ກອງປະຊຸມສະໄໝສາມັນຄັ້ງ ທີ 7 ອາຈ ບໍ່ທັນການ
2014.06.25
ກອງປະຊຸມ ສະໄໝ ສາມັນ ຄັ້ງທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ ຈະມາເຖີງ ນີ້ ຈະດຳເນີນ ໄປຖ້າມກາງ ວິກິດການ ຕ່າງໆ ເປັນຕົ້ນ ບັນຫາ ເສຖກິດ ຣາຄາ ສິນຄ້າ ແພງ ພະນັກງານ ຣັຖກອນ ບໍ່ໄດ້ຮັບ ເງິນ ເດືອນ ເປັນ ປົກກະຕິ, ປະຊາຊົນ ຍັງໄດ້ຮັບ ຜົນກະທົບ ຈາກການ ສຳປະທານ ທີ່ດິນ ແລະ ປະຊາຊົນ ຕ້ອງທົນທຸກ ກັບການ ໃຊ້ ເສັ້ນທາງ ທີ່ ຫຍຸ້ງຍາກ.
ແນ່ນອນວ່າ ຖ້າມກາງ ວິກິດການ ແລະ ບັນຫາ ຕ່າງໆ ສະພາ ແຫ່ງຊາດ ກໍ ເປັນກົນໄກ ນຶ່ງທີ່ ສາມາດ ແກ້ໄຂບັນຫາ ດັ່ງກ່າວ ໄດ້ ໂດຍການ ຈະນຳເອົາ ບັນຫາ ຕ່າງໆ ທີ່ເກີດຂຶ້ນ ມາ ອະພິປາຍ ເພື່ອຫາທາງ ແກ້ໄຂ ຊຶ່ງ ສິ່ງດັ່ງກ່າວ ນັ້ນ ຄວນຈະເປັນ ວາຣະ ອັນ ຮີບດ່ວນ ແລະ ຈຳເປັນ ທີ່ສຸດ ສຳລັບ ກອງ ປະຊຸມ ຊຸດນີ້.
ອີງຕາມ ການລາຍງານ ຂອງ ໜັງສືພິມ ວຽງຈັນ ໃໝ່ ຂອງ ລາວ ສະບັບ ວັນທີ 17 ມິຖຸນາ ທີ່ຜ່ານມາ ໄດ້ຮູ້ວ່າ ວາຣະ ຂອງ ກອງປະຊຸມ ສະພາ ສະໄໝ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ຈະກຳ ນົດ ຂຶ້ນ ໃນ ເດືອນ ກໍຣະກະດາ ຍັງຄົງ ບໍ່ສາມາດ ຕອບສນອງ ຕາມຄວາມ ຈຳເປັນ ໃນການ ແກ້ໄຂ ບັນຫາ ຕ່າງໆ ຂອງ ປະຊາຊົນ ໄດ້. ກອງປະຊຸມ ດັ່ງກ່າວ ຍັງຈະເລັງ ໃສ່ ການ ປະຕິບັດ ແຜນພັທນາ ເສຖກິດ ສັງຄົມ ແລະ ແຜນ ງົບປະມານ ແລະ ການປັບປຸງ ຮ່າງກົດໝາຍ ແລະ ການສ້າງ ກົດໝາຍ ໃໝ່.
ຈະມີການ ສ້າງ ກົດໝາຍ 2 ສະບັບຂຶ້ນ ມາໃໝ່ ຄື ກົດໝາຍ ວ່າດ້ວຍ ການ ກວດສອບ ເອກກະຣາດ ແລະ ກົດໝາຍ ວ່າດ້ວຍ ການ ສະກັດກັ້ນ ແລະ ຕ້ານ ການຟອກເງິນ ແລະ ຈະມີການ ປັງປຸງ ຮ່າງ ກົດໝາຍ 3 ສະບັບ ຄື ກົດໝາຍ ວ່າດ້ວຍ ອາກອນ ມູນຄ່າເພີ້ມ, ກົດໝາຍ ວ່າດ້ວຍ ມາຕຖານ ແລະ ກົດໝາຍ ວ່າດ້ວຍ ການແກ້ໄຂ ຄຳຮ້ອງທຸກ. ກົດໝາຍ ດັ່ງກ່າວ ບໍ່ໄດ້ ແກ້ໄຂ ບັນຫາ ຫຍັງໃຫ້ ກັບ ປະຊາຊົນ ໂດຍກົງ, ແຕ່ ສ່ວນຫລາຍ ແມ່ນໃຫ້ ອຳນາດ ແກ່ ພາກຣັຖ ໂດຍກົງ. ດັ່ງ ນັກວິຊາການ ກ່າວຕື່ມ ອີກວ່າ:
"ເປັນກົດໝາຍ ທີ່ວ່າ ສ່ວນຫລາຍ ຈະເປັນ ລັກສນະ ໃຫ້ອຳນາດ ແກ່ ທາງຣັຖບານ ຫລາຍກວ່ານະ ຊິບໍ່ຄາດ ຫວັງຫຍັງ ຫລາຍ ທີ່ ເພີ່ນຈະນຳ ບັນຫາ ທີ່ວ່າ ມັນເກີດຂຶ້ນ ຕົວຈິງແທ້ ຄື ບັນຫາ ເຮົາ ກໍຮູ້ເນາະ ບັນຫາ ທີ່ດິນ ຈັ່ງຊີ້ ມັນບໍ່ໄດ້ ໄປລົມກັນ ຢູ່ ກອງປະຊຸມ ເພິ່ນ ກອງປະຊຸມ ໃຫຍ່ເພິ່ນ".
ຄວາມ ເດືອດຮ້ອນ ຂອງ ປະຊາຊົນ ທີ່ ເພີ້ມທະວີ ຄວາມ ຮຸນແຮງ ຂຶ້ນ ກວ່າເກົ່າ ແມ່ນ ປະຊາຊົນ ຢູ່ໃນເຂດ ຊົນນະບົດ ແລະ ເຂດ ຕົວເມືອງ ກໍຄື ການໃຫ້ ສຳປະທານ ທີ່ ດິນ ແກ່ ນັກລົງທຶນ ແລ້ວ ໄປກວມ ເອົາ ທີ່ດິນ ທຳກິນ ຂອງ ປະຊາຊົນ ຈົນກໍ່ໃຫ້ ເກີດ ຂໍ້ຂັດແຍ່ງ ກັນ ຣະວ່າງ ຣັຖບານ ກັບ ປະຊາຊົນ ຕົວຢ່າງ ທີ່ເກີດຂຶ້ນ ໃນທົ່ວ ປະເທດ.
ຈະເຫັນໄດ້ ຈາກ ກອງປະຊຸມ ສະພາ ໃນກາງ ປີ 2012 ມີ ປະຊາຊົນ ໂທເຂົ້າ ສາຍດ່ວນ ສະພາ ແຫ່ງຊາດ ເພື່ອມາ ຮ້ອງຮຽນ ແລະ ສະແດງ ຄຳຄິດ ຄຳເຫັນ ທັງໝົດ ປະມານ 280 ສາຍ ທີ່ ໂທເຂົ້າ ໃນເວລາ ທີ່ມີການ ດຳເນີນ ກອງປະຊຸມ ໃນເວລາ ນັ້ນ ຊຶ່ງ ສ່ວນຫລາຍ ແລ້ວແມ່ນ ກ່ຽວກັບ ບັນຫາ ທາງດ້ານ ທີ່ດິນ.
ຫລັງຈາກ ນັ້ນ ກອງປະຊຸມ ສະໄໝ ສາມັນ ຂອງ ສະພາ ແຫ່ງຊາດ ຄັ້ງຕໍ່ມາ ກໍບໍ່ມີ ການຣາຍງານ ສະພາບ ການແກ້ໄຂ ບັນຫາ ກ່ຽວກັບ ທີ່ດິນ ທີ່ ເກີດຂຶ້ນ ໃນທົ່ວ ປະເທດ ເຖີງວ່າ ທີ່ຜ່ານມາ ບັນດາ ຜູ້ຕາງໜ້າ ຄະນະ ປະຈຳ ສະພາ ແຫ່ງຊາດ ຈະໄດ້ລົງ ເກັບກຳ ຂໍ້ມູນ ບັນຫາ ຕົວຈິງ ກ່ຽວກັບ ຂໍ້ ຂັດແຍ້ງ ທາງດ້ານ ທີ່ດິນ ກໍຕາມ.
ການລົງ ເກັບກຳ ຂໍ້ມູນ ຂໍ້ຂັດແຍ່ງ ທີ່ດິນ ຢູ່ ບ້ານຢືບ ເມືອງ ທ່າແຕງ ແຂວງເຊກອງ ຊຶ່ງເປັນ ຂໍ້ຂັດແຍ່ງ ທີ່ ເກີດຂຶ້ນ ແຕ່ປີ 2007 ເປັນຕົ້ນມາ, ແຕ່ບັນຫາ ຂໍ້ຂັດແຍ່ງ ທີ່ເກີດຂຶ້ນ ກໍຍັງ ບໍ່ໄດ້ ຮັບການ ແກ້ໄຂ ປະຊາຊົນ ປະມານ 50 ຄອບຄົວ ທີ່ ເສັຍທີ່ດິນ ໃຫ້ແກ່ ການ ສຳປະທານ ກໍຍັງ ບໍ່ໄດ້ ຮັບ ຄ່າຊົດເຊີຍ ແລະ ກໍຍັງ ບໍ່ທັນ ໄດ້ຮັບການ ຈັດສັນ ທີ່ດິນ ທຳກິນ ຊຶ່ງ ຖືວ່າເປັນນຶ່ງ ໃນຫລາຍໆ ຕົວຢ່າງທີ່ ເກີດຂຶ້ນ ຊຶ່ງ ມັນ ບໍ່ສະເພາະ ເກີດຂຶ້ນຢູ່ ແຂວງ ເຊກອງ ເທົ່ານັ້ນ ແຕ່ກໍຍັງ ເກີດຂຶ້ນ ຢູ່ຫລາຍໆ ພື້ນທີ່ ໃນທົ່ວ ປະເທດ.
ທີຜ່ານມາ ກອງປະຊຸມ ສະພາ ແຫ່ງຊາດ ຍັງບໍ່ມີ ການ ອະພິປາຍ ໃນການ ແກ້ໄຂບັນຫາ ດັ່ງກ່າວ ໃນພາກ ປະຕິບັດ ຕົວຈິງ ແຕ່ສ່ວນຫລາຍ ຈະພຽງແຕ່ ມີການ ປັບປຸ່ງ ຮ່າງ ນະໂຍບາຍ ທີ່ດິນ ແຫ່ງຊາດ ເພື່ອ ເປັນບ່ອນອີງ ໃນການ ປັບປຸງ ກົດໝາຍ ວ່າດ້ວຍ ທີ່ດິນ ແລະ ຍັງບໍ່ສາມາດ ແກ້ໄຂ ບັນຫາ ທີ່ ເກີດຂຶ້ນໄດ້ ຢ່າງເປັນ ຮູບປະທັມ.
ອີກ ບັນຫານຶ່ງ ກໍຄື ບັນຫາ ການ ກໍ່ສ້າງໂຄງຮ່າງ ພື້ນຖານ ຊັກຊ້າ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຜົນກະທົບ. ໃນຣະດູ ຝົນ ປະຊາຊົນ ຕ້ອງ ປະສົບ ຄວາມລຳບາກ ຢູ່ເຂດ ຕົວເມືອງ ເປັນຕົ້ນ ຖະໜົນ ທີ່ກໍ່ສ້າງ ບໍ່ໄດ້ ມາຕຖານ ແລະ ບໍ່ສຳເຣັດ ໂດຍ ສະເພາະ ຖະໜົນ ຢູ່ເຂດ ບ້ານຫົວຂົວ ໂນນຄໍ້ ແລະ ຖະໜົນ ເຂດບ້ານ ຄຳສະຫວາດ ໄປຫາ ບ້ານ ນາຄວາຍ ແລະ ຍັງມີອີກ ຫລາຍໆເສັ້ນ ຢູ່ໃນເຂດ ນະຄອນ ຫລວງ ວຽງຈັນ.
ບັນຫາ ດັ່ງກ່າວ ບໍ່ໄດ້ ມີການ ນຳມາ ອະພິປາຍ ຢູ່ໃນ ກອງປະຊຸມ ສະພາ ໃນຄັ້ງ ທີ່ ຜ່ານມາ ທັງໆທີ່ ເປັນຄວາມຈຳເປັນ ອັນຮີບດ່ວນ ຂອງ ປະຊາຊົນ ແລະ ປະຊາຊົນ ເອງ ກໍຕ້ອງການ ໃຫ້ ຣັຖບານ ເອົາໃຈໃສ່ ລົງມາ ແກ້ໄຂ ໃນ ເຣື້ອງນີ້.
ນອກຈາກນີ້ ບັນຫາ ທີ່ຮີບດ່ວນ ອີກຢ່າງນຶ່ງ ກໍຄື ການເບີກ ຈ່າຍເງິນເດືອນ ຊັກຊາ ອັນເກີດ ມາຈາກ ບັນຫາ ການສໍ້ຣາສ ບັງຫລວງ ໃນ ໂຄງການ ກໍ່ສ້າງ ພື້ນຖານ ໂຄງຮ່າງ ຕ່າງໆ ຈົນເຮັດໃຫ້ ງົບປະມານ ບໍ່ມີ ຊຶ່ງ ສິ່ງດັ່ງກ່າວ ກໍໄດ້ຖືກ ນຳມາ ອະພິປາຍ ຢູ່ໃນ ກອງປະຊຸມ ສະພາ ສະໄໝ ສາມັນ ເທື່ອ ທີ 6 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ທີ່ຜ່ານມາ ໃນນັ້ນ ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ກໍສະແດງ ຄວາມເປັນ ຫ່ວງ ໃນເຣື້ອງນີ້, ແຕ່ບັນຫາ ດັ່ງກ່າວ ກໍຍັງ ບໍ່ໄດ້ຮັບ ການແກ້ໄຊ ຢ່າງເປັນ ຮູບປະທັມ.
ຈົນມາເຖີງ ປັດຈຸບັນ ບັນຫາ ການຈ່າຍເງິນ ເດືອນ ຊັກຊ້າ ກໍຍັງ ບໍ່ທັນໄດ້ ຮັບການ ແກ້ໄຂຢ່າງ ຂາດຕົວ. ພະນັກງານ ຣັຖກອນ ຢູ່ຕ່າງແຂວງ ຍັງບໍ່ທັນ ໄດ້ຮັບ ເງິນເດືອນ ຢ່າງເປັນ ປົກກະຕິ. ພະນັກງານ ຣັຖກອນ ຈຳນວນ ນຶ່ງ ຈະເປັນ ຕ້ອງໄດ້ໄປ ກູ້ເງິນ ນອກຣະບົບ ມາໃຊ້ຈ່າຍ ແລະ ຕ້ອງໄດ້ ເສັຍດອກເບັ້ຍ ຢ່າງໜ້ອຍ 5 ສ່ວນຮ້ອຍ ຕໍ່ເດືອນ ຕົວຢ່າງ ທີ່ເກີດຂຶ້ນ ຢູ່ ແຂວງ ຫລວງນ້ຳທາ.
ນອກຈາກ ນີ້ ບັນຫາ ຕ່າງໆ ທີ່ ປະຊາຊົນ ໄດ້ ນຳສະເໜີ ໄປຜ່ານ ໂທຣະສັບ ສາຍດ່ວນ ຂອງ ສະພາ ແຫ່ງຊາດ ກໍຍັງບໍ່ທັນ ໄດ້ຮັບການ ແກ້ໄຂ ແລະ ກໍຍັງບໍ່ຮູ້ ວ່າໄດ້ມີ ການແກ້ໄຂ ກັນຢ່າງ ເປັນຣະບົບ ແລະ ສ່ວນຫລາຍ ບັນຫາ ກໍມິດ ງຽບໄປ ຫລັງຈາກ ປະຊາຊົນ ນຳສະເໜີ ຜ່ານ ໂທລະສັບ ສາຍດ່ວນ ສະພາ. ດັ່ງທ່ານ ກ່າວອີກວ່າ:
"ບັນຫາ ທີ່ວ່າ ແຕ່ລະເທື່ອ ທີ່ວ່າ ປະຊາຊົນ ສະເໜີໄປ ທີ່ວ່າເພີ່ນ ເປີດຮອດລາຍ ເຂົ້າໄປ ເພີ່ນ ກໍບໍ່ໄດ້ນຳ ມາບັນຫາ ໂຕນັ້ນ ເອີເທື່ອກ່ອນ ມີບັນຫາ ຈັກ ບັນຫາ ຊຸດນີ້ເຮົາ ໄດ້ລາຍງານ ເບິ່ງ ດູວ່າມີຈັກ ບັນຫາ ທີ່ ເຮົາຕິດຕາມ ຫລື ວ່າອັນນັ້ນ ກະບໍ່ໄດ້ ຍິນວ່າ ທີ່ເຮົາໄດ້ ສະເໜີໄປ ສະເໜີໄປ ຊື່ໆ ກໍບໍ່ຮູ້ວ່າ ເພິ່ນ ຊິແກ້ໄຂ ແນວໃດ ເພີ່ນກໍບໍ່ໄດ້ ມອບໃຫ້ ສະພາເຂດ ລົງໄປ ຕິດຕາມ ມິດ ຈ້ອຍໄປເລີຍ ຈັ່ງຊີ້ນ່າ".
ທັງໝົດນີ້ ຄື ສິ່ງທີ່ ຈຳເປັນ ຂອງ ປະຊາຊົນ ແລະ ຄວນຈະຖືກ ນຳມາ ອະພິປາຍ ກັນຢູ່ ກອງ ປະຊຸມ ສະພາ ເພື່ອຫາ ແນວທາງ ແກ້ໄຂ ເພາະມັນ ພົວພັນກັບ ຊີວິດ ການເປັນຢູ່ ແລະ ປາກທ້ອງ ຂອງ ປະຊາຊົນ ໂດຍກົງ.
ສະເພາະ ກອງປະຊຸມ ສະພາ ແຫ່ງຊາດ ສະໄໝ ສາມັນ ເທື່ອທີ 7 ຂອງສະພາ ແຫ່ງຊາດ ຊຸດທີ່ 7 ນີ້ ກໍຄົງຈະ ບໍ່ຕ່າງ ຫຍັງກັບ ກອງປະຊຸມ ຄັ້ງ ທີ່ຜ່ານມາ ປະຊາຊົນ ກໍບໍ່ມີ ຄວາມຄາດຫວັງ ຫຍັງຫລາຍ ທີ່ຈະໃຫ້ ສະພາ ແຫ່ງຊາດ ແລະ ຣັຖບານ ເຂົ້າມາ ແກ້ໄຂ ບັນຫາ ດັ່ງກ່າວໃຫ້ກັບ ປະຊາຊົນ ໄດ້. ດັ່ງທ່ານ ກ່າວຕື່ມອີກວ່າ:
"ແຕ່ວ່າ ກະຊິຄາດ ຫວັງຫຍັງ ຫລາຍ ກະຄືຊິ ບໍ່ໄດ້ ບາງບັນຫາ ກະຍັງຊິ ຄ້າງຄາ ຕໍ່ໄປ ຄືບັນຫາ ທີ່ດິນ ກໍຍັງ ບໍ່ຈະແຈ້ງ ຍົກຕົວຢ່າງ ວາຣະ ກອງປະຊຸມ ກໍຄື ການ ປະຕິບັດ ແຜນພັທນາ ເສຖກິດ ສັງຄົມ ປະຈຳ ສົກປີ ເປັນພາບທີ່ ກວ້າງ ຈົນ ບໍ່ສາມາດ ຈະຈັບຕ້ອງ ໄດ້ໃຫ້ ເປັນ ຮູປທັມ ໄດ້ ຊຶ່ງ ສ່ວນຫລາຍ ຈະເຫັນແຕ່ ການຣາຍງານ ຕົວເລກ ສົກປີ ງົບປະມານເປັນຕົ້ນ ແລະ ຍັງບໍ່ມີ ຫຍັງເປັນ ຮູປທັມ ໃນການ ແກ້ໄຂ ບັນຫາ ໃຫ້ແກ່ ປະຊາຊົນ".
ການປັບປຸງ ເນື້ອໃນ ກົດໝາຍ ແລະ ການຜ່ານ ຮ່າງກົດໝາຍ ຕ່າງໆ ກໍຍັງ ເປັນພຽງ ແຕ່ການສ້າງ ກົດໝາຍ ຂຶ້ນມາ ເພື່ອໃຫ້ໄດ້ ພຽງ ປະຣິມານ ເທົ່ານັ້ນ, ແຕ່ໃນຄວາມ ເປັນຈິງ ຍັງ ບໍ່ສາມາດ ບັງຄັບໃຊ້ ກົດໝາຍ ໄດ້ ຢ່າງເຕັມທີ່. ສຸດທ້າຍ ແລ້ວ ກອງປະຊຸມ ສະໄໝ ສາມັນ ເທື່ອທີ 7 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ກໍຍັງບໍ່ ສາມາດ ຕອບສນອງ ຄວາມ ຈໍາເປັນ ອັນຮີບດ່ວນ ຂອງ ປະຊາຊົນ ໄດ້ເລີຍ.