ເລື້ອຍໆ. ຫລາຍຄົນ ຕ້ອງໄປ ຍົກຣະດັບ ຄວາມຮູ້ ຢູ່ ວຽດນາມ ຈຶ່ງໄດ້ ເລື່ອນຊັ້ນ ຫລື ໄດ້ຮັບ ຕຳແໜ່ງ ສູງຂື້ນ. ດັ່ງ ຊາວລາວ ຄົນນຶ່ງ ເວົ້າວ່າ:
"ຜູ້ໃດ ບໍ່ໄປຮຽນ ວຽດນາມ ກໍຈະບໍ່ໄດ້ ຂື້ນຊັ້ນ ຂ້າຣາຊການ ກໍດ໋າຍ; ພວກ ສະມາຊິກ ພັກ ກໍຕ້ອງໄປ ຮຽນ ວຽດນາມ ເພື່ອຈະໄດ້ ການສນັບ ສນູນ ຈາກ ວຽດນາມ ຈຶ່ງໄດ້ເປັນ ນາຍົກ ຫລື ຣັຖມົນຕຣີ ຫລື ຈຶ່ງໄດ້ ໜ້າທີ່ ຕຳແໜ່ງ ດີ."
ເມື່ອ ເດືອນກ່ອນ ສະມາຊິກ ພັກ ແລະ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ປະມານ 200 ຄົນ ກໍສຳເຣັດ ການຝຶກ ອົບຮົມ ຈາກ ສະຖາບັນ ການເມືອງ ແລະ ການປົກຄອງ ໂຮຈິມິນ ຂອງ ວຽດນາມ ຊຶ່ງ ເຈົ້າໜ້າທີ່ ຂັ້ນສູງ ຂອງລາວ ເຫລົ່ານັ້ນ ກໍໄດ້ ສຶກສາ ຄົ້ນຄວ້າ ຕື່ມ ກ່ຽວກັບ ທິສດີ ມາກ-ເລນິນ ແລະ ແນວຄິດ ໂຮຈິມິນ. ປັດຈຸບັນ ພະນັກງານ ຂອງພັກ ຂອງ ຣັຖບານ ລາວ ຫລາຍຄົນ ຮຽນຈົບ ມາຈາກ ວຽດນາມ.
ອົງການ ຂ່າວ ທາງການ ຂອງ ວຽດນາມ ຣາຍງານວ່າ ຣັຖບານ ວຽດນາມ ຮັບເອົາ ນັກຮຽນລາວ ໄປສຶກສາ ຕໍ່ຢູ່ ວຽດນາມ ຢ່າງໜ້ອຍ ປີນຶ່ງ 5,000 ຄົນ; ຖ້າຄິດໄລ່ ແລ້ວ ຢູ່ໃນ ປະເທດລາວ ປັດຈຸບັນ ຕ້ອງມີ ຄົນລາວ ທີ່ ຮຽນຈົບ ຈາກ ວຽດນາມ ຢ່າງໜ້ອຍ 2 ແສນ ຄົນ.
ບໍ່ເທົ່ານັ້ນ ທາງການ ວຽດນາມ ຍັງໄດ້ສົ່ງ ເຈົ້າໜ້າທີ່ ໄປເປັນ ທີ່ປຶກສາ ຢູ່ໃນ ກະຊວງ ກົມກອງ ຂອງ ຣັຖບານ ລາວ. ໃນຂນະ ດຽວກັນ ຢູ່ລາວ ໂຮງຮຽນ ຫລາຍແຫ່ງ ໃນລາວ ກໍສອນ ພາສາ ວຽດນາມ; ຕົວຢ່າງ ໂຮງຮຽນ ວິຊາຊີບ ມິຕພາບ ວຽງຈັນ ຮ່າໂນ່ຍ ຢູ່ ນະຄອນ ຫລວງ ວຽງຈັນ ຊຶ່ງເປັນ ໂຮງຮຽນ ຣັດ ກໍສອນ ພາສາ ວຽດນາມ. ດັ່ງ ພະນັກງານ ຫ້ອງການ ຂາເຂົ້າ ຂາອອກ ຜູ້ນຶ່ງ ຂອງໂຮງຮຽນ ດັ່ງກ່າວ ເວົ້າວ່າ "ພາສາ ວຽດນາມ ກໍສອນ."
ມະຫາວິທຍາໄລ ແຫ່ງຊາດ ລາວ ກໍສອນ ພາສາ ວຽດນາມ ໂດຍໄດ້ ຮັບການ ສນັບສນູນ ຈາກ ຣັຖບານ ວຽດນາມ. ຊາວລາວ ຫລາຍຄົນ ເວົ້າວ່າ ນັກຮຽນ ລາວ ຜູ້ໃດຮຽນ ເກັ່ງ ກໍມີ ໂອກາດ ໄປສຶກສາ ຕໍ່ຢູ່ ວຽດນາມ. ສະມາຄົມ ຊາວວຽດນາມ ໃນລາວ ກໍຕັ້ງ ໂຮງຮຽນ ສອນພາສາ ວຽດນາມ ໃຫ້ແກ່ ລູກຫລານ ຂອງພວກເຂົາ ແລະ ເດັກນ້ອຍ ລາວ ອື່ນໆ.
ຣັຖບານ ລາວ ແລະ ວຽດນາມ ຂຍາຍການ ສອນ ພາສາ ວຽດນາມ ຢູ່ລາວ ບໍ່ພຽງແຕ່ ຢູ່ ໂຮງຮຽນ ເທົ່ານັ້ນ ແຕ່ ທາງການ ວຽດນາມ ຍັງຖ່າຍທອດ ໂທຣະທັດ ພາສາ ວຽດນາມ ຢູ່ລາວ ໃນຫລາຍໆ ຊ່ອງ. ເຈົ້າໜ້າ ທີ່ ລາວ ທ່ານນຶ່ງ ເວົ້າວ່າ: ຄນະຜູ້ນຳ ພັກ ແລະ ຣັຖບານ ລາວ ຕົກລົງ ໃຫ້ວຽດນາມ ສອນພາສາ ວຽດນາມ ໃຫ້ແກ່ ຄົນລາວ ກໍເພື່ອ ເສີມສ້າງ ຄວາມສຳພັນ ຖານ ອ້າຍນ້ອງ ອັນພິເສດ ແລະ ຂຍາຍ ການຮ່ວມມື ຮອບດ້ານ ຣະຫວ່າງ ສປປ ລາວ ແລະ ວຽດນາມ. ປະຊາຊົນ ແລະ ເຈົ້າໜ້າທີ່ ຣັຖບານ ລາວ ກໍຈະໄດ້ ຄວາມຮູ້ ຄວາມສາມາດ ຈາກ ວຽດນາມ ຫລາຍຂື້ນ ແລະ ກໍຈະນຳ ໄປໃຊ້ ໃນການ ສ້າງສາ ພັທນາ ປະເທດ ລາວ. ແຕ່ ປະຊາຊົນ ລາວ ຫລາຍຄົນ ບໍ່ມັກ ການເຜີຍແພ່ ພາສາ ວຽດນາມ ໃນລາວ.
ຊາວລາວ ຜູ້ເປັນ ພໍ່ແມ່ ບໍ່ຢາກ ສົ່ງລູກຫລານ ໄປສຶກສາ ຕໍ່ ວຽດນາມ ແຕ່ ຈຳເປັນ ເພາະ ນັກຮຽນ ລາວ ສ່ວນຫລາຍ ບໍ່ມີທາງ ອື່ນເລືອກ ນອກຈາກ ຈະໄປຮຽນ ຕໍ່ທີ່ ວຽດນາມ. ນັກຮຽນ ກໍເຊັ່ນ ດຽວກັນ ບໍ່ມັກຮຽນ ພາສາ ວຽດນາມ ແຕ່ມັກຮຽນ ພາສາ ອັງກິດ ຫລາຍກວ່າ. ນັກຮຽນລາວ ບໍ່ໜ້ອຍ ຈ້າງຮຽນ ພາສາ ອັງກິດ ແຕ່ບໍ່ໄດ້ ຈ້າງຮຽນ ພາສາ ວຽດນາມ. ປະຊາຊົນ ລາວ ສ່ວນຫລາຍ ຄິດເຖິງ ຂັ້ນວ່າ ວຽດນາມ ເຜີຍແພ່ ພາສາ ວຽດນາມ ໃນລາວ ກໍເພື່ອ ຄວບຄຸມລາວ. ຄົນລາວ ອີກຈຳນວນ ນຶ່ງ ວິຕົກກັງວົນ ຢ້ານປະເທດ ລາວ ຈະຕົກເປັນ ສ່ວນນຶ່ງ ຂອງ ວຽດນາມ ອີກບໍ່ດົນ ພາສາລາວ ຈະເຊື່ອມ ຄົນລາວ ຈະໃຊ້ ພາສາ ວຽດນາມ ຫລາຍຂຶ້ນ.
ອີກຢ່າງນຶ່ງ ປະຊາຊົນ ລາວ ສ່ວນຫລາຍ ບໍ່ມັກ ພາສາ ວຽດນາມ; ບາງຄົນ ເຖິງວ່າ ປາກເວົ້າໄດ້ ແຕ່ ບໍ່ຍອມໃຊ້ ພາສາ ວຽດນາມ. ເຖິງວ່າມີ ໂທຣະທັດ ວຽດນາມ ແຕ່ຊາວລາວ ກໍບໍ່ມັກ ເບິ່ງ. ເຖິງວ່າມີ ເພງ ແລະ ການສະແດງ ຂອງ ນັກສິລປິນ ວຽດນາມ ປະຊາຊົນ ລາວ ກໍບໍ່ສົນໃຈ ຫລາຍ ປານໃດ ເມື່ອທຽບໃສ່ ໂທຣະທັດ ພາສາ ເພັງແລະ ການສະແດງ ຂອງໄທ.
ເປັນທີ່ຮູ້ກັນດີ ແລ້ວວ່າ ປະເທດລາວ ຕົກຢູ່ພາຍໃຕ້ ອິດທິພົນ ຂອງ ວຽດນາມ ບໍ່ພຽງແຕ່ ໃນດ້ານ ພາສາ ເທົ່ານັ້ນ, ໃນດ້ານ ການເມືອງ ຄນະຜູ້ນຳ ພັກ ແລະຣັຖບານ ລາວ ກໍຕ້ອງ ປຶກສາ ຫາລື ແລະ ໄດ້ຮັບການ ສນັບ ສນູນ ຈາກ ວຽດນາມ ເສັຍກ່ອນ ກ່ອນຈະ ຕັດສິນໃຈ ໃນບັນຫາ ທີ່ ສຳຄັນ ສຳຄັນ. ໃນດ້ານ ເສຖກິດ ລາວ ກໍ ອະນຸຍາດ ໃຫ້ ວຽດນາມ ເຂົ້າມາຈັບຈອງ ທີ່ດິນ ຫລາຍແສນ ເຮັກຕາຣ໌ ເພື່ອປູກ ພືດ ອຸດສາ ຫະກັມ ການຄ້າ; ອະນຸຍາດ ໃຫ້ກອງທັບ ວຽດນາມ ຕັດໄມ້ ຈົນເກືອບໝົດ ຢູ່ລາວ ແລະ ອະນຸຍາດ ໃຫ້ວຽດນາມ ລົງທຶນ ຂຸດຄົ້ນບໍ່ແຮ່ ແລະ ສ້າງເຂື່ອນ ໄຟຟ້າ. ໃນດ້ານ ການ ທະຫານ ຄນະຜູ້ນຳ ລາວ ກໍຕ້ອງ ອາສັຍ ກອງທັບ ວຽດນາມ ເພື່ອ ປົກປ້ອງ ຣະບອບ ແລະ ຜົນປໂຍດ ຂອງຕົນ.
ສລຸບແລ້ວ ວຽດນາມ ລົງທຶນ ສອນພາສາ ໃຫ້ລາວ ກໍເພື່ອ ຮັບໃຊ້ ຜົນປໂຍດ ລວມ ຂອງ ວຽດນາມ ທັງນັ້ນ.