ວັນຄົນງານສະຫະຣັດ ອະເມຣິກາ

ສົມເນ
2014.09.02
F-Rosie ທຸກວັນຈັນ ຂອງ ຕົ້ນເດືອນ ກັນຍາ ເປັນ ວັນຄົນງານ ແຫ່ງຊາດ ຂອງ ສະຫະຣັດ ອະເມຣິກາ
United Press International

 

ບົດຄວາມ ປວັດ ຄວາມເປັນມາ ຂອງ ວັນຄົນງານ ໃນ ສະຫະຣັດ ອະເມຣິກາ ວ່າ ມີຄວາມໝາຍ ສຳຄັນ ແນວໃດ ຕໍ່ ຊາວ ອະເມຣິກັນ ທຸກ ເຊື້ອຊາຕ.

ວັນຈັນ ວັນທີ່ 1 ກັນຍາ ປີ 2014 ນີ້ ຊາວ ອະເມຣິກັນ ທຸກເຊື້ອຊາຕ ຈະໄດ້ ຢຸດ ພັກງານ ເພື່ອ ສລອງ ວັນຄົນງານ ແຫ່ງຊາຕ ຊຶ່ງ ມີການ ສລອງ ປະຈໍາປີ ໃນວັນຈັນ ທໍາອິດ ຂອງ ເດືອນ ກັນຍາ. ການສລອງ ນີ້ ເປັນການ ຣະລຶກ ເຖິງ ຄຸນງາມ ຄວາມດີ ຫລາຍຢ່າງ ຂອງ ຄົນງານ ແລະ ຄວາມສໍາເຣັດ ຂອງຄົນງານ ທີ່ ປະກອບ ສ່ວນ ເຂົ້າໃນ ການສ້າງ ສັງຄົມ ແລະ ເສຖກິດ, ຊຶ່ງ ເຮັດໃຫ້ ສະຫະຣັຖ ມີຄວາມ ເຂັ້ມແຂງ, ບ້ານເມືອງ ມີຄວາມ ຢູ່ເຢັນ ເປັນສຸຂ, ແລະ ປະຊາຊົນ ຢູ່ດີ ກິນດີ.

ວັນຄົນງານ ຂອງ ສະຫະຣັດ ບໍ່ຄືກັນ ກັບ ວັນຄົນງານ ຂອງ ຫລາຍ ປະເທດ. ຫລາຍ ປະເທດ ຖືເອົາ ວັນຄົນງານ ສາກົນ ວັນທີ 1 ພຶສພາ ເປັນວັນ ຄົນງານ ໃນປະເທດ ຂອງຕົນ. ວັນ ຄົນງານ ສະຫະຣັຖ ອະເມຣິກາ ມີປວັດ ເຊື່ອມໂຍງ ກັບ ຂະບວນ ການຕໍ່ສູ້ ເພື່ອ ຄວາມເປັນທັມ ຂອງຜູ້ ອອກ ແຮງງານ ໃນ ແຕ່ລະຍຸກ ສະໄໝ. ຂະບວນການ ຜູ້ອອກ ແຮງງານ ເຕີບໃຫຽ່ ຂຍາຍໂຕ ໄປເລື້ອຍໆ ຕາມຄວາມ ເຕີບໃຫຽ່ ຂອງ ເສຖກິດ ອຸດສາຫະກັມ ແລະ ສັງຄົມ ເພາະວ່າ ຜູ້ອອກ ແຮງງານ ມີຄວາມ ຕ້ອງການ ຢາກໄດ້ເງິນ ເດືອນ ທີ່ສູງຂຶ້ນ, ຈໍານວນ ຊົ່ວໂມງ ທໍາງານ ທີ່ ສົມເຫດ ສົມຜົນ, ຢາກໃຫ້ ສະຖານທີ່ ເຮັດວຽກ ຢູ່ໃນ ສະພາບ ປອດພັຍ, ມີ ສວັດດີ ການ ຄົບຖ້ວນ, ມີ ປະກັນພັຍ ແຮງງານ, ປະກັນພັຍ ສຸຂພາບ, ປະກັນພັຍ ຊີວິດ, ມີໂອກາດ ກ້າວໜ້າ ໃນວຽກງານ, ມີວັນຢຸດ ພັກ, ແລະ ສິດປະໂຍດ ອື່ນໆ. ເມື່ອອອກການ ໄປແລ້ວ ຍັງຕ້ອງການ ໃຫ້ໄດ້ຮັບ ສວັດດີການ ສຸຂພາບ ປະກັນພັຍ ຊີວິດ ແລະ ການດູແລ ເບິ່ງແຍງ ທີ່ດີ ໃນຍາມ ເຈັບໂຊ.

ການຕໍ່ສູ້ ເອົາສິດທິ ດັ່ງ ທີ່ກ່າວ ມານີ້ ທໍາອິດ ແມ່ນ ມາຈາກ ການເຕົ້າໂຮມ ຂອງ ຜູ້ອອກ ແຮງງານ ກຸ່ມນ້ອຍໆ ທີ່ຈັດຕັ້ງ ກັນ ຮຽກຮ້ອງ ສິດທິ ຫລາຍຢ່າງ ຈາກ ນາຍຈ້າງ ນັບແຕ່ ການຂໍຂື້ນ ຄ່າຈ້າງ ແຮງງານ ແລະ ສິດທິ ຫລາຍ ຢ່າງທີ່ ຜູ້ອອກ ແຮງງານ ຄວນ ໄດ້ຮັບ ຍ້ອນຜູ້ ອອກ ແຮງງານ ເຂົ້າໃຈວ່າ ຄົນງານ ເຮັດວຽກ ທຸກຄົນ ມີຄວາມ ສໍາຄັນ ໃນການສ້າງ ເສຖກິດ, ສ້າງຄວາມ ຮັ່ງມີ ໃຫ້ ສັງຄົມ ໃຫ້ຊາຕ ແລະ ໃຫ້ຕົນເອງ ໂດຍບໍ່ໄດ້ ລໍຖ້າວ່າ ຣັຖບານ ຫລື ນາຍຈ້າງ ຈະເປັນ ຜູ້ຕໍ່ສູ້ ໃຫ້.

ຂະບວນການ ຄົນງານ ອະເມຣິກັນ ໄດ້ເລີ້ມຂື້ນ ນັບແຕ່ ສະໄໝ ເປັນເມືອງ ຂື້ນ ຂອງ ອັງກິດ. ການປະທ້ວງ ຂອງ ຄົນງານ ຕັດຍິບ ເກີດຂຶ້ນ ໃນປີ 1768 ຍ້ອນ ນາຍຈ້າງ ຫລຸດ ເງິນ ເດືອນ. ນາຍຈ້າງ ໃນແຕ່ ລະຍຸກ ສະໄໝ ຄິດເຫັນ ແຕ່ຢາກໄດ້ ກໍາໄຣ ຫລາຍ ແລະ ສ່ວນນຶ່ງ ແມ່ນເພື່ອ ຢາກໃຫ້ ກິຈການ ການລົງທຶນ ຢູ່ລອດ, ສ່ວນ ວິໄສທັສ ຂອງ ຄົນງານ ພັດ ມີຄວາມ ແຕກຕ່າງ ກັບ ນາຍຈ້າງ ຄືວ່າ ຕ້ອງການ ສິດທິ ຕ່າງໆທີ່ ຄົນງານ ຄວນໄດ້ຮັບ. ເມື່ອບໍ່ໄດ້ ຮັບຄວາມ ເປັນທັມ ແລ້ວ ຈໍາເປັນຕ້ອງ ເຕົ້າໂຮມ ກັນ ທໍາການ ຢຸດງານ ແລະ ປະທ້ວງ ເອົາຄວາມ ເປັນທັມ. ຂະບວນການ ຄົນງານ ໃນ ສະຫະຣັຖ ທໍາການ ຕໍ່ສູ້ ກັບນາຍຈ້າງ ແລະ ກັບ ຣັຖບານ ໃນທຸກຍຸກ ທຸກສະໄໝ. ຂະບວນການນີ້ ປະກອບ ເປັນ ສະມາຄົມ ເປັນ ອົງການ ຈົນ ໃນທີ່ສຸດ ກາຍເປັນ ການຈັດຕັ້ງ ສະຫະພັນ ຄົນງານ ທີ່ໃຫຽ່. ສະຫະພັນ ຕາງໜ້າ ຄົນງານ ອະເມຣິກັນ ໃນ ປັດຈຸບັນ ນີ້ ມີ ຊື່ຫຍໍ້ວ່າ AFL-CIO ຫລື ແປວ່າ ອົງການ ສະຫະພັນ ແຮງງານ ແລະ ສະພາ ອຸດສາຫະກັມ.

ຢູ່ພາຍໃຕ້ ອົງການ ນີ້ ມີຫລາຍ ອົງການ ຄົນງານ. ອົງການ ທີ່ ແຂງແຮງ ກວ່າໝູ່ ໄດ້ແກ່ ສະຫະພັນ ຄົນງານ ຊຶ່ງເປັນ ທີ່ ຮູ້ກັນດີ ໃນ ຊື່ວ່າ Workers Union ຫລື ມັກເອີ້ນ ກັນແບບ ສັ້ນໆ ວ່າ Union. ໃນປີ 2009 ສະຖິຕິ ແຈ້ງວ່າ 12% ຂອງ ຄົນງານ ອະເມຣິກັນ ເຂົ້າຢູ່ໃນ ການຈັດຕັ້ງ ຂອງ ສະຫະພັນ ຄົນງານ ເພື່ອວ່າ ສິດທິ ຕ່າງໆ ທີ່ຕົນ ໄດ້ຮັບ ຕາມ ກົດໝາຍ ຈະໄດ້ຮັບ ການປົກປ້ອງ ເປັນ ຢ່າງດີ.

ຄວາມເປັນມາ ຂອງການ ສລອງ ວັນແຮງງານ ສະຫະຣັດ ນີ້ ບໍ່ໄດ້ ເກີດຈາກ ຣັຖບານ ຫລື ສະພາ, ແຕ່ ເກີດຈາກ ຂະບວນການ ຄົນງານ ເອງ. ການສລອງ ວັນຄົນງານ ແລະ ຢຸດພັກ ຄັ້ງ ທໍາອິດ ມີຂຶ້ນ ໃນວັນ ອັງຄານ ວັນທີ່ 5 ກັນຍາ ປີ 1882 ຢູ່ ນະຄອນ ນີວຢອກ ໂດຍແມ່ນ ຄວາມຄິດ ລິເລີ້ມ ຂອງ ສູນກາງ ສະຫະພັນ ຄົນງານ. ການສລອງ ຄັ້ງທີ່ 2 ມີຂຶ້ນ ອີກ ໃນ ວັນທີ 5 ກັນຍາ ປີ 1883. ຕົກມາ ຮອດປີ 1884 ວັນຈັນ ທໍາອິດ ຂອງ ເດືອນ ກັນຍາ ຖືກເລືອກ ໃຫ້ເປັນ ວັນຢຸດ ພັກງານ ຂອງ ຄົນງານ. ໃນເວລາ ນັ້ນ ສູນກາງ ສະຫະພັນ ຄົນງານ ໄດ້ ຮຽກຮ້ອງ ໃຫ້ ທຸກໆການ ຈັດຕັ້ງ ຢູ່ໃນ ເມືອງ ຕ່າງໆ ຂອງ ສະຫະຣັຖ ເອົາໂຕຢ່າງ ຂອງ ນະຄອນ ນີວຢອກ ໂດຍ ໃຫ້ຈັດການ ສລອງ “ວັນຢຸດພັກ ຄົນງານ ຜູ້ຊາຍ” ໃນວັນ ນັ້ນ.

ຄວາມຄິດ ທີ່ວ່ານີ້ ໄດ້ແພ່ ຂຫຍາຍໂຕ ພ້ອມໆກັບ ການເຕີບໃຫຽ່ ຂອງ ອົງການ ຄົນງານ. ຕົກມາ ຮອດປີ 1885 ການສລອງ ວັນຄົນງານ ຖືກຈັດຂຶ້ນ ຢູ່ ໃນຫລາຍ ຫົວເມືອງ ອຸດສາ ຫະກັມ ໃນ ຫລາຍຣັດ. ກ່ອນ ວັນຄົນງານ ແຫ່ງຊາຕ ຂອງ ສະຫະຣັຖ ຈະກາຍເປັນ ກົດໝາຍ ນີ້ ຮ່າງ ກົດໝາຍ ສະບັບ ທໍາອິດ ຖືກສະເໜີ ຂຶ້ນ ສະພາ ຣັດ ນີວຢອກ, ແຕ່ວ່າ ສະບັບ ທີ່ ກາຍເປັນ ກົດໝາຍ ທໍາອິດ ແມ່ນ ສະບັບ ທີ່ ສະພາ ຣັດ Oregon ຜ່ານ ໃນວັນທີ່ 21 ປີ 1887 ແລະ ພາຍໃນ ປີ ດຽວກັນ ນັ້ນ ຣັຖ Colorado, Massachusetts, New Jersey ແລະ New York ໄດ້ມີ ກົດໝາຍ ວັນຢຸດພັກ ເພື່ອ ສລອງ ວັນຄົນງານ ແລະ ຕົກມາຮອດ ທ້າຍປີ 1890 ຣັດ Connecticut, Pennsylvania ແລະ Nebraska ກໍຜ່ານ ກົດໝາຍ ວັນ ຢຸດພັກ ເພື່ອ ສລອງ ວັນ ຄົນງານ ນີ້ຄືກັນ. ພາຍໃນ ປີ 1894 ມີອີກ 23 ຣັດ ໄດ້ຮັບຮອງ ເອົາ ກົດໝາຍ ວັນຢຸດພັກ ເພື່ອ ສລອງ ວັນຄົນງານ ຂອງຣັດໃຜ ຣັດມັນ, ແລະ ໃນປີ ດຽວ ກັນນັ້ນ ສະພາ ຣັຖບານ ກາງ ສະຫະຣັດ ໄດ້ຜ່ານ ກົດໝາຍ ເຮັດໃຫ້ ວັນຈັນ ທໍາອິດ ຂອງ ເດືອນ ກັນຍາ ໃນ ແຕ່ລະປີ ເປັນວັນຢຸດ ພັກ ຢ່າງ ຖືກຕ້ອງ ຕາມ ກົດໝາຍ ຢູ່ໃນເຂດ ເມືອງ Columbia ບ່ອນທີ່ ນະຄອນຫລວງ ວໍຊິງຕັນ ຕັ້ງຢູ່ນີ້ ແລະ ດິນແດນ ແຫ່ງອື່ນໆ ຂອງ ສະຫະຣັດ.

ການສລອງ ວັນ ຄົນງານ ສະຫະຣັດ ໃນ ລະຍະ ຜ່ານໆມາ ເຖິງ ປັດຈຸບັນ ນີ້ ມີການແຫ່ ຂະບວນ ຂອງຄົນງານ ຢູ່ ຕາມຖນົນ ເພື່ອສະແດງ ເຖິງ ນໍ້າໃຈ ເຂັ້ມແຂງ ຂອງ ອົງການ ການ ຄ້າ ແລະ ແຮງງານ ຂອງ ປະຊາຄົມ ຕິດຕາມ ໂດຍງານ ມ່ວນຊື່ນ ລື້ນເລິງ ຂອງ ຄົນງານ ແລະ ສະມາຊິກ ຄອບຄົວ ຄົນງານ. ການສລອງ ໃນຮູບ ລັກສນະ ນີ້ ກໍເລີຍເປັນ ປະເພນີ ການສລອງ ສືບຕໍ່ ກັນມາ.

ນອກນັ້ນ ຍັງມີການ ໃຫ້ຄໍາປາໄສ ຂອງ ບຸກຄົນ ສໍາຄັນ ທັງຍິງ ແລະຊາຍ ເວົ້າເຖິງ ຄວາມໝາຍ ສໍາຄັນ ຂອງ ເສຖກິດ ແລະ ສັງຄົມ ທີ່ ຄົນງານ ໄດ້ ປະກອບສ່ວນ. ເມື່ອປີ 1942 ໃນ ຂນະທີ່ ສົງຄາມ ໂລກ ຄັ້ງທີສອງ ຣະເບີດ ຂຶ້ນ ຢູ່ ຢູໂຣບ ແລະ ເອເຊັຽ ປາຊີຟິກ ສະຫະຣັຖ ອະເມຣິກາ ເລັ່ງການ ຜລິດ ຫລາຍ ທີ່ສຸດ.

ຄົນງານ ທີ່ ເຮັດວຽກ ໃນ ໂຮງຈັກ ໂຮງງານ ມີທັງ ເພດຍິງ ແລະ ເພດຊາຍ. ມັນເປັນ ຍຸກສະໄໝ ທີ່ແມ່ຍິງ ສາມາດ ສະແດງ ຄວາມເກັ່ງກ້າ ຂອງຕົນ ໃນການ ເຮັດວຽກ ຄຽງບ່າ ຄຽງໄລ່ ກັບ ເພດຊາຍ ຢູ່ໃນ ໂຮງຈັກ ໂຮງງານ ເພື່ອຜລິດ ເຄື່ອງໃຊ້ ຂອງສອຍ ຕ່າງໆ ແລະ ອາວຸດ ຍຸດໂທ ປະກອນ ເພື່ອ ສົ່ງໄປ ສນາມລົບ ສົງຄາມ ໃນ ຢູໂຣບ ແລະ ເອເຊັຽ ປາຊີຟິກ. ການເຮັດວຽກ ເຕັມໄປດ້ວຍ ຄວາມ ຟົດຟື້ນ ບໍ່ຮູ້ເມື່ອຍ ຮູ້ເຊົາ. ການ ເຮັດວຽກ ຂອງ ຄົນງານ ຜູ້ຍິງ ໃນ ສະໄໝ ນັ້ນ ໄດ້ກາຍ ເປັນ ສັນຍາລັກ ຂອງ ຄວາມ ເທົ່າທຽມ
ຣະຫ່ວາງ ຄົນງານ ເພດຍິງ ກັບ ເພດຊາຍ ຈົນມີການ ຂຽນເປັນ ເຣື້ອງໄວ້ ຊື່ວ່າ “Rosie the riveter” ປະກອບ ກັບການ ແຕ່ງເພງ ອອກອາກາດ ໃນທຸກ ສະຖານີ ວິທຍຸ ແລະ ຕໍ່ມາ ເຮັດ ເປັນ ພາພຍົນ.

ບໍຣິສັດ ຍັກໃຫ່ຽ Westinghouse  ຂອງ ສະຫະຣັດ ໄດ້ມອບ ໝາຍໃຫ້ ນັກສິລປະກອນ ຄົນນຶ່ງ ຊື່ວ່າ  J. Howard Miller ເຮັດເປັນ ໂປສເຕີ້ ໂຄສະນາ ຄວາມ ພຍາຍາມ ໃນການ ເຮັດ ສົງຄາມ. ໃນ ໂປສເຕີ້ ນຶ່ງ ຂຽນວ່າ “We can do it” ແປວ່າ ພວກຂ້ອຍ ແມ່ຍິງ ກໍສາມາດ ເຮັດໄດ້ ຄືກັນ. ຮູບ ໂປສເຕີ້ ໂຄສະນາ ນັ້ນ ມີຮູບ ຂອງນາງ ໂຣຊີ ປັ້ນແຂນ ເສື້ອຂຶ້ນ

ເບັ່ງກ້າມ ແຂນ ແລະຂຽນວ່າ  Don’t call me Rosie or else ແປວ່າ ຢ່າຊູເອີ້ນ ຂ້ອຍວ່າ  Rosie ຫລື ຊື່ໃດ ຊື່ນຶ່ງອີກ ທີ່ ໝາຍເຖິງ ຄວາມ ອ່ອນແອ ເພາະວ່າ ດຽວນີ້ ຂ້ອຍບໍ່ແມ່ນ ໂຣຊີ ຄົນເດີມ ອີກແລ້ວ. ການໂຄສະນາ ດັ່ງກ່າວ ແມ່ນເພື່ອໃຫ້ ກໍາລັງໃຈ ແກ່ ທະຫານ ທີ່ ໄປຕີເສິກ ຢູ່ ແນວໜ້າ ຢູ່ ຢູໂຣບ ແລະ ເຂດ ເອເຊັຽ ປາຊີຟິກ.

ເມື່ອເວົ້າເຖິງ ການປຸກ ຣະດົມ ການອອກ ແຮງງານ ນີ້ ເຮົາຢາກ ຂໍເລົ່າ ເຫດການ ໃນເວລາ ປະເທດຊາຕ ລາວ ທ້ອນໂຮມ ກັນ ພາຍໃຕ້ ຣັຖບານ ປະສົມ ຊົ່ວຄາວ ຣະຫ່ວາງ ປີ 1973 ຫາ 75. ມີການ ປຸກຣະດົມ ແນວຄິດ ການເມືອງ ສັງຄົມ ນິຍົມ, ຊາວ ຫນຸ່ມນ້ອຍ ມີຄວາມ ຫ້າວຫັນ ເບີກບານ ມ່ວນຊື່ນ ກັບ ສະພາບການ ໃໝ່ ກັບ ສັນຕິພາບ ທີ່ ຕ່າວຄືນມາ, ມີການ ປຸກຣະດົມ ແນວຄິດ ອອກ ແຮງງານ ຫລາຍ ທີ່ສຸດ.

ໃນເວລາ ນັ້ນ ມີຄນະ ວົງດົນຕຣີ ໂພນໄຊ ໄດ້ແຕ່ງເພງ ທີ່ ມີຊື່ວ່າ ສາວລາວ ປະຕິວັດ. ເນື້ອໃນ ຂອງເພງ ບາງຕອນ ວ່າ:

"ນ້ອງຄື ສາວງາມ ປະຕິວັດ, ນ້ອງຄື ໂຕເດັ່ນ ເປັນ ແວ່ນແຍງ ນ້ອງຄື ຜູ້ເຂັ້ມແຂງ ທຽບກັບ ເພດຊາຍ ນ້ອງຄື ແຮງງານ ຊ້າງສານ ໂຕໃຫ່ຽ ທີ່ ພັກ ມອບໝາຍ ກ້າວສູ່ ສັງຄົມ ນິຍົມ ນ້ອງຄື ຜູ້ຮັກ ນ້ອງຄື ຜູ້ແພງ ນ້ອງຄື ຜູ້ ເຂັ້ມແຂງ ສົມເປັນ ຍິງລາວ ເຮົາເອີຽ".

ສຽງເພງນີ້ ເຮັດໃຫ້ ຊາວຫນຸ່ມ ທັງຍິງ ແລະຊາຍ ຟົດຟື້ນ ກັບ ສະພາບ ໃໝ່, ພາກັນ ຕັ້ງໜ້າ ອອກ ແຮງງານ, ຢູ່ບ່ອນໃດ ກໍປາກົດວ່າ ມີແຕ່ຄົນ ອອກ ແຮງງານ ລ້ຽງເປັດ ລ້ຽງໄກ່ ລ້ຽງ ໝູ ຂຸດໜອງ ສະລ້ຽງ ປາ ປູກຜັກ ແລະ ການ ເພີ້ມພູນ ອື່ນໆ ທີ່ ຈະເຮັດໃຫ້ ຕົນເອງ ແລະ ການຈັດຕັ້ງ ທີ່ຕົນ ສັງກັດຢູ່ ນັ້ນ ມີຢູ່ ມີກິນ. ໂດຍສະເພາະ ເນື້ອເພງ ທີ່ໃຫ້ ສາຍຍານາມ ແລະ ຍົກຍ້ອງ ແມ່ຍິງ ລາວ ວ່າ ຈະເປັນ ແຮງງານ ທີ່ ເຂັ້ມແຂງ ຂອງຊາຕ. ການແຕ່ງກາຍ ກໍ ນິຍົມກັນ ນຸ່ງເຄື່ອງ ກັມມະກອນ ປາກົດວ່າ ສັງຄົມ ມີຄວາມ ສະເໝີພາບ ກັນ ທຸກຢ່າງ.

ເຫດການນີ້ ຫລາຍຄົນ ອາດລືມ ໄປໝົດແລ້ວ ເພາະວ່າ ບໍ່ມີການ ກ່າວ ເຖິງອີກ ຫລັງຈາກ ຣັຖບານ ຣະບອບ ໃໝ່ ຫ້າມ ເພາະມັນ ບໍ່ແມ່ນ ເພງ ທີ່ ນໍາພາ ໂດຍ ກອງ ວັນນະຄະດີ ສູນ ກາງ. ແຕ່ ເຖິງຢ່າງໃດ ກໍດີ ມັນເປັນ ເຫດການ ຢູ່ໃນ ປວັດສາດ ຂອງລາວ ໃນຍາມ ຫົວລ້ຽວ ຫົວຕໍ່, ແຕ່ ຂະບວນການ ເລົ່ານີ້ ບໍ່ມີ ຊີວິດ ອີກແລ້ວ.

ບັດນີ້ ເຮົາຂໍໂງ ຄືນມາ ຫາ ການສລອງ ວັນຄົນງານ ສະຫະຣັດ ອີກ. ໃນຫລາຍປີ ຕໍ່ມາ ການສລອງ ແບບມີ ການແຫ່ ຂະບວນ ຂນານ ໃຫຽ່ ຢູ່ໃນເຂດ ເມືອງ ອຸດສາຫະກັມ ໃຫຽ່ ເກີດ ເປັນບັນຫາ. ຈາກນັ້ນ ການສລອງ ຈຶ່ງຄ່ອຍໆ ປ່ຽນເປັນຮູບ ແບບໃໝ່ ທີ່ ສະແດງອອກ ໃນຣະດັບ ພໍປານກາງ.

ພິທີ ສລອງ ວັນຄົນງານ ທີ່ ຈັດຂຶ້ນ ໂດຍ ຜູ້ນໍາ ສະຫະພັນ ຄົນງານ ຄຣູ ອາຈານ ແລະ ເຈົ້າໜ້າທີ່ ທາງການ ຖືກອອກ ເປັນຂ່າວ ທາງ ໜັງສືພິມ ວິດທຍຸ ແລະ ໂທຣະທັດ. ຜູ້ນໍາ ຄົນງານ ໃນໜ້າທີ່ ວຽກງານ ຕ່າງໆ ກ່າວ ຍົກຍ້ອງວ່າ ແຮງງານ ຂອງ ຄົນງານ ເປັນສິ່ງ ຈໍາເປັນ ແກ່ຊີວິດ ໃນການ ນໍາເອົາ ວັດຖຸ ມາເພີ້ມ ໃຫ້ ມາຕຖານ ຊີວິດ ການເປັນຢູ່ ທີ່ສູງ ແລະ ການຜລິດ ທີ່ ຍິ່ງໃຫຽ່ ທີ່ໂລກ ບໍ່ເຄີຽຮູ້ຈັກ ມາກ່ອນ ແລະ ໄດ້ນໍາພາ ມະນຸດ ເຮົາ ເຂົ້າມາໃກ້ ກັບ ຄວາມຈິງ ຂອງ ວັທນະທັມ ເສຖກິດ ແລະ ການເມືອງ ແບບ ປະຊາທິປະໄຕ. ດັ່ງນັ້ນ ມັນຈຶ່ງ ສົມຄວນ ທີ່ ຈະຕ້ອງ ຄໍານັບ ຮັບຕ້ອນ ວັນຄົນງານ ອະເມຣິກັນ.

ຄວາມໝາຍ ສໍາຄັນ ອີກ ອັນນຶ່ງ ຂອງ ວັນຄົນງານ ແມ່ນວັນ ພັກຜ່ອນ ຫລື ເປັນໂອກາດ ສຸດທ້າຍ ຂອງ ຫລາຍຄົນ ໃນການ ເດີນທາງ ໄປທ່ອງທ່ຽວ ກ່ອນ ສິ້ນຣະດູ ຮ້ອນ, ເປັນ ໂອກາດ ສຸດທ້າຍ ຂອງ ນັກສຶກສາ ທີ່ ຢາກຈັດງານ ກ່ອນຈະເລີ້ມ ເຂົ້າ ໂຮງຮຽນ. ຢູ່ ໃນຫລາຍ ຊຸມຊົນ ຄົນສ່ວນຫລາຍ ສລອງ ວັນຄົນງານ ໂດຍການ ຍິງດອກ ໄມ້ໄຟ ຊຸມແຊວ ກັນ ຫລື ຈັດການ ແຂ່ງຂັນ ກິລາ ເພື່ອ ຄວາມ ມ່ວນຊື່ນ. ວັນສລອງ ວັນຄົນງານ ຢູ່ໃນ ສະຫະຣັດ ພໍດີຢູ່ ໃນຣະຍະ ຣະດູເລີ້ມ ແຂ່ງຂັນ ຟຸດບອນ. ຫລາຍທິມ ເລີ້ມແຂ່ງຂັນ ໃນ
ທ້າຍ ອາທິດ ຂອງ ວັນສລອງ ຄົນງານນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.