ຄຣິສຕຽນຢູ່ລາວຍັງຖືກ ກົດຂີ່

ສິດນີ
2017.04.05
F-Christian ໂບດຂອງຊາວຄຣິສຕຽນໃນ ສປປລາວ
RFA/LX

ອົງການ WORLD WATCH MONITOR ຣາຍງານໃນວັນທີ 22 ມິນາ 2017 ວ່າຍັງມີການກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ຢູ່ໃນລາວ ໃນທຸກມື້ນີ້ ກໍຣະນີ ຫລ້າສຸດໃນເດືອນ ມົກກະຣາ ຜ່ານມາ ທ້າວເຢັງ ຫົວຫນ້າ ໂບດຄຣິສຕຽນ ໃນລາວ ຖືກຄົນລັກ ຈູດບ້ານ ຈົນຊັບສິນ ໃນເຮືອນຂອງລາວ ເສັຽຫາຍ ຢ່າງຫຼວງຫຼາຍ ແລະ ໃນເວລາດຽວກັນ ກໍມີຄຸນພໍ່ ຊູ ຊາວຄຣິສຕຽນລາວ ອີກຄົນນຶ່ງ ຖືກຍາດພີ່ນ້ອງ ນໍາຂ້າ ຫຼື ພຍາຍາມ ໄລ່ລາວອອກຈາກບ້ານ ເພາະຖືວ່າ ເປັນຜູ້ສ້າງບັນຫາ ໃຫ້ແກ່ຄອບຄົວ ຊຶ່ງ ປັດຈຸບັນ ຄຸນພໍ່ຊູ ກໍໄດ້ໄປ ອາສັຍ ຢູ່ບ້ານອື່ນ.

ວ່າງປີ 2016 ຊາວຄຣິສຕຽນ ທີ່ແຂວງ ຫຼວງພຣະບາງ ຜູ້ທີ່ມີອາຊີບ ເປັນນາຍຄຣູ ຖືກ ເຈົ້າຫນ້າທີ່ຈັບ ຍ້ອນລາວ ໄດ້ຊັກຊວນ ໃຫ້ຊາວ ບ້ານ ຫັນມາ ນັບຖື  ສາສນາ ຄຣິສຕຽນ ເພາະເຊື່ອວ່າ ເປັນຫົນທາງ ເຮັດໃຫ້ຫາຍປ່ວຍ ຫຼັງຈາກນັ້ນເມຶ່ອຫົວຫນ້າ ໂຮງຮຽນຮູ້ເຣື້ອງ ລາວກໍຖືກ ໄລ່ອອກການ.

ກ່ຽວກັບບັນຫາດັ່ງກ່າວ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ຫ້ອງການ ແນວລາວ ສ້າງຊາດ ທີ່ແຂວງ ຫຼວງພຣະບາງ ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ຜ່ານມາ ທາງການລາວ ບໍ່ໄດ້ຈັບ ຊາວຄຣິສຕຽນ ແຕ່ຢ່າງໃດ ມີແຕ່ໃຫ້ ການສຶກສາ ອົບຮົມແກ່ຜູ້ທີ່ ສອນສາສນາ ຄຣິສຕຽນ ໃຫ້ຊາວບ້ານເທົ່ານັ້ນ. ດັ່ງທ່ານກ່າວ ໃນວັນທີ 28 ມິນາ ວ່າ:

"ເຮົາກະໃຫ້ຂະເຈົ້າ ເຄື່ອນໄຫວ ຕາມດຳຣັດ 92 ຫັ້ນນະ ບໍ່ໄດ້ຈຳກັດ ປານໃດນະ ມີແຕ່ຜ່ານມາ ຂະເຈົ້າເຄື່ອນໄຫວ ບໍ່ຖືກຕ້ອງຕາມ ດຳຣັດຊື່ໆ ບາງເທື່ອໄປແລ້ວ ລັກໄປຫັ້ນ ໄປຫນີ້ ຊຸກຜູ້ອື່ນເຂົ້າ ໂດຍການ ໂຄສະນາ ສ່ວນຫຼາຍ ບໍ່ໄດ້ຈັບນະ ມີສ່ວນຫຼາຍ ແມ່ນ ສຶກສາອົບຮົມ".

ທ່ານກ່າວຕື່ມວ່າ ປັດຈຸບັນ ມີຄົນນັບຖື ສາສນາຄຣິສຕຽນ ຢູ່ແຂວງຫຼວງພຣະບາງ ປະມານ 9 ພັນ ປາຍຄົນ ສ່ວນໃຫຍ່ ເປັນຊົນເຜົ່າ ຊື່ງເປັນ ການສະແດງ ໃຫ້ເຫັນວ່າ ທາງການລາວ ບໍ່ໄດ້ກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ໃນລາວ ຕາມທີ່ ອົງການຕ່າງຊາດ ຣາຍງານ.

ເອເຊັຽເສຣີກໍໄດ້ຕິດຕໍ່ໄປຍັງ ຫ້ອງການແນວລາວ ສ້າງຊາດ ທີ່ແຂວງ ຫຼວງນ້ຳທາ ແລະ ບໍຣິຄຳໄຊ ກ່ຽວກັບບັນຫາ ຊາວຄຣີສຕຽນ ໃນແຂວງ ດັ່ງກ່າວ ແຕ່ ເຈົ້າຫນ້າທີ່ ກ່ຽວຂ້ອງ ປະຕິເສດ ທີ່ຈະໃຫ້ ຄຳຕອບ.

ເຖິງຢ່າງໃດກໍຕາມ ທາງການລາວ ກໍປະຕິເສດ ຢູ່ຕຣອດ ໃນບັນຫາດັ່ງກ່າວ ເຫດການ ລັກລອບຈູດ ບ້ານ ຂອງຫົວຫນ້າໂບດ ທ້າວເຢັງ ເປັນເຫດການ ອັນຫລ້າສຸດ ໃນການຂົ່ມຂູ່ ຊາວຄຣິສຕຽນ ໃນລາວ. ໃນເດືອນ ມົກຣາ ຜ່ານມາ ເຮືອນ ຂອງຄຸນ ພໍ່ເຢັງ ຖືກຈູດໄໝ້ຫມົດ ເຫດການ ດັ່ງກ່າວ ເກີດຂຶ້ນ ໃນຕອນທ່ຽງຄືນ ເວລາ ປະມານ 1 ໂມງ ຕອນທີ່ ລາວແລະຄອບຄົວ ບໍ່ຢູ່ບ້ານ.

ຊາວບ້ານໃກ້ຄຽງ ບໍ່ສາມາດຊ່ອຍມອດໄຟໄດ້ ຍ້ອນວ່າ ໄຟໄຫມ້ຢ່າງໄວ ແລະ ແຮງເກີນໄປ ອາດຈູດດ້ວຍນ້ຳມັນ ສ້າງຄວາມເສັຽຫລາຍ ໃຫ້ແກ່ ຄຸນພໍ່ເຢັງ ຢ່າງຫຼວງຫຼາຍ ນອກຈາກບ້ານ ສີ່ງຂອງ ແລະອື່ນໆແລ້ວ ຍັງມີສາງ ເກັບເຂົ້າສານ ແລະ ຣົດຈັກ ຂອງລາວ ກໍຖືກ ໄຟໄຫມ້ ຫມົດ ດີແຕ່ວ່າ ບໍ່ມີຜູ້ເສັຽຊີວິດ ຍ້ອນວ່າ ບໍ່ມີຄົນຢູ່ບ້ານ ໃນເວລາເກີດເຫດ.

ໃນລະຍະສອງປີມານີ້ ຊາວຄຣິສຕຽນລາວ ຖືກໂຈມຕີ ແລະ ຖືກນາບຂູ່ ມາຕຣອດ ຍ້ອນການເຊື່ອຖື ສາສນາຄຣີສ ຂອງ ພວກຂະເຈົ້າ ຫລາຍຄົນ ກໍຖືກໄລ່ຫນີ ຈາກບ້ານ ຖືກຈັບໃສ່ຄຸກ ຖືກປະນາມ ໃນຊຸມຊົນ ບ້ານທີ່ ພວກຂະເຈົ້າ ອາສັຍຢູ່ ບາງລາຍ ຖືກ ຍິງປືນໃສ່ເຮືອນ ແລະຄົນ ໃນຄອບຄົວ ທີ່ເປັນ ຊາວພຸດ ບາງກໍຣະນີ ກໍໄລ່ລ້າ ຜູ້ທີ່ເຊື່ອຖື ສາສນາຄຣິສ ໃນຄອບຄົວໂຕເອງກໍມີ ຍ້ອນເຊື່ອວ່າເປັນຜູ້ສ້າງ ບັນຫາ ໃຫ້ແກ່ ຄອບຄົວ ດັ່ງກໍຣະນີ ຄຸນພໍ່ຊູ ທີ່ແຂວງ ຫຼວງພຣະບາງ ແລະ ໃນຫຼາຍ ກໍຣະນີ ແຕ່ ບໍ່ມີຣາຍງານ. ກ່ຽວກັບ ການກົດຂື່ ຂົ່ມເຫັງ ຊາວຄຣີສຕຽ ໃນລາວ ຊາວຄຣິສຕຽນ ທ່ານນຶ່ງ ເວົ້າວ່າ: ສຽງ---

ໃນກໍຣະນີ ຂອງຄຸນພໍ່ ຊູ ໃນເດືອນມົກກະຣາ ປີນີ້ ລາວເກືອບ ຖືກຂ້າຕາຍ ຫລັງຈາກ ຍາດພີ່ນ້ອງ ຄົນນຶ່ງເຂົ້າມາບ້ານ ຂອງລາວທັງຖື ປືນ ຂູ່ວ່າຈະຂ້າລາວ ຖ້າບໍ່ຫນີ ອອກຈາກບ້ານ ລາວ ລອດຊີວິດ ອອກມາໄດ້ ຍ້ອນລາວແລ່ນຫນີ ເມື່ອເຫັນພີ່ນ້ອງ ຄົນດັ່ງກ່າວ ກຳລັງ ຍ່າງມາມຸ້ງຫນ້າ ມາເຮືອນ ຂອງລາວ.

ລາວໄດ້ຣາຍງານເຫດການດັ່ງກ່າວ ຕໍ່ ເຈົ້າຫນ້າທີ່ຕຳຣວດ ໃນທີ່ສຸດ ຜູ້ທີ່ຈະມາຍິງລາວ ນັ້ນກໍຖືກ ຈັບໃສ່ຄຸກ. ແຕ່ຄຸນພໍ່ຊູ ຍັງຖືກນາບຂູ່ ຈາກພໍ່ ຂອງຜູ້ກ່ຽວຢູ່ ເພາະຄຽດແຄ້ນ ຍ້ອນລູກຊາຍ ຂອງເພິ່ນຖືກຄຸກ.

ຄອບຄົວ ແລະຍາດພີ່ນ້ອງ ຂອງຄຸນພໍ່ ຊູ ບໍ່ນັບຖື ສາສນາຄຣິສຕຽນ ມີແຕ່ລາວຄົນດຽວ ນັບຖື ຕ້ອງການ ຢາກໄລ່ລາວ ອອກຈາກບ້ານ ເພາະຖືວ່າ ເປັນຜູ້ສ້າງບັນຫາ ໃຫ້ແກ່ຄອບຄົວ. ໃນປັດຈຸບັນ ລາວ ຫນີໄປຢູ່ບ້ານອື່ນ ແລະ ໄດ້ຈ່າຍຄ່າ ເຊົ່າບ້ານ ບ່ອນ ລາວຢູ່ປະມານ 10 ລ້ານກີບ ຫລື ປະມານ 1200 ໂດລາ.

ເຫດການອື່ນໆ ກໍແມ່ນໃນເດືອນ ຕຸລາ ປີ 2016 ຄອບຄົວ ຊາວຄຣີສຕຽນ 3 ຄອບຄົວ ຖືກຮຽກຮ້ອງ ໃຫ້ຫນີອອກຈາກບ້ານ ທີ່ເມືອງ ຄຳເກີດ ແຂວງ ບໍຣິຄຳໄຊ ຊຶ່ງໃນ ປັດຈຸບັນ ສາມຄອບຄົວ ດັ່ງກ່າວ ຍັງເຈຣະຈາ ກັບພໍ່ບ້ານ ຢູ່ວ່າ ອານາຄົດ ຂະເຈົ້າ ຈະ ເປັນແນວໃດ.

ໃນເດືອນກັນຍາ ປີ 2016 ຊາວຄຣິສຕຽນລາວ 10 ຄອບຄົວ ປະມານ 50 ຄົນ ຢູ່ແຂວງ ບໍຣິຄຳໄຊ ຖືກຮຽກຮ້ອງ ໃຫ້ເຊົາ ນັບຖືສາສນາ ຄຣິສຕຽນ ໂດຍຍາດພີ່ນ້ອງ ຢູ່ໃນບ້ານ ດຽວກັນ. ກຸ່ມດັ່ງກ່າວ ໃຫ້ເວລາ ສາມວັນ ໃນການ ຕັດສິນໃຈ ບໍ່ດັ່ງນັ້ນ ຕ້ອງຫນີຈາກບ້ານ. ສອງ ມື້ຕໍ່ມາ ນຶ່ງໃນກຸ່ມ ຄຣິສຕຽນ ຜູ້ທີ່ເປັນ ອ້າຍກົກ ແລະ ກໍເປັນຫົວຫນ້າ ກໍຖືກຍິງຕາຍ. ແຕ່ກຸ່ມທີ່ເຫລືອຢູ່ ບໍ່ຮູ້ ຈະຕັດສິນໃຈ ຍ້ອນຂາດ ຫົວຫນ້າ ໃນທີ່ສຸດ ໃນເດືອນມີນາ ປີ 2017 ຍ້ອນອົດທົນ ຕໍ່ຄວາມກົດດັນ ຈາກ ເຈົ້າຫນ້າທີ່ ແລະ ຊາວບ້ານ ຮ່ວມທັງ ຍາດພີ່ນ້ອງ ຂອງຕົນບໍ່ໄຫວ ຈຶ່ງພາກັນ ຫນີຈາກບ້ານ ດັ່ງກ່າວ.

ທີ່ແຂວງຫຼວງນ້ຳທາ ຊຶ່ງເປັນແຂວງ ທີ່ຕິດຊາຍແດນກັບຈີນ ຊາວຄຣິສຕຽນ ສາມຄົນ ຖືກຈັບໃສ່ຄຸກ ເປັນເວລາ 5 ເດືອນ ຍ້ອນວ່າ ຄົນ ໃກ້ບ້ານ ແຈ້ງຕໍ່ ຕຳຣວດວ່າ ຂະເຈົ້າໄຫວ້ ພຣະສວດມົນ ໃຊ້ສຽງດັງເກີນໄປ ໃນຍາມກາງຄືນ.

ໃນເດືອນກໍຣະກະດາ ປີ 2016 ທີ່ແຂວງ ຫຼວງພຣະບາງ  ນາຍຄຣູຄົນນຶ່ງຖືກຈັບ ແລະຖືກໄລ່ອອກ ຈາກວຽກ ຫລັງຈາກ ທີ່ລາວປ່ຽນມາ ນັບຖື ສາສນາຄຣິສ ເພາະເຊື່ອວ່າ ເຮັດໃຫ້ລາວ ເຊົາປ່ວຍ ຫລັງຈາກລາວ ເຈັບໂຊ ມາເປັນເວລາ ສອງເດືອນ.

ໃນເດືອນມີນາ ປີ 2016 ທະຫານກອງທັບ ຈຳນວນນຶ່ງ ຮ່ວມກັບຊາວບ້ານ ໄດ້ບັງຄັບໃຫ້ ຊາວຄຣິສຕຽນ ຫຼາຍຄົນ ຫນີອອກຈາກບ້ານ ທີ່ແຂວງຫົວພັນ ກຸ່ມດັ່ງກ່າວ ຖືກບອກຈາກ ພໍ່ບ້ານວ່າ ຍ້ອນຂະເຈົ້າ ນັບຖື ສາສນາ ຄຣິສຕຽນ ຈຶ່ງຖືກໃຫ້ ຫນີຈາກບ້ານ ປາສຈາກ ການໃຫ້ເວລາ ຂະເຈົ້າ ເອົາເຄື່ອງຂອງ ແລະ ອາຫານການກິນ ໃນເຮືອນ ຂະເຈົ້າອອກ. ຊາວຄຣິສຕຽນ ກຸ່ມນີ້ ບໍ່ມີບ່ອນຢູ່ ຈື່ງໄປອາສັຍ ຢູ່ເດີ່ນ ຂ້າງໂຮງຫມໍ ໃນທີ່ສຸດ ເຈົ້າຫນ້າທີ່ ທ້ອງຖິ່ນ ກໍໄດ້ຍ້າຍ ຂະເຈົ້າ ໄປຢູ່ປ່າໃກ້ນາ ຂອງຊາວບ້ານ.

ໃນເດືອນທັນວາ ປີ 2015 ຊາວຄຣິສຕຽນ 3 ຄົນ ຈາກເມືອງຫົວພູຄາ ແຂວງຫົວພັນ ຖືກເຈົ້າຫນ້າທີ່ ຕຳຣວດ ຈັບໃສ່ຄຸກ ເປັນເວລາ 8 ເດືອນ ຫລັງຈາກ ຖືກຟ້ອງຈາກ ຍາດພີ່ນ້ອງວ່າ ຂະເຈົ້າໄດ້ປ່ຽນມາ ນັບຖືກ ສາສນາຄຣິສຕຽນ ຊຶ່ງກ່ອນຫນ້ານີ້ ຍາດພີ່ ນ້ອງ ພຍາຍາມໄລ່ ຂະເຈົ້າຫນີຈາກບ້ານ ແຕ່ບໍ່ໄດ້ຜົລ ເລີຍໄປບອກ ໃຫ້ ເຈົ້າຫນ້າທີ່ ມາຈັບ.

ນຶ່ງໃນຈຳນວນ 3 ຄົນ ທີ່ຖືກຈັບນັ້ນ ມີຊື່ວ່າ ທ່າວ ລັ່ງ ລາວເວົ້າວ່າ ໃນຊ່ວງທີ່ລາວ ຖືກຂັງ ໃນຄຸກນັ້ນ ຖືກເຈົ້າຫນ້າທີ່ ຕຳຣວດ ນາບຂູ່ ແລະ ຕີລາວຕຣອດ ໃຫ້ກິນເຂົ້າເລັກນ້ອຍ ໃນແຕ່ລະມ໋ື້ ແລະວ່າຫ້ອງຂັງ ໃນຄຸກນັ້ນເປື້ອນໂສໂຄກ ແລະ ເປັນບ່ອນແຄບໆ ອ້າຍຂອງລາວ ທີ່ຖືກຈັບພ້ອມກັນ ກັບລາວນັ້ນ ຍ່າງບໍ່ໄດ້ຍ້ອນ ຫ້ອງບໍ່ສູງ ແລະກໍຢູ່ແຕ່ ບ່ອນເກົ່າ ເລີຍເປັນລ່ອຍ. ປັດຈຸບັນທັງສາມ ຖືກປ່ອຍອອກຈາກ ຄຸກແລ້ວ ແຕ່ຍັງຖືກ ນາບຂູ່ ຈາກຍາດພີ່ນ້ອງ ຊາວບ້ານ ແລະ ເຈົ້າຫນ້າທີ່ ທ້ອງຖິ່ນຢູ່.

ນອກຈາກນັ້ນທີ່ແຂວງຫົວພັນ ກໍຍັງແມ່ຍິງ ຊາວຄຣິສຕຽນ ສອງຄົນຖືກນາບຂູ່ ຈາກຄອບຄົວຂອງນາງ ໃຫ້ເຊົານັບຖື ສາສນາ ຄຣິສຕຽນ ເມື່ອນາງ ປະຕິເສດ ພໍ່ຂອງນາງ ກໍມັດນາງໄວ້ ຕາກອາກາດຫນາວ ຫມົດຄືນ ໃນຣະດູຫນາວ.

ໃນເດືອນກຸມພາ ປີ 2015 ຄອບຄົວ ຊາວຄຣິສຕຽນ 7 ຄອບຄົວ ທີ່ເມືອງຄຳເກີດ ແຂວງບໍຣິຄຳໄຊ ຖືກໄລ່ ອອກຈາກບ້ານ ພວກຂະເຈົ້າ ບໍ່ມີບ່ອນຢູ່ ກໍເລີຍພາກັນ ໄປປຸກຕູບຢູ່ ບໍຣິເວນ ນອກບ້ານໃກ້ນາ ຂອງພວກຂະເຈົ້າ ໃນທີ່ສຸດ ໃນເດືອນກຸມພາ 2017 ສາມຄອບຄົວ ໃນນັ້ນ ກໍກັບມານັບຖື ສາສນາພຸດ ຄືນໃຫມ່ ແລະ ສ່ວນເຫລືອ 4 ຄອບຄົວ ກໍຫນີໄປຢູ່ ບ່ອນອື່ນ.

ເຫດການດັ່ງກ່າວ ທັງຫມົດຂ້າງເທິງນີ້ ແມ່ນ ຖືກບອກຈາກ ຊາວຄຣິສຕຽນ ຜູ້ທີ່ຖືກກົດຂີ່ ຂົ່ມເຫັງ ໃນລາວ ຕໍ່ ພະນັກງານ ຜູ້ເຮັດວຽກ ໃຫ້ກັບ ອົງການ CHRISTIAN CHARITY OPEN DOORS ໃນລາວ ຜູ້ທີ່ໄດ້ຊ່ອຍ ຊາວຄຣິສຕຽນລາວ ກຸ່ມດັ່ງກ່າວ ໃນຄ່າໃຊ້ຈ່າຍ ໃນການຍ້າຍບ້ານ.

ສປປລາວ ຕົກຢູ່ໃນອັນດັບທີ 24 ໃນຈຳນວນ 50 ປະເທດ ທີ່ກົດຂີ່ຂົ່ມເຫັງ ຊາວຄຣິສຕຽນ ໃນບັນຊີ ການສິ້ງຊອມ ຂອງອົງການ ສາສນາ ສາກົນ ໃນປີ 2017 ທີ່ເປັນປະເທດ ທີ່ຢູ່ຍາກ ທີ່ສຸດ ສຳລັບ ຊາວຄຣິສຕຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.