ພຸທທະບໍ່ເຄີຍເຊື່ອມຄາຍ

ຄນະສົງ ທີ່ ວັດລາວພຸທທະວົງ ຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ
ຄນະສົງ ທີ່ ວັດລາວພຸທທະວົງ ຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ (RFA)

0:00 / 0:00

ເປັນ ທີ່ສັງເກດ ເຫັນວ່າ ຕລອດ ຣະຍະ 40 ປີ ທີ່ມີການ ປ່ຽນແປງ ຣະບອບ ການປົກຄອງ ຈາກ ປະຊາທິປະຕັຍ ມາ ເປັນ ຜະເດັດການ ຢູ່ ສປປລາວ ໃນຣະຍະ ຫົວລ້ຽວ ຫົວຕໍ່ ນັ້ນ ສາສນາ ພຸດ ເກືອບຈະວ່າ ເຫືອດຫາຍ ໄປຈາກ ສັງຄົມລາວ ແລ້ວ ຍ້ອນວ່າ ຣັດທິ ມາກ-ເລນິນ ເຂົ້າມາ ແທນທີ່. ສໍາລັບ ຊາວພຸດລາວ ໃນທົ່ວ ປະເທດ ແລ້ວ ພຸທສາສນາ ກໍຍັງ ບໍ່ຈືດຈາງ ຫາຍໄປ ຈາກ ຊີວິດ ຈິດໃຈ ຂອງ ຊາວພຸດ ລາວ ບໍ່ວ່າຈະຢູ່ ແຫ່ງຫົນ ໃດ ຢູ່ໃນ ສະພາບການ ແນວໃດ ກໍຢ່າ.

ແລະ ເຖິງແມ່ນວ່າ ທາງການ ລາວ ຈະໄດ້ຕັດ ສາສນາ ອອກຈາກ ຣັຖ ບໍ່ຄືຄາວ ຍັງມີ ຣະບອບ ຣາຊອານາຈັກ ແລະ ກໍ ຫລຸດ ພາບພົດ ບົດບາດ ຂອງ ສາສນາ ລົງ ທັງໃຫ້ຢູ່ ພາຍໃຕ້ ການຈັດຕັ້ງ ຊີ້ນຳ ນຳພາ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ແຕ່ຊາວລາວ ກໍຍັງ ຜູກພັນ ຢູ່ກັບ ພຸທສາສນາ ຕລອດມາ.

ສິ່ງ ດັ່ງກ່າວ ສະແດງ ອອກ ໃຫ້ເຫັນ ຢູ່ໃນການ ທຳບຸນ ທຳທານ, ການ ບວດຮຽນ ຂຽນອ່ານ, ການ ບູຣະນະ ແລະ ສ້າງສາ ວັດວາ ອາຣາມ ຂອງ ຊາວພຸດລາວ ທີ່ ກະທຳ ກັນມາ ເປັນ ປະຈຳ ບໍ່ໄດ້ ຂາດ ຈົນມາຮອດ ເທົ່າ ທຸກວັນ ນີ້ ແລະ ມີແນວໂນ້ມ ເບັ່ງບານ ໄປໜ້າ.