ກອງປະຊຸມທົບທວນ ສິດທິ ມະນຸດ ຢູ່ລາວ

ຈໍາປາທອງ
2018.07.16
F-ADL ດຣ. ບຸນທອນ ຈັນທະລາວົງ-ວີເຊີ(ຂວາ) ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ
RFA/ADL

ກອງປະຊຸມທົບທວນ ການປະຕິບັດສິດທິມະນຸດ ປະຈຳຣະຍະຂອງສະຫະປະຊາຊາດ ທີ່ ນະຄອນເຈນີວາ ປະເທສ ສະວິສເຊິແລັນ 2 ມື້ ໄດ້ເລັ່ງທວງໃຫ້ຣັຖບາລ ສປປລາວ ຕອບຄຳຖາມກ່ຽວກັບ ຂໍ້ຂ້ອງໃຈໃນບັນຫາ ການຣະເມີດສິດທິມະນຸດ ຢູ່ລາວ ຮວມທັງກໍຣະນີ ທ່ານ ສົມບັດ ສົມພອນ ທີ່ຖືກຫາຍສາບສູນໄປ ເມື່ອປີ 2012.

ແຕ່ຣັຖບາລ ສປປລາວ ຕອບໄປແບບຄຸມເຄືອ. ຈຳປາທອງ ມີບົດສຳພາດ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຜູ້ໄດ້ເຂົ້າຮ່ວມກອງປະຊຸມ ແລະທັງນຳພາການປະທ້ວງ ຢູ່ຕໍ່ໜ້າສຳນັກງານ ສະຫະປະຊາຊາດ ຕ້ານຣັຖບາລ ສປປລາວ ທີ່ຣະເມີດສິດທິມະນຸດ ມາສເນີທ່ານ ເຊີນຮັບຟັງໄດ້…

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.