ປະຊຸມແມ່ນ້ຳຂອງ ແມ່ນ້ຳ ລ້ານຊ້າງ
2018.01.16

ກອງປະຊຸມຜູ້ນຳ 6 ປະເທສ ໃນເຂດແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ຖືກຈັດຂຶ້ນ ທີ່ກຸງພະນົມເປັນ ປະເທສ ກຳພູຊາ ໃນມື້ວັນທີ 10 ມົກກະຣາ 2018 ໂດຍການ ເປັນປະທານຮ່ວມ ຂອງ ທ່ານ ຫລີ ເຄີ້ສຽງ ນາຍົກຣັຖມົນຕຣີຈີນ ແລະ ທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກຳພູຊາ.
ກອງປະຊຸມ ທີ່ມີຄນະຜູ້ແທນຂັ້ນສູງ ຈາກປະເທສສະມາຊິກ ຂອບການຮ່ວມມື ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ 6 ປະເທດ ຄື ກຳພູຊາ, ຈີນ, ສປປລາວ, ພະມ້າ, ໄທ ແລະວຽດນາມ ເຂົ້າຮ່ວມຄັ້ງນີ້ ດຳເນີນໄປພາຍໃຕ້ ຫົວຂໍ້ “ແມ່ນ້ຳແຫ່ງສັນຕິພາບ ຂອງພວກເຮົາ ແລະການພັທນາ ແບບຍືນຍົງ.”
ໃນກອງປະຊຸມ ໄດ້ແລກປ່ຽນຄຳເຫັນກັນ ກ່ຽວກັບຜົລຂອງການປະຕິບັດວຽກງານຕ່າງໆ ທີ່ໄດ້ກຳນົດໄວ້ຢູ່ໃນຖແລງການ ຊານຢາ ຊຶ່ງໄດ້ ຮັບຮອງເອົາ ຢູ່ໃນກອງປະຊຸມຜູ້ນຳ ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 1 ທີ່ເມືອງ ຊານຢາ ແຂວງໄຫໜານ ປະເທສຈີນ ເມື່ອວັນທີ 23 ມີນາ 2016 ແລະກອງປະຊຸມ ຣັຖມົນຕຣີການຕ່າງປະເທສ ໃນເຂດແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ແລະ ຄັ້ງທີ 3.
ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຮ່ວມກັນປຶກສາຫາລື ກ່ຽວກັບທິດທາງຮ່ວມມື ໃນຕໍ່ໜ້າ ເພື່ອເຮັດໃຫ້ຂອບການຮ່ວມມື ແມ່ນ້ຳຂອງ ແມ່ນ້ຳ ລ້ານຊ້າງ ເປັນຂອບທີ່ນຳເອົາຜົນປໂຍດ ອັນເປັນຮູບປະທັມ ມາສູ່ 6 ປະເທດ ສະມາຊິກ. ທີ່ຜ່ານມາຈີນໄດ້ສ້າງຕັ້ງ ສູນກາງຮ່ວມມື ຊັພຍາກອນນ້ຳ ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ, ສູນການຮ່ວມມື ສິ່ງແວດລ້ອມ ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ, ສູນສາກົນ ເພື່ອສຶກສາຄົ້ນຄວ້າ ແມ່ນ້ຳຂອງ ແລະການອະນຸມັດ ນຳໃຊ້ກອງທຶນ ພິເສດ ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ສຳລັບ ໂຄງການຮ່ວມຕ່າງໆ.
ໃນກອງປະຊຸມຄັ້ງນີ້ ຜູ້ນໍາ 6 ປະເທສ ໄດ້ເປັນເອກກະພາບກັນ ຮັບຮອງເອົາ 4 ເອກກະສານສຳຄັນ ຄື
1. ຖແລງການພະນົມເປັນວ່າດ້ວຍ “ແມ່ນ້ຳແຫ່ງສັນຕິພາບ ຂອງພວກເຮົາ ແລະການພັທນາແບບຍືນຍົງ” ຊຶ່ງໃນນັ້ນມີ 4 ພາກ ຄື 1. ການຮ່ວມມືດ້ານການເມືອງ ແລະຄວາມໝັ້ນຄົງ, ການຮ່ວມມື ດ້ານເສຖກິດ ແລະການພັທນາ ແບບຍືນຍົງ, ການຮ່ວມມື ດ້ານສັງຄົມ, ວັທນະທັມ ແລະການແລກປ່ຽນ ຣະຫວ່າງປະຊາຊົນ ກັບປະຊາຊົນ ແລະ ການຮ່ວມມືດ້ານ ການສະໜັບສະໜູນ ການຮ່ວມມື;
2. ແຜນປະຕິບັດງານ 5 ປີ ຂອງຂອບການຮ່ວມມືແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ແຕ່ປີ 2018 ເຖິງ 2022 ຊຶ່ງປະກອບມີ 5 ພາກຄື: ເປົ້າໝາຍການພັທນາ, ຫຼັກການພື້ນຖານ, ໂຄງສ້າງການ ເຮັດວຽກ, ການຮ່ວມມື ວຽກງານຕົວຈິງ ແລະຣະບົບ ການສນັບສນູນ;
3. ບັນຊີໂຄງການທີ່ໄດ້ຮັບການສນັບສນູນຈາກຈີນ ຣະຍະ ທີ 2. ໂຄງການນີ້ ແມ່ນ 5 ປະເທສສະມາຊິກ ເປັນຜູ້ສະເໜີຕໍ່ຈີນ ຊຶ່ງໃນນັ້ນ ສປປລາວ ໄດ້ສະເໜີ 26 ໂຄງການ. ແຕ່ທາງການ ສປປລາວ ຍັງບໍ່ເປີດເຜີຍ ວ່າມີໂຄງການອັນໃດແດ່ ກັນແທ້ ແລະ
4. ບົດລາຍງານຂອງ 6 ໜ່ວຍງານວິຊາການຮ່ວມ ຂອງ 5 ຂແນງການບຸລິມະສິດ ຂອງຂອບການຮ່ວມມື ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ. ໃນ 6 ໜ່ວຍງານວິຊາການ ຮ່ວມນີ້ ມີໜ່ວຍງານການເຊື່ອມຈອດ, ໜ່ວຍງານການຮ່ວມມື ຄວາມສາມາດດ້ານການ ຜລິດ, ໜ່ວຍງານ ການຮ່ວມມື ເສຖກິດ ຂ້າມຊາຍແດນ, ໜ່ວຍງານການ ຮ່ວມມືຊັພຍາກອນນ້ຳ, ໜ່ວຍງານກະສິກັມ ແລະໜ່ວຍງານຫຼຸຸດຜ່ອນ ຄວາມທຸກຍາກ.
ເບິ່ງລວມແລ້ວ ໂຄງການຕ່າງໆ ທີ່ກອງປະຊຸມຜູ້ນຳ 6 ປະເທສ ໃນເຂດແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ຮັບຮອງເອົານັ້ນ ຫຼາຍຄົນ ເວົ້າວ່າ ແມ່ນ ຈີນເປັນຜູ້ສ້າງ ຂຶ້ນ ໂດຍຈັດວາງ ເງິນທຶນຮອງຮັບ ເພື່ອຈັດຕັ້ງປະຕິບັດ ໂຄງການ ນັ້ນເອົາໄວ້. ກ່ຽວກັບ ກອງປະຊຸມທີ່ວ່ານີ້ ນັກວິຊາການເຫັນວ່າ ເປັນການຂະຫຍາຍບົດບາດ ແລະອິດທິພົນຂອງຈີນ ໃນທົ່ວຂົງເຂດ ແມ່ນ້ຳຂອງ. ທ່ານ ອຽນແບຣ໌ ຜູ້ຊ່ວຍ ສາສດາຈານ ມະຫາວິທຍາໄລ ວີສຄອນຊິນ-ເມດິສັນ ຣັຖວີສຄອນຊິນ ສະຫະຣັຖ ອະເມຣິກາ ຜູ້ໄດ້ສຶກສາ ແລະວິໃຈ ແມ່ນ້ຳຂອງ ໄດ້ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:
“ເພິ່ນ [ຈີນ] ຢາກສະແດງບົດບາດຂອງເພິ່ນ ຢູ່ໃນພູມິພາກນີ້ນ່າ ລະກະໃຫ້ມີເກີດ ອັນໃດ ທີ່ວ່າເພິ່ນເອງເປັນຄົນ ສ້າງຂຶ້ນມານີ້ນ່າ ລະກະ ເລີຍຢາກລັກສນະວ່າ ເປັນ ເປັນ ເປັນ ພະເອກ ໃນໂຕນີ້ນິນ່າ ເນາະ ໃນອົງການ ແມ່ນ້ຳຂອງ ເພິ່ນບໍ່ໄດ້ ເປັນນີ້ນ່າ ແລະ ເພິ່ນບໍ່ໄດ້ ມີໂອກາດໄດ້ເປັນ ລະກະຫລາຍຄົນ ກະເລີຍເຂົ້າໃນແນວນັ້ນ.”
ໃນຣະຫວ່າງກອງປະຊຸມ ສປປລາວ ຮັບການເປັນປະທານຮ່ວມ ຈາກກັມພູຊາແຕ່ປີ 2018 ຫາ 2020 ຕາມຮອບວຽນຕົວອັກສອນ ພາສາ ອັງກິດ ຊຶ່ງກຳພູຊາ ເປັນປະທານຮ່ວມກັບຈີນ ແຕ່ປີ 2015 ຫາ 2017 ແລະຈະເປັນປະທານ ຮ່ວມກອງປະຊຸມ ສຸດຍອດ ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ຊຶ່ງ ສປປລາວ ຈະເປັນເຈົ້າພາບນັ້ນ.
ໃນໂອກາດເຂົ້າຮ່ວມ ກອງປະຊຸມຜູ້ນຳແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ນີ້ ທ່ານ ທອງລຸນ ສີສຸລິດ ໄດ້ພົບພໍ້ກັບ ທ່ານ ຫງວຽນ ຊວັນ ຟຸກ ນາຍົກ ຣັຖມົນຕຣີ ວຽດນາມ, ກັບ ທ່ານ ລີ ເຄີ້ສຽງ ນາຍົກຣັຖມົນຕຣີຈີນ ແລະທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກຳພູຊາ ເພື່ອປຶກສາ ຫາລື ກ່ຽວກັບການ ສົ່ງເສີມການພົວພັນຮ່ວມມື ສອງຝ່າຍໃຫ້ດີຂຶ້ນ.
ທ່ານໄດ້ພົບພໍ້ກັບທ່ານ ຫງວຽນ ຊວັນ ຟຸກ, ໄດ້ມີການປຶກສາຫາລືກັນ ກ່ຽວກັບການກະກຽມ 2 ກອງປະຊຸມໃຫຍ່ ທີ່ຈະຈັດຂຶ້ນ ໃນເດືອນ ກຸມພາ 2018 ນີ້ ຄື: ກອງປະຊຸມ ຣະຫວ່າງ ກົມການເມືອງ ສູນກາງພັກ ປະຊາຊົນ ປະຕິວັດລາວ ແລະພັກ ຄອມມິວນິສວຽດນາມ ແລະກອງປະຊຸມ ຄະນະກຳມາທິການ ຮ່ວມມື ລາວ-ວຽດນາມ ຄັ້ງທີ 40 ແລະໄດ້ເວົ້າເຖິງ ການລົງນາມ ໃນສັນຍາ ຣະຫວ່າງຣັຖບາລ ສປປລາວ ແລະວຽດນາມ ເປັນຕົ້ນແມ່ນສັນຍາ ກ່ຽວກັບໂຄງການກໍ່ສ້າງ ຫໍສະພາແຫ່ງຊາດ ຫຼັງໃໝ່ຂອງລາວ.
ທ່ານ ທອງລຸນ ສີສຸລິດ ກໍໄດ້ພົບພໍ້ກັບ ທ່ານ ຮຸນແຊນ ຊຶ່ງໃນນັ້ນ ສອງຝ່າຍໄດ້ເວົ້າກັນເຖິງ ການພົວພັນ ແລະການຮ່ວມມື ຣະຫວ່າງ ສອງປະເທສ ລາວແລະ ກຳພູຊາ ໃນປີ 2017 ທີ່ຜ່ານມາ. ທັງສອງຝ່າຍ ໄດ້ທົບທວນຄືນກ່ຽວກັບ ວຽກງານໃນດ້ານ ຕ່າງໆ ຮວມທັງ ວຽກງານ ກົງສູນ, ພະລັງງານໄຟຟ້າ, ເສຖກິດ, ການຄ້າ, ການທ່ອງທ່ຽວ ຊຶ່ງໃນນັ້ນຫລາຍຄົນເວົ້າວ່າ ທ່ານ ທອງລຸນ ແລະທ່ານ ຮຸນແຊນ ອາຈຈະໄດ້ເຈຣະຈາ ກັນເຖິງການແກ້ໄຂບັນຫາ ຂັດແຍ່ງ ຊາຍແດນແດນ ທີ່ຍັງບໍ່ໄປບໍ່ມາ ໃນປັດຈຸບັນນີ້ນຳດ້ວຍ ແຕ່ສື່ມວນຊົນ ຂອງທາງການລາວ ບໍ່ຣາຍງານໃຫ້ສາທາຣະນະຊົນຮູ້.
ທ່ານ ທອງລຸນ ໄດ້ພົບພໍ້ກັບທ່ານ ລີ ເຄີ້ສຽງ ນາຍົກຣັຖມົນຕຣີຈີນ. ໃນນັ້ນ ສອງຝ່າຍໄດ້ເວົ້າເຖິງຜົລສຳເລັດ ອັນດີຂອງການຢ້ຽມຢາມ ສປປລາວ ຂອງ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ຄອມມິວນິສຈີນ, ປະທານ ປະເທດຈີນ ໃນຣະຫວ່າງວັນທີ 13 ແລະ 14 ພຶສຈິກາ 2017 ທີ່ຜ່ານມາ ແລະທັງວ່າຈະສືບຕໍ່ ປະຕິບັດ 17 ໂຄງການ ທີ່ສອງຝ່າຍໄດ້ຕົກລົງກັນ ແລ້ວນັ້ນ ໃຫ້ສຳເຣັດຕາມເປົ້າໝາຍ ທີ່ວາງໄວ້, ເປັນຕົ້ນແມ່ນໂຄງການ ຣົດໄຟ ຄວາມໄວສູງ ລາວ - ຈີນ ທີ່ ເປັນ ໂຄງການຍຸດທະສາດ.
ພ້ອມກັນນັ້ນ ສອງຝ່າຍຍັງໄດ້ປຶກສາຫາລືກັນກ່ຽວກັບການເປັນປະທານຮ່ວມ ຂອງ ສປປລາວ ກັບຈີນ ໃນຂອບການຮ່ວມມື ແມ່ນ້ຳຂອງ ແມ່ນ້ຳລ້ານຊ້າງ ແຕ່ປີ 2018 ຫາ 2020 ແລະກ່ຽວກັບການ ເຂົ້າຮ່ວມງານ ວາງສະແດງສາກົນ ກ່ຽວກັບການນຳ ສິນຄ້າ ເຂົ້າຂອງຈີນ (China International Import EXPO) ທີ່ຈະຈັດຂຶ້ນຢູ່ ນະຄອນຊຽງໄຮ ປະເທສຈີນ ໃນເດືອນພຶສຈິກາ 2018 ນີ້ ຊຶ່ງທ່ານ ທອງລຸນ ຈະໄປເຂົ້າຮ່ວມ.
ກ່ຽວກັບບັນຫາທີ່ວ່ານີ້ ນັກສັງເກດການເຕືອນ ສປປລາວ ໃຫ້ຣະວັງເຣຶ່ອງການຊ່ວຍເຫລືອຂອງຈີນ. ຈີນ ກໍາລັງດຶງ ສປປລາວ ເຂົ້າຢູ່ໃນວົງໂຄຈອນຂ ອງອິດທິພົນ ຂອງຣັຖບາລຈີນ ຫລາຍຂຶ້ນ ດ້ວຍການຊ່ວຍເຫລືອ ໂຄງການພັທນາຕ່າງໆ.
ນັກສັງເກດການບອກວ່າ ຈີນກໍລັງແພ່ອິດທິພົນໃນລາວ ເພື່ອໃຫ້ລາວສນັບສນູນຈີນ ໃນຢູ່ໃນເວທີ ອາຊຽນ ໃນການແກ້ໄຂບັນຫາ ຢູ່ທະເລຈີນໃຕ້. ນັກວິໃຈ ໄມເຄິລ ຮາທ ຂຽນໃນວາຣະສານ World Politics Review ເມື່ອເດືອນທັນວາ ທີ່ຜ່ານມາວ່າ ລາວ ບໍ່ມີທາງເລືອກອື່ນ ນອກຈາກຮັບເງິນລົງທຶນ ຈໍານວນ ມະຫາສານຈາກ ຈີນ ເຖິງແມ່ນວ່າ ຈະເຮັດໃຫ້ ຈີນ ມີອິດທິພົນ ຢູ່ລາວ ຫລາຍຂຶ້ນ ທັງທາງດ້ານ ເສຖກິດ ແລະການເມືອງ ກໍຕາມ ແລະວ່າ ລາວບໍ່ອາຈ ປະຕິເສດເງິນທຶນ ຂອງຈີນໄດ້ ເພາະ ຈໍາເປັນຕ້ອງການໃຫ້ ເສຖກິດເຕີບໂຕ ຕໍ່ເນຶ່ອງ ແລະຄິດວ່າ ເມື່ອປະເທສ ມີການພັທນາ ຈຶ່ງຈະຮັກສາຣະບອບ ການເມືອງແບບພັກດຽວ ໄວ້ໄດ້.