ມົ້ງລາວທີ່ຕົກຄ້າງໃນໄທ
2014.04.22

ຄອບຄົວ ຂອງທ້າວ ທ່າຍເລົາ ຊາວ ມົ້ງລາວ ທີ່ ບໍ່ສາມາດ ກັບຄືນ ໄປລາວ ໃນເວລາ ທາງການໄທ ສົ່ງຊາວມົ້ງ ລາວ ຈໍານວນ 4 ພັນ ກວ່າຄົນ ຈາກສູນ ອົພຍົບ ບ້ານຫ້ວຍ ນໍ້າຂາວ ເມືອງເຂັກນ້ອຍ ແຂວງ ເພັດຊະບູນ ກັບຄືນໄປ ລາວ ໃນ ວັນທີ່ 28 ເດືອນ ທັນວາ ປີ 2009.
ເວລານີ້ ທ້າວ ທ່າຍເລົາ ອາໄສຢູ່ ວັດຖໍ້າ ກະບອກ ແຂວງ ສະຣະ -ບູຣີ, ລາວເລົ່າ ສູ່ຟັງວ່າ ລາວເອງ ພ້ອມ ລູກເມັຽ ທັງໝົດ 8 ຄົນ ຕ້ອງໃຊ້ ຊີວິດ ແບບ ຄັບແຄ້ນ ແໜ້ນໃຈ ທີ່ສຸດ ຍ້ອນຖືກ ລົບກວນ ແລະ ບັງຄັບ ໃຫ້ລູກຊາຍ ຂອງລາວ ໄປເຮັດ ວຽກໜັກ ຢູ່ ໂຮງ ງານ ບົດຫີນປູນ. ລາວວ່າ ສໍາລັບ ພໍ່ແລະແມ່ ແລ້ວ ກໍພໍ ທົນໄດ້ ແຕ່ສໍາລັບ ລູກ ທີ່ ເປັນນັກຮຽນ ແລະ ອາຍຸ ຍັງນ້ອຍ ຢູ່ນັ້ນ ເຂົາກໍ ທົນບໍ່ໄດ້. ດັ່ງລາວ ໄດ້ເລົ່າວ່າ: ... ສຽງ...
ທ້າວ ທ່າຍເລົ້າ ເວລານີ້ ມີອາຍຸ ໄດ້ 49 ປີ ເວົ້າວ່າ ເມື່ອປີ 2005 ລາວ ແລະ ຄອບຄົວ ຈາກ ແຂວງ ຫລວງພະບາງ ໄດ້ໜີ ອອກ ປະເທດ ຍ້ອນຢ້ານ ບໍ່ປອດພັຍ ຕໍ່ຊີວິດ ຫລັງຈາກ ຖືກຈັບຂັງ ຊົ່ວຣະຍະ ນຶ່ງ ໃນຂໍ້ ຫາ ວ່າເປັນ ທະຫານ ອະເມຣິກາ ແລະ ໄທ ຫລັງຈາກ ລາວ ໄດ້ເຮັດວຽກ ໃຫ້ ບໍຣິສັດ ໝາກຖົ່ວ ເຫລືອງ ທີ່ເຈົ້າຂອງ ເປັນຄົນ ອະເມຣິກາ ແລະຄົນ ໄທ: ..ສຽງ..
ທ້າວ ທ່າຍ ເລົ້າວ່າ ລາວ ບໍ່ຢາກໜີ ໄປປະເທດ ໃດດອກ ມີແຕ່ ຢາກໃຫ້ ຫ້ອງການ ສະຫະ ປະຊາຊາຕ ໃນປະເທດ ໄທນີ້ ພິຈາຣະນາ ໃຫ້ແດ່ວ່າ ຈະສົ່ງລາວ ໄປຢູ່ ບ່ອນໃດ ລາວຈຶ່ງ ຈະປອດພັຍ ເພາະວ່າ ຖ້າກັບ ໄປລາວ ໃນຕອນນັ້ນ ລາວ ກໍຢ້ານເພິ່ນ ຈັບໄປ ລົງໂທດ ຂັງຄຸກ ຕື່ມ ລາວ ກໍເລີຽ ຕັດສີນໃຈ ບໍ່ກັບ ເຖິງແມ່ນວ່າ ທາງການ ລາວ ໄດ້ ໂຄສະນາ ຢູ່ສູນ ບ້ານ ຫ້ວຍນໍ້າຂາວ ໃນຕອນ ນັ້ນວ່າ ດຽວນີ້ ຣັຖບານ ລາວ ໄດ້ ປ່ຽນແປງ ນະໂຍບາຍ ຕໍ່ຊາວ ເຜົ້າມົ້ງ ທີ່ເຄີຽ ຮ່ວມມື ກັບ ຝ່າຍຂວາ ໃນ ປາງສົງຄາມ ແລ້ວ, ແຕ່ລາວເອງ ບໍ່ໝັ້ນໃຈ ນໍາຄໍາເວົ້າ ຂອງ ເພິ່ນ.
ປະຫວັດ ຄວາມເປັນມາ ຂອງຊາວ ອົພຍົບ ເຜົ່າມົ້ງລາວ ຊຸດສຸດທ້າຍ ໃນ ປະເທດ ໄທ ກໍມີຢູ່ ວ່າ: ໃນ ຣະຫ່ວາງ ປີ 2004 ຫາປີ 2005 ມີຊາວມົ້ງ ທີ່ເຄີຽ ລີ້ຊ້ອນ ຢູ່ເທິງພູ ເທິງຜາ ໃນປ່າດົງ ຫລາຍພັນ ຄົນ ໄດ້ ລັກໜີ ອອກຈາກ ປະເທດ ໂດຍພາກັນ ຍ່າງຕັດປ່າ ຕັດດົງ ແລະ ຂ້າມຫລາຍ ຫົວພູ ກ່ອນຈະໄປ ເຖິງ ຈອມພູ ບ້ານ ຫ້ວຍນໍ້າຂາວ ເມືອງ ເຂັກນ້ອຍ ແຂວງ ເພັດຊະບູນ ປະເທດໄທ ເພາະວ່າ ທະຫານ ລາວ ແລະ ວຽດນາມ ໃນ ເວລານັ້ນ ໄດ້ຕາມ ກວາດລ້າງ ຊາວມົ້ງ ທີ່ເຄີຽ ຮ່ວມມື ກັບ ອະດີດ ທ່ານ ມື້ລາງ ນາຍພົນ ວັງປາວ ຊຶ່ງ ທາງການ ລາວ ເອີ້ນວ່າ ເສດເຫລືອ ສົງຄາມ. ໃນ ຣະຫ່ວາງ ປີນັ້ນ ມີ ຊາວມົ້ງ ລາວ ອົພຍົບ ໄປຢູ່ ບ້ານຫ້ວຍ ນໍ້າຂາວ ເຖິງ 7,000 ກວ່າ ຄົນ.
ຕອນທໍາອິດ ທາງການ ລາວ ປະຕິເສດ ບໍ່ຮັບວ່າ ເປັນ ຊາວມົ້ງ ທີ່ໂຕນໄປ ຈາກລາວ, ແຕ່ວ່າ ຫລັງຈາກ ທາງການ ໄທ ທໍາການ ສໍາຣວດ ສໍາມະໂນ ຄົວແລ້ວ ຈຶ່ງພິສູດວ່າ ເປັນຊາວມົ້ງ ຈາກລາວ. ຊາວມົ້ງ ຢູ່ເທິງພູ ບ້ານຫ້ວຍ ນໍ້າຂາວ ໃນເວລາ ນັ້ນພາກັນ ປຸກຕູບ ນ້ອຍໆ ຢູ່ກ້ອງ ຮົ່ມຕົ້ນໄມ້ ນ້ອຍໆ, ບໍໄດ້ຮັບ ການຊ່ວຍເຫລືອ ດ້ານ ອາຫານ ການກິນ ແຕ່ຢ່າງໃດ. ຊາວມົ້ງ ສ່ວນຫລາຍ ພາກັນ ເຂົ້າປ່າ ໄປຫາຫນໍ່ໄມ້ ຫາເຫັດ
ແລະ ເກັບຜັກ ຢູ່ຕາມ ຮົ້ວສວນ ຂອງ ຊາວມົ້ງໄທ ເປັນອາຫານ ໃນ ແຕ່ລະວັນ ຈົນວ່າ ຕົກມາ ຮອດປະມານ ປີ 2007 ຈຶ່ງໄດ້ຮັບ ການ ຊ່ວຍເຫລືອ ຈາກ ທາງການ ໄທ ແດ່ ເລັກນ້ອຍ ແລະ ຕໍ່ມາ ອົງການ ຊ່ວຍເຫລືອ ຕ່າງປະເທດ ໄດ້ຊ່ວຍ ເບິ່ງແຍງ ຊີວິດ ການເປັນຢູ່ ຂອງເຂົາເຈົ້າ.
ນັບແຕ່ສູນ ອົພຍົບ ໃນປະທດ ໄທ ໄດ້ປິດລົງ ເມື່ອປີ 2005 ທາງການ ໄທ ປະກາດ ບໍ່ຮັບເອົາ ຊາວ ອົພຍົບ ອີກ. ທາງການໄທ ຈຶ່ງໄດ້ ເຈຣະຈາ ກັບ ທາງການ ລາວ ໃຫ້ຮັບເອົາ ຊາວມົ້ງ ກັບ ຄືນປະເທດ. ອົງການ ຂ້າຫລວງ ໃຫ່ຽ ສະຫະ ປະຊາຊາຕ ແລະ ອົງການ ສິດທິ ມະນຸດ ຕ່າງໆ ທັງ ໃນໄທ ແລະ ໃນຕ່າງ ປະເທດ ມີຄວາມ ເປັນຫ່ວງ ຢ້ານວ່າ ຊາວມົ້ງ ເລົ່ານີ້ ຈະຖືກ ທາງການ ລາວ ປະຫັດ ປະຫານ ຍ້ອນ ເຂົາເຈົ້າ ເປັນ ຊາວມົ້ງ ທີ່ ຕໍ່ສູ້ກັບ ການ ປະຕິວັດ ໃນລາວ ໃນ ປາງສົງຄາມ ວຽດນາມ.
ທາງການໄທ ຕັດສີນໃຈ ຢ່າງ ເດັດຂາດ ຕ້ອງ ສົ່ງຊາວ ມົ້ງຄືນ ໃຫ້ລາວ. ການ ເຈຣະຈາ ມີ ຫລາຍຮອບ ຫລາຍຕອນ ສ່ວນຫລາຍ ບໍ່ເປີດເຜີຽ ຈົນ ໃນທີ່ສຸດ ໃນຕອນ ກາງຄືນ ຂອງ ວັນທີ່ 28 ທັນວາ ປີ 2009 ທະຫານ ໄທ ແລະ ເຈົ້າໜ້າທີ່ ຮັກສາ ຄວາມສງົບ ປະມານ 5,000 ຄົນ ໄດ້ເອົາ ຣົດໄປ ຕຣຽມໄວ້ ຢູ່ໃກ້ໆສູນ ບ້ານຫ້ວຍ ນໍ້າຂາວ ແລ້ວ ໃນຕອນ ເຊົ້າໆມືດ ທະຫານ ໄດ້ເຂົ້າ ຫຸບເອົາ ຊາວມົ້ງ ຂຶ້ນລົດ ບັນທຸກ ມຸ້ງໜ້າໄປ ດ່ານ ຊາຍແດນ ແຂວງ ໜອງຄາຍ ພາຍໃຕ້ ສຽງຮ້ອງໃຫ້ ຂອງ ຊາວມົ້ງ ທີ່ບໍ່ມີ ຄວາມແນ່ໃຈ ນໍາໂຊກ ຊະຕາກັມ ຂອງຕົນ.
ເມື່ອ ທາງການລາວ ຮັບເອົາ ຊາວມົ້ງ ຈາກ ເຈົ້າໜ້າທີ່ ໄທ ໄປແລ້ວ ກໍນໍາເອົາ ຊາວມົ້ງ ສ່ວນນຶ່ງ ໄປພັກຢູ່ ໂຮງແຮມ ຣາຊວົງ ຊຶ່ງ ເວລານັ້ນ ເປັນ ໂຮງແຮມ ທີ່ມີກຽດ ໄວ້ຮັບຕ້ອນ ແຂກ ຕ່າງປະເທດ ຂອງ ຣັຖບານ. ໃນວັນ ທໍາອິດ ກໍມີ ຄອບຄົວ ຍາຕພີ່ນ້ອງ ຂອງ ຊາວມົ້ງ ຈໍານວນ ນຶ່ງ ມາຮັບເອົາ ພີ່ນ້ອງ ຂອງຕົນ ກັບຄືນໄປ ບ້ານເດີມ. ແລະ ໃນສອງສາມ ວັນ ຕໍ່ມາ ຈໍານວນນຶ່ງ ກໍສົ່ງໄປ ຕັ້ງຖິ່ນຖານ ຢູ່ບ້ານ ຜາຫລັກ ທີ່ ຕັ້ງຢູ່ ທາງທິດໃຕ້ ຂອງ ເມືອງກາສີ ແຂວງ ວຽງຈັນ, ແລະ ອີກ ຈໍານວນ 3 ພັນ ກວ່າຄົນ ຖືກສົ່ງໄປ ຢູ່ບ້ານ ໂພນຂາມ ຊຶ່ງ ເປັນບ້ານ ປຸກໃໝ່ ຈໍານວນ 600 ກວ່າ ຫລັງ ທີ່ປຸກໄວ້ ສໍາລັບ ຮັບຕ້ອນ ຊາວມົ້ງ ທີ່ ຖືກສົ່ງກັບ ຈາກ ປະເທດໄທ ໂດຍ ສະເພາະ ໂດຍບໍ່ມີ ຜູ້ໃດຮູ້ ລ່ວງໜ້າ.
ໃນເວລາ ນັ້ນ ທ່ານ Ravic R. Russo ເອກອັຄຣາຊະທູດ ສະຫະຣັຖ ອະເມຣິກາ ໄດ້ ຕິດຕາມ ຢ່າງໃກ້ຊິດ ນໍາ ຊະຕາກັມ ຂອງ ຊາວມົ້ງ ທີ່ຖືກ ສົ່ງກັບ ແລະ ທາງການ ລາວ ກໍໄດ້ ໃຫ້ການ ຮ່ວມມື ເປັນຢ່າງດີ.
ເຖິງຢ່າງໃດ ກໍດີ ທ້າວ ທ່າຍເລົ້າ ກ່າວວ່າ ນັບແຕ່ ຊາວມົ້ງ ຖືກສົ່ງ ກັບໄປ ລາວແລ້ວ ຕໍ່ມາ ລາວ ກໍບໍ່ຮູ້ ຂ່າວຄາວ ເລີຽ ແລະ ບໍ່ໄດ້ ຕິດຕໍ່ ກັນອີກ.