ທ.ດໍໂນ ທຣໍາ ແລະ ທ.ກິມ ຈັອງ ອຸນ ພົບກັນ ຢູ່ ສິງກະໂປ

ປະທານາທິບໍດີ ສະຫະຣັຖ ອາເມຣິກາ ທ່ານ Donald Trump ແລະ ຜູ້ນໍາ ເກົາຫຼີເໜືອ ທ່ານ Kim Jong Un ພົບກັນ ທີ່ສິງກະໂປ ໃນມື້ວັນທີ 12 ມິຖຸນາ 2018
ປະທານາທິບໍດີ ສະຫະຣັຖ ອາເມຣິກາ ທ່ານ Donald Trump ແລະ ຜູ້ນໍາ ເກົາຫຼີເໜືອ ທ່ານ Kim Jong Un ພົບກັນ ທີ່ສິງກະໂປ ໃນມື້ວັນທີ 12 ມິຖຸນາ 2018 (AFP)

0:00 / 0:00

ກອງປະຊຸມສຸດຍອດຄັ້ງທໍາອິດ ຣະຫວ່າງ ປະທານາທິບໍດີ ສະຫະຣັຖອາເມຣິກາ Donald Trump ແລະ ຜູ້ນໍາເກົາຫລີເໜືອ ກິມຈັອງ ອຸນ ເມື່ອວັນທີ 12 ມິຖຸນາ 2018 ດໍາເນີນໄປ ບໍ່ຮອດ 5 ຊົ່ວໂມງ ທີ່ເກາະ Santoza ປະເທດສິງກະໂປ ພາຍຫລັງຜູ້ນໍາ 2 ປະເທດ ນັ້ນ ໄດ້ລົງນາມ ໃນເອກສານທີ່ ທ່ານ Donal Trump ເອີ້ນວ່າ ຈົດໝາຍຄົບຖ້ວນ comprehensive letter ນັ້ນ ທ່ານ Donal Trump ໄດ້ໃຫ້ຄໍາໝັ້ນວ່າ ຈະຍົກເລີກ ການຊ້ອມຣົບ ປະຈໍາປີ ກັບ ເກົາຫລີໃຕ້ ທີ່ກໍານົດມີຂຶ້ນ ໃນເດືອນ ສິງຫາ ທີ່ຈະມາເຖິງນີ້ ແລະວ່າ ເກົາຫລີເໜືອ ໄດ້ໃຫ້ສັນຍາ ວ່າຈະທໍາລາຍ ສະຖານທີ່ທົດລອງ ຈະຣວດນໍາວິຖີຖີ້ມ ຂນະທີ່ຜູ້ນໍາ ເກົາຫລີເໜືອ ກ່າວວ່າ ທ່ານແລະທ່ານ Donald Trum ໄດ້ຫາຣືກັນຄັ້ງສໍາຄັນ ຢ່າງເປັນປວັດການ ແລະຕັດສິນໃຈ ວ່າຈະປະລະ ອາດີດ ໄວ້ເບື້ອງຫລັງ ໂລກຈະໄດ້ເຫັນ ການປ່ຽນແປງ ຄັ້ງໃຫຍ່.

ຊຶ່ງ ສປປລາວ ກໍໄດ້ອອກຖແລງການ ສະແດງຄວາມຍິນດີ ຕໍ່ຜົລຂອງການພົບປະສຸດຍອດນັ້ນ. ແລະຕາມຂ່າວຈາກ ກະຊວງການຕ່າງປະເທດ ສປປລາວ ແລ້ວແມ່ນວ່າ ໃນການຕອບຄໍາຖາມ ຂອງສື່ມວນຊົນ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ທ່ານ ສະເຫລີມໄຊ ກົມມະສິດ ກໍໄດ້ຍໍ້າຕື່ມວ່າ ຣັຖບານລາວ ສະແດງຄວາມຍິນດີ ຕໍ່ຜົລສໍາເຣັດ ຂອງການພົບປະ ສຸດຍອດຄັ້ງ ປວັດສາດ ຣະຫວ່າງຜູ້ນໍາ ຂອງ 2 ປະເທດນີ້ ຊຶ່ງຈະເປັນບາດກ້າວໃໝ່ ແຫ່ງການພົວພັນ ຣະຫວ່າງ ສະຫະຣັຖ ອາເມຣິກາ ແລະ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນເກົາຫລີ, ຈະປະກອບສ່ວນ ສໍາຄັນເຂົ້າໃນການປົກປັກຮັກສາ ສັນຕິພາບ ແລະສະເຖັຽຣະພາບ ໃນແຫລມເກົາຫລີ ແລະໃນໂລກ, ກ້າວໄປສູ່ການສ້າງ ແຫລມເກົາຫລີ ໃຫ້ເປັນເຂດ ປອດນິວເຄລັຽ.

ການລົງນາມໃນເອກສານນັ້ນ ທ່ານ Trump ບອກວ່າຈະນໍາໄປສູ່ ການປະຊຸມ ພົບພໍ້ກັນຕ່າງໆ ຢ່າງຫລີກລ່ຽງບໍ່ໄດ້. ທຸກໆຄົນຈະຕ້ອງປະທົບໃຈ ທຸກໆຄົນຈະມີຄວາມສຸກ ພວກທ່ານຈະພາກັນ ແກ້ໄຂບັນຫາທີ່ຮ້າຍແຮງ ຂອງໂລກ ແລະເນັ້ນວ່າ ທ່ານ ໄດ້ຜູກຄວາມສັມພັນ ພິເສດ ກັບ ທ່ານ ກິມຈັອງອຸນ ແລະຄວາມ ສັມພັນຣະຫວ່າງ ສະຫະຣັຖອາເມຣິກາ ແລະ ເກົາຫລີເໜືອ ຈະບໍ່ເໝືອນເດີມ ອີກຕໍ່ໄປ. ທ່ານ Trump ກ່າວວ່າ:

"We’re very proud of what took place today. I think the whole relationship with NKorea and the Korean peninsular is going to be very much different situation that it had in the past.. ພວກເຮົາ ມີຄວາມພາກພູມໃຈ ໃນສິ່ງທີ່ເກີດມີຂຶ້ນ ໃນມື້ນີ້. ຂ້າພະເຈົ້າຄິດວ່າ ການ ພົວພັລທັງໝົດກັບ ເກົາຫລີເໜືອ ແລະ ແຫລມເກົາຫລີ ຈະມີສະພາບ ທີ່ແຕກຕ່າງ ໄປຈາກຣະຍະທີ່ຜ່ານມາ."

ແລະທ່ານກໍໄດ້ເປີດກວ້າງ ທີ່ຈະເດີນທາງໄປຢ້ຽມຢາມ ເກົາຫລີເໜືອ ຢ້ຽມຢາມກຸງ ພຽງຢາງ ທັງຕອບຄໍາຖາມ ຂອງນັກຂ່າວວ່າ ຈະເຊີນຜູ້ນໍາ ເກົາຫລີເໜືອ ໄປເປັນແຂກ ຂອງທໍານຽບຂາວ ຢ່າງແນ່ນອນ. ພ້ອມດຽວກັນ ກໍກ່າວຊົມຜູ້ນໍາໜຸ່ມ ຂອງ ເກົາຫລີເໜືອວ່າ ເປັນຄົນສລາດຫລັກແຫລມ ແລະເປັນນັກເຈຣະຈາ ທີ່ມີຄວາມສາມາດສູງ.

ທ່ານ Trump ກ່າວວ່າພວກທ່ານຈະມີ ການພົວພັນທີ່ດີຍິ່ງ ໂດຍບໍ່ຕ້ອງສົງໃສ ຂນະທີ່ ທ່ານ ກິມ ກໍກ່າວຜ່ານຫລ່າມ ວ່າ 2 ປະເທດນີ້ ໄດ້ຜ່ານຂ້າມອຸປສັກ ແລະຄວາມຄິດເຫັນ ທີ່ຂາດເຫດຂາດຜົລ ໃນຣະຍະທີ່ຜ່ານມາ:

"ທີ່ຖານທັບ base Andrews ຣັຖ Maryland ພາຍຫລັງເດີນທາງກັບ ຈາກ ສິງກະໂປ ທ່ານ Donald Trump ກໍໄດ້ tweet ຜ່ານ tweeter ວ່າ ທຸກຄົນຂນະນີ້ ສາມາດຮູ້ສຶກປອດພັຍຂຶ້ນ ຫລາຍກວ່າຕອນທີ່ທ່ານ ເຂົ້າມາເປັນປະທານາທິບໍດີ.
ຢ່າງໃດກໍຕາມ ກໍມີຄໍາຖາມຈາກ ນັກຊ່ຽວຊານ ວ່າເປັນຫຍັງຈຶ່ງມີການລົງນາມ ໃນເອກກະສານ ທີ່ເກົາຫລີເໜືອ ບໍ່ຍິນຍອມແບບ ເປັນພື້ນຖານ ໃນການປົດອາວຸດ ນິວເຄລັຽ ຂອງຕົນ.

ຂ່າວພາສາອັງກິດ ຂອງ RFA ຣາຍງານໃນມື້ວັນທີ 12 ມີຖຸນາ 2018 ນີ້ວ່າໃນການສລຸບ ກອງປະຊຸມສຸດຍອດ ທີ່ສິງກະໂປ ຜູ້ນໍາທັງ 2 ປະເທດ ໄດ້ອອກ ຖແລງການຮ່ວມ ໃຫ້ຄໍາໝັ້ນວ່າ ຈະສ້າງຕັ້ງການພົວພັນກັນ ແບບໃໝ່, ສ້າງຣະບອບ ທີ່ສັນຕິ ໃນແຫລມເກົາຫລີ ແລະດໍາເນີນການຄົ້ນຫາ ເສດເຫລືອ ຂອງສະເລີຍເສີກ ອາເມຣິກັນ ແລະທະຫານທີ່ຫາຍສາບສູນ ໄປໃນຣະຫວ່າງປະຕິບັດໜ້າທີ່ ຢູ່ເກົາຫລີເໜືອ ເພື່ອສົ່ງກັບຄືນ ສະຫະຣັຖ.

ຖແລງການເວົ້າວ່າ ທ່ານ Donald Trump ໄດ້ໃຫ້ການຮັບປະກັນ ຄວາມປອດພັຍ ແກ່ເກົາຫລີເໜືອ ແລະ ທ່ານ Kim Jong Un ໄດ້ຍໍ້າເຖິງຄວາມ ຕັ້ງໃຈ ຂອງທ່ານ ທີ່ຈະປົດອາວຸດນິວເຄລັຽ ຂອງແຫລມເກົາຫລີ.

ທ່ານ Donald Trump ຮັບຮູ້ວ່າ ເອກກະສານນັ້ນ ບໍ່ໄດ້ເວົ້າເຖິງການປົດອາວຸດ ຂອງແຫລມເກົາຫລີ ແບບມີການກວດສອບ ແລະຕ່າວປີ້ນບໍ່ໄດ້. ແຕ່ທ່ານ ໄດ້ກ່າວຕໍ່ສື່ມວນຊົນ ວ່າທ່ານໄດ້ປຶກສາຫາຣື ກ່ຽວກັບ ມາຕການຕ່າງໆ ກັບທ່ານ ກິມ ຈັອງ ອຸນ ແລະວ່າ ຂະບວນການນັ້ນ ຈະຖືກ ກວດສອບ ໂດຍຜູ້ສັງເກດການ ຮ່ວມ ອາເມຣິກັນ ແລະສາກົລ.

ຜູ້ສັງເກດການ ຕ່າງກໍສັລເສີນກອງປະຊຸມສຸດຍອດຄັ້ງນີ້ ຍ້ອນຜູ້ນຳທັງ 2 ຕົກລົງກັນໄດ້ ຊຶ່ງເມື່ອຫລາຍເດືອນຫລັງມານີ້ ໄດ້ທ້າທາຍກັນເຖິງ ເຣຶ່ອງສົງຄາມ, ແຕ່ກໍເວົ້າວ່າ ການເຈຣະຈາກັນ ທີ່ກໍາລັງຄືບໜ້າໄປ ຢູ່ນີ້ ຕ້ອງໄດ້ຮວມເຖິງສິ່ງ ສະເພາະເຈາະຈົງ ຕ່າງໆ ເພື່ອໃຫ້ເກົາຫລີເໜືອ ກຽມຄວາມພ້ອມຢຸດເຊົາ ໂຄງການຜລິດອາວຸດນິວເຄລັຍ.

ທ່ານ Frank Aum ຜູ້ຊຽວຊານດ້ານເກົາຫລີເໜືອ ປະຈໍາສະຖາບັນເພື່ອສັນຕິພາບ ຂອງສະຫະຣັຖອາເມຣິກາ ທີ່ກຸງ Washington ດີຊີ ແລະ ເປັນອາດີດ ທີ່ປຶກສາອາວຸໂສ ດ້ານເກົາຫລີເໜືອ ກ່າວຕໍ່ RFA ຜແນກພາສາເກົາ ຫລີວ່າ ທ່ານ Donald Trump ໄດ້ວາງສິ່ງກີດກັນ ໄວ້ຕໍ່າຫລາຍ ໃນການໄປ ກອງປະຊຸມສຸດຍອດຄັ້ງນີ. ທ່ານເວົ້າວ່າ ຢ່າງໜ້ອຍທັງ 2 ຝ່າຍຄອງຄອຍການ ມີຖແລງການຮ່ວມ ໂດຍສະເພາະ ເຣື່ອງການປົດອາວຸດ ໃນແຫລມເກົາຫລີ ແລະ ການຮັບປະກັນ ຄວາມປອດພັຍ.

ແລະທ່ານ Yun-min ຊ່ຽວຊານດ້ານການຕ່າງປະເທດ ປະຈໍາ ມະຫາວິທຍາລັຍ Hankuk ຢູ່ກຸງໂຊລ ເວົ້າເຖິງຄໍາສັນຍາ ທີ່ໄດ້ມີຂຶ້ນຢູ່ ກອງປະຊຸມສຸດຍອດ ນັ້ນວ່າ ການເຈຣະຈາ ຣະຫວ່າງສະຫະຣັຖ ອາເມຣິກາ ແລະເກົາຫລີເໜືອ ເປັນການພົບພໍ້ກັນ ຣະຫວ່າງ ຜູ້ນໍາຂອງ 2 ປະເທດ, ດັ່ງນັ້ນ ຂໍ້ຕົກລົງກັນ ຈຶ່ງມີຈຸດຕ່າງໆ ທາງດ້ານທິສດີ. ນັ້ນໝາຍຄວາມວ່າ ນັບແຕ່ນີ້ໄປ ຂັ້ນຕອນການກວດສອບ ເຣື່ອງການປົດອາວຸດ ນິວເຄລັຽ ຈະເວົ້າກັນຢູ່ ໃນການເຈຣະຈາ ຂັ້ນວິຊາການ ຂອງສະຫະຣັຖອາເມຣິກາ ແລະເກົາຫລີເໜືອ ຊຶ່ງຈະເປັນບັນຫາ ທີ່ຈະຍົກຂຶ້ນເວົ້າກັນອີກ.

ແຕ່ຜູ້ສັງເກດການຄົນອື່ນໆເວົ້າວ່າ ສະຫະຣັຖ ອາເມຣິກາ ໄດ້ຍອມຜ່ອນສັ້ນຜ່ອນຍາວ ຫລາຍເກີນໄປ ໃນການໃຫ້ຄໍາສັນຍາ ທີ່ຈະຍຸຕິການຊ້ອມຣົບ ໂດຍທີ່ບໍ່ໄດ້ເວົ້າເຖິງ ກໍານົດເວລາ ທີ່ເກົາຫລີເໜືອ ຈະຢຸດເຊົາໂຄງການອາວຸດນິວເຄລັຽ ຂອງເຂົາແນວໃດ ຂະນະທີ່ ທ່ານ Donald Trump ຕົກລົງ ທີ່ຈະພົບພໍ້ກັບທ່ານ ກິມ ຈັອງ ອຸນ ຕື່ມອີກ.

ເກົາຫລີເໜືອ ເປັນປະເທດນຶ່ງ ທີ່ມີການກົດຂີ່ ປາບປາມປະຊາຊົນຫລາຍທີ່ສຸດໃນໂລກ, ຈໍາກັດສິດເສຣພາບ ຂັ້ນພື້ນຖານ ຢ່າງໜັກໜ່ວງ, ຫ້າມບໍ່ໃຫ້ມີການຄັດຄ້ານ ທາງການເມືອງ, ບໍ່ໃຫ້ມີສື່ມວນຊົນເສຣີ, ແລະມີການລົງໂທດຮ້າຍແຮງ ຮວມທັງການ ທໍຣະມານ ການຂົ່ມຂືນ ການບັງຄັບໃຫ້ອອກແຮງງານໜັກ ແລະການປະຫານຊີວິດ ສໍາລັບພວກຄົນ ທີ່ກະທໍາຜິດເລັກນ້ອຍ ຫລືພຍາຍາມທີ່ຈະ ໂຕນໜີອອກຈາກ ເກົາຫລີເໜືອ.

ປະທານາທິບໍດີ Donald Trump ກ່າວວ່າ ພາຍຫລັງກອງປະຊຸມສຸດຍອດ ບັນຫາສິດທິມະນຸດ ຈະຖືກຍົກຂຶ້ນເວົ້າໃນຣະຫວ່າງ ການປຶກສາຫາຣື 2 ຝ່າຍ, ແຕ່ສິ່ງນັ້ນບໍ່ໄດ້ເວົ້າ ຢ່າງເຈາະຈົງ ໃນຖແລງການຂອງທັງ 2 ຝ່າຍ.

ທ່ານ Sung Cheol Choi ຜູ້ທີ່ໄດ້ໂຕນໜີອອກຈາກເກົາຫລີເໜືອ ແລະປະຈໍາຢູ່ເກົາຫລີໃຕ້ ເວົ້າວ່າ ກອງປະຊຸມສຸດຍອດນັ້ນ ເປັນບາດກ້າວທໍາອິດ ເພື່ອປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນ ໃນເກົາຫລີເໜືອ ທີ່ອືດອາດມາ ຍ້ອນການລົງໂທດ ທາງ ເສຖກິດຂອງນາໆຊາດ ເພື່ອເປັນການຕອບໂຕ້ ການທົດລອງ ຈະຣວດນໍາວິຖີ ແລະອາວຸດນິວເຄລັຽ ຂອງເກົາຫລີເໜືອ.

ທ່ານເວົ້າວ່າ ບັນຫາສິດທິມະນຸດ ສາມາດແກ້ໄຂໄດ້ ເມື່ອເກົາຫລີເໜືອ ມີຄວາມສົມບູນພູນສຸກ ທາງດ້ານເສຖກິດ. ເກົາຫລີເໜືອ ສາມາດພັທນາເສຖກິດໄດ້ ໂດຍຜ່ານການພົວພັນທີ່ດີຂຶ້ນ ກັບສະຫະຣັຖອາເມຣິກາ. ດັ່ງນັ້ນທ່ານຈຶ່ງຫວັງວ່າ ກອງປະຊຸມ ສຸດຍອດ ທີ່ສິງກະໂປ ຈະເປັນບາດກ້າວສໍາຄັນ ສໍາລັບການພັທນາເສຖກິດ ຢູ່ເກົາຫຼີເໜືອ.

ແຕ່ທ່ານ Sung Min Kim ຜູ້ໂຕນໜີຈາກເກົາຫລີເໜືອ ແລະເປັນນັກຂ່າວ ປະຈໍາຢູ່ເກົາຫລີໃຕ້ ເວົ້າເຖິງກອງປະຊຸມນັ້ນວ່າ ມັນຈະເຮັດໃຫ້ຜະເດັດການ ຄົນອື່ນໆ ຄິດວ່າ ປະເທດນ້ອຍ ທີ່ເຂົາປົກຄອງຢູ່ນັ້ນ ພວກເຂົາຕ້ອງຄິດພຽງແຕ່ ສ້າງຄັງສາງອາວຸດ ນິວເຄລັຽ ຢ່າງໄວວາ ເພື່ອທີ່ຈະສາມາດເທົ່າທຽມ ກັບສະຫະຣັຖອາເມຣິກາ.

ທ່ານ Sung Min Kim ກ່າວວ່າ ການຣະເມີດສິດທິມະນຸດ ໃນເກົາຫລີເໜືອມີຢ່າງແຜ່ຫລາຍ ຈົນວ່າຍາກ ທີ່ຈະເລັ່ງໃສ່ພຽງກໍຣະນີດຽວ ໃນການເຈຣະຈາ ໃນອະນາຄົດ ຣະຫວ່າງ ຣັຖບານສະຫະຣັຖອາເມຣິກາ ແລະ ເກົາຫລີເໜືອ, ແຕ່ກໍຂໍສເນີວ່າຣະບອບ ຜະເດັດການ gulag ຂອງເກົາຫລີເໜືອ ເປັນປັດໃຈຕົ້ນຕໍ ຂອງການຣະເມີດສິດທິມະນຸດນັ້ນ. ຖ້າຫາກວ່າຄ້າຍຄຸມຂັງ ບັງຄັບໃຫ້ອອກແຮງງານໜັກ ຖືກທັບມ້າງ, ບັນຫາສິດ ທິມະນຸດຕ່າງໆ ຢູ່ເກົາຫລີເໜືອ ເກືອບວ່າທັງໝົດ ຈະຖືກແກ້ໄຂ.

ກ່ຽວກັບຂໍ້ຕົກລົງ ໃນກອງປະຊຸມ ສຸດຍອດຣະຫວ່າງ ປະທານາທິບໍດີ Donald Trump ແລະຜູ້ນໍາເກົາຫລີເໜືອ ກິມ ຈັອງ ອຸນ ຂ່າວຣັອຍເຕີສ ຣາຍງານວ່າ ເປັນຈຸດເລີ່ມຕົ້ນ ຂອງຂະບວນການເຈຣະຈາ ທາງການທູດ ທີ່ຄາດກັນວ່າ ຈະດໍາເນີນຢູ່ຕໍ່ໄປນັ້ນ ໃນຂນະທີ່ມີແນວໂນ້ມ ທີ່ຈະເຮັດໃຫ້ ບັນຍາກາດຄວາມປອດພັຍ ໃນພາກພື້ນເອເຊັຽຕາເວັນອອກ ສຽງເໜືອ ປ່ຽນແປງໄປໃນທາງທີ່ດີ ຄືກັນກັບສມັຍ ທີ່ປະທານາທິບໍດີ ສະ ຫະຣັຖອາເມຣິກາ Richard Nixon ເດີນທາງໄປຢ້ຽມຢາມ ປະເທດຈີນເມື່ອ ປີ 1972 ທີ່ນໍາມາຊຶ່ງການປະຕິຮູບ ຢູ່ຈີນ.

ໃນຖະແຫຼງການຮ່ວມຢືນຢັນວ່າ ຜູ້ນໍາ 2 ປະເທດ ໄດ້ເຈລະຈາກັນຢ່າງຮອບດ້ານ, ເລິກເຊິ່ງ, ກວ້າງຂວາງ ແລະຈິງໃຈ ກ່ຽວກັບບັນດາບັນຫາ ທີ່ກ່ຽວຂ້ອງ ເຖິງການສ້າງຕັ້ງການພົວພັນ ແບບໃໝ່ຣະຫວ່າງ 2 ປະເທດ ແລະສ້າງກົນໄກສັນຕິພາບ ຢ່າງຍາວນານ ແລະ ສະຖຽນຣະພາບໃນແຫຼມເກົາຫຼີ.

ໃນກອງປະຊຸມສຸດຍອດຄັ້ງປວັດສາດ ຣະຫວ່າງ ປະທານາທິບໍດີ Donald Trump ແລະ ທ່ານ ກິມ ຈັອງ ອຸນ ຜູ້ນຳສູງສຸດ ເກົາຫລີເໜືອ ໄດ້ລົງນາມ ໃນເອກກະສານ ສຳຄັນ 4 ສະບັບ ຊຶ່ງຖືເປັນປວັດສາດ ໜ້າໃໝ່ ຂອງຄວາມສຳພັນຣະຫວ່າງ 2 ປະເທດ.
ຜູ້ນໍາສູງສຸດຂອງ 2 ປະເທດ ໄດ້ຕົກລົງເຫັນດີນໍາກັນໃນ 4 ຂໍ້ຄື: ສະຫະຣັຖ ອາເມຣິກາ ແລະ ສປປ ເກົາຫລີ ໃຫ້ຄຳໝັ້ນວ່າ:

1. ຈະສ້າງຄວາມສຳພັນໃໝ່ ຕາມຄວາມປາຖນາ ຂອງປະຊາຊົນທັງສອງປະເທດ ເພື່ອສັນຕິພາບ ແລະຄວາມຮຸ່ງເຮືອງ.

2. ຈະຮ່ວມກັນສ້າງຣະບອບສັນຕິພາບ ທີ່ຍືນຍົງ ແລະ ໝັ້ນຄົງໃນແຫຼມເກົາຫຼີ.

3. ຢືນຢັນຕາມສັນຍາປັນມຸມຈອມ ເມື່ອວັນທີ 27 ເມສາ 2018 ທີ່ ສປປ ເກົາຫລີ ໃຫ້ຄຳໝັ້ນວ່າ ຈະເດີນໜ້າປົດນີວເຄລັຽ ຢູ່ແຫລມເກົາຫລີ ຢ່າງສົມບູນ.

4. ຈະຊອກຫາ ແລະ ມອບສົ່ງເສດເຫລືອ ຂອງສເລີຍເສິກ ອາເມຣິກັນ (POW) ແລະເຈົ້າໜ້າທີ່ MIA ຢູ່ເກົາຫລີເໜືອ

ໃນຖແລງການຮ່ວມຂອງ 2 ປະເທດ ຜູ້ນໍາ 2 ປະເທດ ໃຫ້ຄຳໝັ້ນສັນຍາ ທີ່ຈະຮ່ວມມື ໃນການພັທນາການພົວພັນໃໝ່ ຣະຫວ່າງ ສະຫະຣັຖອາເມຣິກາ ເກົາຫລີເໜືອ ແລະເພື່ອຊຸກຍູ້ສັນຕິພາບ, ສະເຖັຽຣະພາບ ແລະຄວາມໝັ້ນຄົງ ໃນແຫລມເກົາຫລີ ແລະໃນໂລກ.