ການຕັດສິນທີ່ໄຮ້ຄວາມເປັນທັມ
2015.02.26
ສານ ສູງ ທີ່ ແຂວງ ສັວນນະເຂດ ໄດ້ ຕັດສິນ ລົງໂທດ ຊາວ ລາວ-ຄຣິສຕຽນ 5 ຄົນ ຈໍາຄຸກ ເປັນ ເວລາ 9 ເດືອນ ແລະ ປັບໃໝ ເປັນເງິນ ຜູ້ລະ 5 ແສນ ກີບ ພ້ອມທັງ ຈ່າຍຄ່າ ທຳຂວັນ ແລະ ປົງສົບ ຜູ້ ເສັຽ ຊີວີດ 20 ລ້ານ ກີບ. ອິງຕາມ ຂໍ້ມູນ ແລະ ບົດບັນທຶກ ຂອງ ສານ.
ຫນັງສືພີມ THE MORNING STARS ສະບັບ ວັນທີ 23 ກຸມພາ ປີ 2015 ຣາຍງານ ວ່າ ແມ່ຍິງ ຜູ້ທີ່ ເສັຽຊີວີດ ນັ້ນ ມີຊື່ວ່າ ນາງ ຈັນສີ ຫລື ນາງ ຈັນ ໄດ້ ປ່ວຍມາ ເປັນ ເວລາ 2 ປີ ແລ້ວ ຍ້ອນ ໂຣຄ ຊະຣາ ແລະ ໂຣຄ ສັບຊ້ອນ ອື່ນໆ ນາຍແພດ ແລະ ຫມໍ ປະຈຳ ບ້ານ ທີ່ ບ້ານ ໄຊສົມບູນ ເມືອງ ອາດສະພັງທອງ ພຍາຍາມ ປີ່ນປົວ ນາງ ກໍບໍ່ ສຳເຣັດ ຜົລ ປະຊາຊົນ ທ້ອງຖິ່ນ ເວົ້າ ກ່ຽວກັບ ເຣື້ອງນີ້ ຕໍ່ ຕົວແທນ ອົງການ ສີ້ງຊອມ ດ້ານ ສິດທິ ສາສນາ ໃນລາວ. ຕົວແທນ ຂອງ ອົງການ ສີ້ງຊອມ ທາງ ດ້ານ ສິດທິ ມະນຸດ ກ່ຽວກັບ ສິດທິ ທາງ ສາສນາ ໃນລາວ ເວົ້າວ່າ ປາສຈາກ ຂໍ້ມູນ ຫລັກຖານ ທີ່ວ່າ ການໄຫວ້ ພຣະ ສວດມົນ ຂອງ ຊາວ ຄຣິສຕຽນ 5 ຄົນ ເຮັດໃຫ້ ຜູ້ຍິງ ທີ່ປ່ວຍ ນັ້ນ ເສັຽຊີວິດ ຢ່າງ ແທ້ຈິງ ນັ້ນ ສານ ໄດ້ ຣະເມີດ ກົດຫມາຍ.
ກຸ່ມ ດັ່ງກ່າວ ເວົ້າວ່າ ຄວາມຈິງ ຕ້ອງເອົາ ອອກມາ ເປີດເຜີຍ ໃນສານ ບໍ່ດັ່ງນັ້ນ ການ ຕັດສິນ ຂອງ ສານ ລາວ ແມ່ນເພື່ອ ຈຸດປະສົງ ໃນການ ປາບປາມ ແລະ ນາບຂູ່ ຊາວ ຄຣິສຕຽນ ບໍ່ໃຫ້ ໄຫວ້ພຣະ ສວດມົນ ຫລື ເຜີຍແຜ່ ສາສນາ ໃນ ລາວ.
ຊາວ ຄຣິສຕຽນ 5 ຄົນ ນີ້ຖືກ ກັກຂັງ ຫລັງຈາກ ຖືກຈັບ ໃນ ເດືອນ ມິຖຸນາ ປີ 2014 ຄຸນແມ່ ໄກ່ ທອງ ຄຸນໄພສານ ພ້ອມທັງ 4 ຫົວຫນ້າ ໂບດ ຄື ທ້າວ ພູເພັດ ທ້າວມຸກ ທ້າວຫັສດີ ແລະ ທ້າວທ່ຽງ ໃນເວລາ ນີ້ ຍັງຖືກຄຸກ ທີ່ ແຂວງ ສວັນນະເຂດ ຢູ່.
ນາງຈັນ ຜູ້ປ່ວຍ ເອງ ໄດ້ ເຫລື້ຶ້ອມໄສ ໃນ ສາສນາ ຄຣິສຕຽນ ເລີ້ມແຕ່ ວັນທີ 19 ມິຖຸນາ ປີ 2014 ເປັນ ຕົ້ນມາ ແລະ ນາງເອງ ໄດ້ ຂໍໃຫ້ ຫົວຫນ້າ ໂບດ ໄຫວ້ພຣະ ສວດມົນ ໃຫ້ ນາງ ເຊົາປ່ວຍ ເປັນ ເວລາ ສອງ ມື້. ເມື່ອ ອາການ ຂອງ ນາງ ບໍ່ດີຂື້ນ ກຸ່ມ ສາສນາ ຄຣິສຕຽນ ໄດ້ ພານາງ ໄປ ປີ່ນປົວ ຢູ່ ໂຮງຫມໍ 109 ທີ່ ເມືອງ ອຸທຸມພອນ ບ່ອນທີ່ ນາງ ຖືກ ປີ່ນປົວ ໂດຍ ນາຍແພດ ທີ່ ມີ ໃບ ອະນຸຍາດ.
ໃນ ວັນທີ 21 ມິຖຸນາ ນາງ ໄດ້ ຮ້ອງຂໍ ອອກຈາກ ໂຮງ ພຍາບານ ຕ້ອງການ ຢາກກັບ ເມືອ ຕາຍ ທີ່ ບ້ານເກີດ ໃນ ຊ່ວງທີ່ ເອົານາງ ກັບ ຄືນບ້ານ ນາງ ກໍເສັຽ ຊີວີດ ຊື່ງ ຕາມ ທັມມະດາ ແລ້ວ ໂຮງ ພຍາບານ ບໍ່ຄວນ ປ່ອຍ ໃຫ້ ນາງ ອອກ ຄວນ ປີ່ນປົວ ນາງ ຕໍ່ໄປ ຊື່ງ ເປັນ ຄວາມຜິດ ຂອງ ໂຮງ ພຍາບານ.
ອົງການ ສີ້ງຊອມ ສິດທິ ທາງ ສາສນາ ໃນ ລາວ ເວົ້າ ຕໍ່ໄປວ່າ ສານ ປະຊາຊົນ ທີ່ ແຂວງ ສວັນນະເຂດ ບໍ່ໄດ້ ເອີິ້ນ ເຈົ້າຫນ້າທີ່ ສາທາຣະນະສຸກ ມາໃຫ້ ປາກຄຳ ກ່ຽວກັບ ການຕາຍ ຂອງ ນາງ ວ່າ ເປັນ ຍ້ອນການ ສວດມົນ ຫລື ເປັນຍ້ອນ ພຍາດ ຂອງ ນາງ ຕ່າງຫາກ ແລະ 2- ບໍ່ມີ ຫລັກຖານ ໃດໆ ທີ່ວ່າ ການໄຫວ້ ພຣະ ສວດມົນ ຈະເຮັດ ໃຫ້ ແມ່ຍິງ ຄົນນັ້ນ ຕາຍ. ດັ່ງ ຄຸນພໍ່ ລາວ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ: --ສຽງ--
ອີງຕາມ ການ ຕັດສິນ ຂອງ ສານ ການໄຫວ້ພຣະ ສວດມົນ ຫລື ການ ຢຽວຢາ ຄົນໄຂ້ ໃຫ້ ຫາຍປ່ວຍນັ້ນ ຕ້ອງມີ ໃບ ອະນຸຍາດ ຈາກ ທາງການ ແພດ ແລະ ຊາວ ຄຣິສຕຽນ 5 ຄົນ ນີ້ ບໍ່ມີ ໃບ ອະນຸຍາດ ໃນການ ກະທໍາ ດັ່ງກ່າວ ຈຶ່ງຖືກ ສານ ຕັດສິນ ລົງໂທດ ຜູ້ ຕ້ອງຫາ ແລະ ກໍ່ເປັນການ ຕັດສິນ ທີ່ບໍ່ ເປັນທັມ.
ໃນຊ່ວງ ການ ຕັດສິນ ຄະດີ ຂອງ ສານ ທາງສານ ບໍ່ ອະນຸຍາດ ໃຫ້ ຊາວ ຄຣິສຕຽນ 5 ຄົນ ນີ້ ມີ ທະນາຍຄວາມ ມາເປັນ ຕົວແທນ ຂອງພວກ ຂະເຈົ້າ ໃນສານ ແຕ່ຢ່າງໃດ. ຜ່ານມາ ລູກ ຂອງ ນາງຈັນ ຜູ້ທີ່ເສັຽ ຊີວິດ ສອງຄົນ ຄື ນາງ ປຸ່ນ ແລະ ນາງໄຄ ໄດ້ ຮຽກຮ້ອງ ຕໍ່ສານ ໃຫ້ ຜູ້ ຕ້ອງຫາ 5 ຄົນ ເສັຽຄ່າ ຊົດເຊີຍ ໃຫ້ ແກ່ ຄອບຄົວ ເປັນເງິນ 100 ລ້ານ ກີບ ແຕ່ ອີກ ສອງຄົນ ຄື ນາງຄອນ ແລະ ທ້າວຫຳ ໄດ້ສົ່ງ ຫນັງສື ຫາສານ ວ່າ ຄຸນແມ່ ໄກ່ທອງ ໄດ້ເຮັດ ທຸກຢ່າງ ເພື່ອ ມານດາ ຂອງ ເຂົາແລ້ວ ແລະ ຢາກ ຮຽກຮ້ອງ ຕໍ່ສານ ບໍ່ໃຫ້ ລົງໂທດ ນາງ. ແຕ່ ສານ ປະຕິເສດ. ເຈົ້າຫນ້າທີ່ ລາວ ທ່ານນຶ່ງ ເວົ້າວ່າ: --ສຽງ--
ກ່ອນຫນ້າ ນີ້ ຊາວ ຄຣິສຕຽນ 5 ຄົນ ຖືກຈັບ ຍ້ອນ ຄວາມ ຂັດແຍ່ງ ກ່ຽວກັບ ການ ຝັງສົບ ຊຶ່ງ ໃນມື້ ທີ່ ນາງຈັນ ເສັຽ ຊີວິດ ລູກ ຂອງນາງ ໄດ້ ຂໍຫນັງສື ຈາກ ອໍານາດ ການ ປົກຄອງ ທ້ອງຖິ່ນ ໃຫ້ ຂະເຈົ້າ ສາມາດ ຝັ່ງສົບ ແມ່ ຂອງ ຂະເຈົ້າ ແບບ ສາສນາ ຄຣິສຕຽນ ໃນ ດິນບ້ານ ຂອງ ຂະເຈົ້າ ແລະ ກໍໄດ້ຮັບ ອະນຸຍາດ ຍ້ອນວ່າ ຊາວ ຄຣິສຕຽນ ບໍ່ຖືກ ອະນຸຍາດ ໃຫ້ ຝັງ ໃນ ປ່າຊ້າ ຄົນ ທົ່ວໄປ ໃນບ້ານ.
ເມື່ອ ມາຮອດ ມື້ ຈະທຳ ພິທີ ຝັງ ຫົວຫນ້າ ບ້ານ ແລະ ເລຂາ ພັກ ຄອມມຸນິດ ປະຈຳ ບ້ານ ກໍປ່ຽນ ອະນຸຍາດ ດັ່ງກ່າວ ເຈົ້າຫນ້າທີ່ ຫ້າມ ການໄຫວ້ ອາໄລ ແລະ ການ ຝັງສົບ ຄົນ ຄຣິສຕຽນ ດັ່ງ ນາງຈັນ ຖ້າລູກ ຂອງລາວ ບໍ່ເຊັນ ຍົກເລີກ ການ ນັບຖື ສາສນາ ຄຣິສຕຽນ ກ່ອນ. ກຸ່ມ ດັ່ງກ່າວ ປະຕິເສດ ແລະ ກໍຍັງ ຈະ ສືບຕໍ່ ຝັງສົບ ແມ່ ຂອງເຂົາ ຢູ່.
ຊາວ ຄຣິສຕຽນ ໃນ ບ້ານ ນັ້ນ ແລະ ບ້ານ ໃກ້ຄຽງ ກໍພາກັນ ມາ ສະແດງ ຄວາມເສົ້າ ສລົດໃຈ ແລະ ຄົບງັນ ການຕາຍ ຂອງ ນາງຈັນ ແບບ ການ ເສັຽ ຊີວິດ ຂອງຄົນ ທົ່ວໄປ ແລະ ຄຸນແມ່ ໄກ່ທອງ ແລະ ຫົວຫນ້າ ໂບດ ຄົນອື່ນໆ ກໍໄດ້ ຮຽກຮ້ອງ ໃຫ້ ອຳນາດ ການ ປົກຄອງ ທ້ອງຖິ່ນ ອະນຸຍາດ ໃຫ້ ເຂົາຝັງ ຈຶ່ງເຮັດໃຫ້ ເຈົ້າຫນ້າທີ່ ແຂວງ ແລະ ທ້ອງຖິ່ນ ເຂົ້າມາ ຈັບ ກຸມ ກຸ່ມ ດັ່ງກ່າວ. ຫລັງຈາກ ນັ້ນມາ ປະມານ ເຄີ່ງ ຊົ່ວໂມງ ຄູບາ ຊາວ ພຸດ ທ້ອງຖິ່ນ ກໍເຂົ້າມາ ທຳ ພິທີ ສວດມົນ ແລະ ນຳສົບ ນາງຈັນ ໄປຝັງ ທີ່ ປ່າຊ້າ ຄົນ ທົ່ວໄປ ໃນ ບ້ານ.
ການ ກະທຳ ດັ່ງກ່າວ ຂອງ ທາງການ ລາວ ເປັນການ ຝ່າຝຶນ ສິດທິ ມະນຸດ ແລະ ສິດທິ ທາງ ສາສນາ ຂອງ ປະຊາຊົນ ລາວ ຊຶ່ງ ກົດຫມາຍ ຣັຖທັມມະນູນ ລາວ ໄດ້ ບົ່ງບອກ ວ່າ ຣັຖບານ ລາວ ປົກປ້ອງ ສິດທິ ມະນຸດ ແລະ ສິດທິ ທາງ ສາສນາ ແຕ່ ພາກ ປະຕິບັດ ຕົວຈິງ ນັ້ນ ບໍ່ໄດ້ ກະທຳ ເລີຍ ຮ້າຍ ໄປກວ່າ ນັ້ນ ຍັງກົດຂີ່ ຂົ່ມເຫັງ ກຸ່ມ ສາສນາ ອື່ນໆ ໃນລາວ ຢູ່ ໃນ ທຸກ ມື້ນີ້.