ວັນທີ 23 ສິງຫາ 1975 ເປັນ ວັນຍຶດ ອຳນາດ ທີ່ ນະຄອນ ຫຼວງວຽງຈັນ ຊຶ່ງ ທາງການ ລາວ ຖືເປັນ ວັນ ໄຊຊນະ ຂອງ ພັກ ປະຊາຊົນ ປະຕິວັດ ລາວ, ໃນຂນະທີ່ ຫຼາຍໆຄົນ ຮວມທັງ ນັກ ວິຊາການ ລາວ ທີ່ ສະຫະຣັດ ອະເມຣິກາ ເວົ້າວ່າ, ເປັນວັນ ທີ່ ຣັຖບາລ ປະສົມ ຊຶ່ງ ຫວັງ ປອງດອງ ຊາດ ຖືກ ຕົວະຍົວະ ໃຫ້ ປະ ອຳນາດ ບໍ່ແມ່ນ ວັນ ໄຊຊນະ ດັ່ງທີ່ ທາງການ ລາວ ກ່າວອ້າງ.
ຮອດເດືອນ ກັນຍາ ປີ 1973 ຝ່າຍ ແນວລາວ ຮັກຊາດ ທວງໃຫ້ ຝ່າຍ ວຽງຈັນ ເຮັດໃຫ້ ນະຄອນ ຫຼວງວຽງຈັນ ແລະ ຫຼວງພຣະບາງ ເປັນກາງ ມີກອງ ກໍາລັງ ພິເສດ ຮັກສາ ຣັຖບານ ປະສົມ ຊົ່ວຄາວ ແລະ ຄນະມົນຕຣີ ປະສົມ ການເມືອງ ແຫ່ງຊາດ. ໃນວັນທີ 1 ພຶສພາ ປີ 1975 ຝ່າຍ ແນວລາວ ຮັກຊາດ ບັງຄັບ ຣະດົມ ເອົາ ຊາວນະຄອນ ຫຼວງວຽງຈັນ ປະມານ 2 ໝື່ນ ຄົນ ໄປ ເດີນ ຂະບວນ ປະທ້ວງ ທວງໃຫ້ ອະເມຣິກາ ອອກຈາກ ປະເທດ ລາວ.
ວັນທີ 23 ພຶສພາ ໄດ້ ຍຶດເອົາ ອົງການ ຢູເສດ.
ວັນທີ 27 ພຶສພາ ສະຖານທູດ ສະຫະຣັຖ ອະເມຣິກາ ຍຸບ ອົງການ ຂອງຕົນ ຢູ່ ປະເທດ ລາວ ທັງໝົດ.
ຄືນ ວັນທີ 22 ສິງຫາ ປີ 1975 ຝ່າຍ ແນວລາວ ຮັກຊາດ ກະກຽມ ໄປຊຸມນຸມ ມິດຕິງ ຢູ່ ເດີ່ນ ທາດຫລວງ ໂດຍ ຮິບໂຮມ ເອົາ ມວນຊົນ 2 ໝື່ນ ຄົນ ໄປຖື ປ້າຍ ຄໍາຂວັນ ທີ່ ມີເນື້ອໃນ ລົບລ້າງ ຣະບອບ ເກົ່າ ສ້າງຕັ້ງ ຣະບອບ ໃໝ່.
ຕອນເຊົ້າ ວັນທີ 23 ສິງຫາ ມີການ ໂຮມຊຸມນຸມ, ທ່ານ ໝື່ນ ສົມວິຈີດ ຫົວໜ້າ ຄະນະ ຍຶດ ອໍານາດ ຂຶ້ນກ່າວ ຄໍາເຫັນ. ຕໍ່ມາແມ່ນ ທ່ານ ເພົ້າ ພິມພະຈັນ ຕາງໜ້າ ອໍານາດ ການປົກຄອງ ປະຕິວັດ ຂຶ້ນກ່າວ ຄໍາເຫັນ ແລະ ປະກາດ ນະໂຍບາຍ 10 ຂໍ້ ຂອງ ຄນະ ກັມມະການ ປົກຄອງ ນະຄອນ ຫຼວງວຽງຈັນ ໃໝ່. ຈາກນັ້ນ ທ່ານ ພູນ ສີປະເສີດ ຕາງໜ້າ ຣັຖບານ ປະສົມ ກໍຂຶ້ນກ່າວ ຊົມເຊີຍ ງານ ຊຸມນຸມ ນັ້ນ.