ນາຍົກວຽດນາມຖືກ ປະທ້ວງ ຢູ່ ວໍຊິງຕັນ ດີຊີ

ຈໍາປາທອງ
2017.06.02
f-vn ຊຸມຊົນລາວ, ກໍາພູຊາ ແລະວຽດນາມ ທີ່ສະຫະຣັຖ ອະເມຣິກາແລະ ຈາກ ຄານາດາ ຮ່ວມກັນປະທ້ວງ ນາຍົກຣັຖມົນຕຣີວຽດນາມ ເພື່ຶອ ສິດທິມະນຸດ ໃນວຽດນາມ
RFA/KS

ຊຸມຊົນຊາວລາວ, ກໍາພູຊາ ແລະວຽດນາມ ທີ່ສະຫະຣັຖ ອະເມຣິກາ ແລະຈາກ ປະເທສຄານາດາ ຮ່ວມກັນປະທ້ວງ ນາຍົກຣັຖມົນຕຣີ ຫງວຽນ ຊວນ ຟຸກ ຂອງວຽດນາມ ເພື່ຶອ ສິດທິມະນຸດ ແລະ ປະຊາທິປະໄຕ ຢູ່ປະເທສ ວຽດນາມ ແລະທວງໃຫ້ ຄອມມິວນິສ ວຽດນາມ ຍຸຕິນະໂຍບາຍ ຂຍາຍອານາເຂດ ຕໍ່ລາວ ແລະ ກໍາພູຊາ ຢູ່ຕໍ່ໜ້າ ທໍານຽບຂາວ ທີ່ ນະຄອນຫຼວງ ວໍຊິງຕັນ ດີຊີ ໃນຣະຫວ່າງ ມາພົບພໍ້ກັບ ທ່ານ ໂດນັລ ທຣັມ ປະທານາທິບໍດີ ສະຫະຣັຖ ໃນມື້ວັນທີ 31 ພຶສພາ 2017.

ຜູ້ເຂົ້າຮ່ວມການປະທ້ວງ ທີ່ສະແຫວງຫາສັນຕິພາບ, ເອກກະຣາດ, ອະທິປະໄຕ ຂອງປະເທສ ແລະເພື່ອສິດ, ເສຣີພາບ ແລະປະຊາທິ ປະໄຕ ຂອງປະຊາຊົນ ຕ່າງກໍພາກັນ ຮຽກຮ້ອງ ແລະທວງໃຫ້ ຜູ້ນໍາພັກ ຄອມມິວນິສວຽດນາມ ທີ່ຜູກຂາດ ອໍານາດ ເລີກລົ້ມນະໂຍບາຍ ແລະການກະທໍາ ທີ່ຣະເມີດ ສິດທິມະນຸດ ແລະ ປະຊາທິປະໄຕ ຢູ່ວຽດນາມ ແລະຍົກເລີກ ນະໂຍບາຍ ຂຍາຍອານາເຂດ ທີ່ມີຕໍ່ປະເທສ ເພື່ອນບ້ານໃກ້ຄຽງ ຄື: ລາວ ແລະກໍາພູຊາ, ແລະເພື່ອຄວາມຢູ່ເຢັນເປັນສຸຂ ຂອງປະຊາຊົນ ທັງ 3 ປະເທສນີ້.

ຍານາງ ບຸນຈັນ ເສນທະວົງ ປະທານອົງການພລັງຮ່ວມຊາດລາວ ປະຈໍາສະຫະຣັຖ ອະເມຣິກາ ທີ່ເຂົ້າຮ່ວມການຊຸມນຸມ ປະທ້ວງນັ້ນ ກ່າວເຖິງເປົ້າໝາຍ ຂອງການມາຮ່ວມ ປະທ້ວງ ນາຍົກຣັຖມົນຕຣີວຽດນາມ ຄັ້ງນີ້ວ່າ:

"ພວກເຮົາເນາະຊາວລາວເຮົາ ຊາວກັມປູເຈັຽ ຫລືວ່າຊາວວຽດນາມ ເສຣີ ຮູ້ຈັກດີວ່າ ນະໂຍບາຍ ຂອງຜູ້ນໍາວຽດນາມ ເປັນນະໂຍບາຍ ທີ່ບໍ່ເປັນທັມ ຢູ່ໃນຊາດ ຂະເຈົ້າເອງ ຂະເຈົ້າກໍຂົ່ມເຫັງ ປະຊາຊົນ ບໍ່ໃຫ້ສິດໃຫ້ສຽງ ຖ້າເວົ້າອີ່ຫຍັງ ກໍຖືກຈັບຖືກກຸມ ຄືກັນ ລະບັດນີ້ ໂດຍສະເພາະ ລາວເຮົາ ແຮງໄດ້ຮັບ ຜົລກະທົບ ຊາດຂອງພວກເຮົາ ຖືກວຽດນາມ ຄວບຄຸມ ພວກເຮົານີ້ ບໍ່ໄດ້ມີ ເອກຣາດ ຢ່າງສົມບູນ".

ຍານາງ ໄດ້ຍົກຕົວຢ່າງໃຫ້ເຫັນ ເຖິງການປະຕິບັດນະໂຍບາຍ ຂຍາຍອານາເຂດ ແລະການຄອບຄອງລາວ ຂອງຄອມມິວນິສ ວຽດນາມ ບາງອັນ ສໍາຄັນວ່າ: ສຽງ..

ເວົ້າເຖິງເຣື່ອງທີ່ວ່ານັ້ນ ຫຼາຍຄົນເວົ້າວ່າປັດຈຸບັນ ເປັນຕົ້ນຢູ່ຫລາຍແຂວງ ທີ່ມີຊາຍແດນ ຕິດກັບວຽດນາມ ມີຄົນວຽດນາມ ເປັນຈໍານວນ ຫລວງຫລາຍ ເຂົ້າມາຢູ່ ແລະທໍາມາ ຫາກິນ ເຊັ່ນຢູ່ແຂວງພາກກາງ ແລະພາກໃຕ້: ຄໍາມ່ວນ, ສະຫວັນນະເຂດ ສາລະວັນ, ເຊກອງ, ອັດຕະປີ, ຈໍາປາສັກ. ເວົ້າສະເພາະ ແຂວງ ອັດຕະປື ປະຊາຊົນລາວ ຜູ້ບໍ່ ປະສົງອອກຊື່ ເວົ້າເຖິງການ ຕັ້ງບ້ານຂອງຊາວວຽດນາມ ຢູ່ໃນດິນແດນລາວ ເມື່ອບໍ່ນານ ມານີ້ວ່າ: ສຽງ...

ແລະຢູ່ແຂວງສະຫວັນນະເຂດ ປະຊາຊົນລາວ ກໍເວົ້າວ່າ ມີຄົນວຽດນາມຫລາຍ ທັງຢູ່ໃນຕົວເມືອງ ແລະບ້ານນອກ: ສຽງ...

ຊາວລາວ ທີ່ເປັນຫ່ວງນໍາເຣຶ່ອງນີ້ເວົ້າວ່າ ການເຂົ້າມາລາວ ຂອງຊາວວຽດນາມ ຢ່າງຫລວງຫລາຍ ຕັ້ງແຕ່ເໜືອ ຕລອດໃຕ້ນັ້ນ ແມ່ນເພື່ອກືນກິນ ປະເທສລາວ:ສຽງ

ນັ້ນຄືຕົວຢ່າງບາງອັນ ທີ່ຄົນລາວຫລາຍຄົນ ລະແວງສົງສັຍ ໃນເຣຶ່ອງວຽດນາມ ເຂົ້າມາຍຶດຄອງລາວ ຊຶ່ງໃນການຊຸມນຸມ ປະທ້ວງຢູ່ ນະຄອນຫຼວງ ວໍຊິງຕັນ ດີຊີ ຄັ້ງນີ້ ກໍໄດ້ເວົ້າເຖິງ.

ແລະພ້ອມກັນນັ້ນ ອົງການພລັງຮ່ວມຊາດລາວ ຍັງໄດ້ສົ່ງສານເຖິງ ສະຖາບັນການປົກຄອງ ສູງສຸດ ຂອງສະຫະຣັຖ ດັ່ງທີ່ ຍານາງ ບຸນຈັນ ເວົ້າຕອນນຶ່ງວ່າ:

"ນອກຈາກພວກເຮົາ ເຮັດການປະທ້ວງລະເຮົາ ຍັງມີສານເຖິງ ປະທານາທິບໍດີ ແລະເຖິງຣັຖບານ ສະຫະຣັຖ ແລະຣັຖສະພາ ສະຫະຣັຖ ໃຫ້ເພິ່ນຮັບຮູ້ວ່າ ພວກເຮົານີ້ ຄົນລາວ-ອາເມຣິກັນ ນີ້ ປະທ້ວງ ແລະປະນາມ ນະໂຍບາຍຂຍາຍ ອໍານາດ ຂຍາຍອະນາເຂດ ຂອງວຽດ ນາມເໜືອ ອັນນີ້ເຮົາຢາກໃຫ້ ເພິ່ນຮູ້ ເພິ່ນຮັບຮູ້ນໍາ ເຖິງເພິ່ນ ຈະຮູ້ແລ້ວ ກໍຕາມ".

ໃນການເຂົ້າຮ່ວມການຊຸມນຸມປະທ້ວງຄັ້ງນີ້ ທ່ານ ຟຸກ ຊາວວຽດນາມ ທີ່ເກີດຢູ່ປະເທສລາວ ແລະໄດ້ມາຢູ່ສະຫະຣັຖ 40 ປາຍປີ ແລ້ວນັ້ນ ກໍໄດ້ສະແດງຄວາມເຫັນ ຂອງຕົນອອກມາວ່າ:

"ໃນບັນດາອັກຕີວິສ ນີ້ ເຣື່ອງການປະທ້ວງຕ້ານ ພວກຄອມມິວນິສນີ້ ມື້ນີ້ ຄັກຫຼາຍ".

ແລະຍານາງ Chao Kelly ປະທານຄນະ ກັມມະການ ການເມືອງ ຂອງຊຸມຊົນ ຊາວວຽດນາມ-ອະເມຣິກັນ ຢູ່ ຣັດ ແມ້ດຊາຈູເຊັຕ ກໍກ່າວເຖິງ ຈຸດປະສົງຂອງການ ມາຮ່ວມການຊຸມນຸມ ປະທ້ວງຄັ້ງນີ້ວ່າ:

"ຍານາງກ່າວວ່າ ມື້ນີ້ປະທານາທິບໍດີ  ທຣັ້ມ ຈະພົບພໍ້ກັບ ທ່ານ ຫງວຽນ ຊວນ ຟຸກ ນາຍົກຣັຖມົນຕຣີ ຄອມມິວນິສ ວຽດນາເວລາບ່າຍ 3 ໂມງ. ດັ່ງນັ້ນ ຊາວວຽດນາມ -ອະເມຣິກັນ ຈາກທົ່ວສະຫະຣັດ ແລະ ຈາກປະເທດ ການາດາ ຈຶ່ງໄດ້ມາທ້ອນໂຮມກັນ ຮຽກຮ້ອງເປັນສຽງ ດຽວກັນວ່າ ພວກເຮົາຕ້ອງ ການໃຫ້ມີ ເສຣີພາບ ແລະ ປະຊາທິປະໄຕ ໃນປະເທດວຽດນາມ ເສຣີພາບທາງສາສນາ ເສຣີພາບໃນການ ປາກເວົ້າຂີດຂຽນ ເສຣີພາບໃນດ້ານຂ່າວສານ ແລະ ສິດທິມະນຸດ ໃນວຽດນາມ ແລະ ສໍາຄັນສຸດຄື ມີສະພາບແວດລ້ອມ ທີ່ສະອາດ ຂອງຊາວວຽດນາມ 90 ລ້ານຄົນ ໃນວຽດນາມ ໃຫ້ຂະເຈົ້າມີ ສິດທິມະນຸດ ຂັ້ນພື້ນຖານ ດ້ວຍເຫດນີ້ແຫຼະ ພວກເຮົາຈຶ່ງມາ ໂຮມກັນປະທ້ວງ ໃນມື້ນີ້",

ການຊຸມນຸມປະທ້ວງນາຍົກຣັຖມົນຕຣີ ຫວຽງ ຊວນ ຟຸກ ຂອງວຽດນາມ ທີ່ຊຸມຊົນຊາວລາວ, ກໍາພູຊາ ແລະວຽດນາມ ຢູ່ສະຫະຣັຖ ອະເມຣິກາ ແລະ ຈາກປະເທສ ຄານາດາ ຈັດຂຶ້ນຢູ່ນະຄອນຫວງ ວໍຊິງຕັນ ດີຊີ ໃນມື້ວັນທີ 31 ພຶສພາ 2017.

ທວງໃຫ້ຄອມມິວນິສວຽດນາມ ຍຸຕິການລະເມີດ ສິດທິມະນຸດ ຢູ່ວຽດນາມ ແລະເລີກລົ້ມ ນະໂຍບາຍ ຂຍາຍອານາເຂດ ທີ່ມີຕໍ່ລາວ ແລະ ກໍາພູຊາ ຄັ້ງນີ້ ມີຜູ້ເຂົ້າຮ່ວມ ເປັນຈໍານວນຫລວງຫລາຍ ແລະດໍາເນີນໄປ ໃນບັນຍາກາດ ອັນຟົດຟື້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.