ທັສນະສາສດາຈານ ດຣ. ກູ່ຢັ່ງ ມິຕພາບ ລາວ-ວຽດນາມ

ສົມເນ
2017.09.13
F-Kou-Yang ສາສດາຈານ ດຣ. ກູ່ຢັ່ງ (ຂວາ) ໃຫ້ທັສນະກ່ຽວກັບ ຄວາມສັມພັນພິເສດ ລາວ-ວຽດນາມ
Dr. KouYang

ໃນວັນສະຫລອງການລົງນາມ ສົນທິສັນຍາ ມິຕພາບ ລາວ-ວຽດນາມ ຄົບຮອບ 40 ປີ ວັນທີ 18 ກໍຣະກະດາ ແລະການສະຫຼອງຄວາມ ສັມພັນ ທາງການທູດຄົບຮອບ 55 ປີ ພນະທ່ານ ບຸນຍັງ ວໍຣະຈິດ ປະທານປະເທດ ໄດ້ກ່າວຄໍາປາໃສ ຍືດຍາວ ພັລນາ ເຖິງປວັດສາດ ການຮ່ວມມື ລະຫ່ວາງຂະບວນການ ລາວ ຝ່າຍປະຕິວັດ ກັບຂະບວນການ ວຽດນາມ ຝ່າຍຄອມມູຍນິສ ພາຍໃຕ້ຄັນຮົ່ມ ແນວໂຮມພັກ ຄອມມູຍນິສ ອິນດູຈີນ ທີ່ຕັ້ງຂື້ນໃນປີ 1930, ການປະກາດ ເອກກະຣາຊຈາກຝຣັ່ງ ການຕັ້ງກອງກໍາລັງ ທະຫານປະສົມ ລາວ-ວຽດ ຂຶ້ນ ໃນເດືອນຕຸລາ ປີ 1945 ເພື່ອຕໍ່ສູ້ກັບຝຣັ່ງ ທີ່ກັບຄືນມາປົກຄອງລາວ ກັບກໍາລັງທີ່ເພິ່ນເອີ້ນວ່າ ລູກແຫລ່ງຕີນມື ຂອງກໍາລັງ ລ້າເມືອງຂື້ນ ຈົນມາຮອດ ການກໍາເນີດ ຂອງພັກ ປະຊາຊົນລາວ ໃນປີ 1955  ແລ້ວສືບຕໍ່ ພາຣະກິດ ຕໍ່ສູ້ກັບ ສະຫະຣັຖ ກັບຝ່າຍ ຣາຊອານາຈັກ ຈົນໃນທີ່ສຸດ ສາມາດປົດປ່ອຍ ປະເທດຊາດ ອອກຈາກ ລະບອບລ້າເມືອງ ຂຶ້ນແບບໃໝ່. ທັງໝົດນີ້ ຕົ້ນຕໍແມ່ນພາຍໃຕ້ ການຊ່ວຍເຫລືອ ເກື້ອກູນ ທັງກໍາລັງ ການເມືອງ ແລະກໍາລັງ ທະຫານ ຂອງວຽດນາມ. ເຊີນທ່ານຟັງການສໍາພາດ ຕໍ່ໄປໄດ້...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.