ທາງການຄວນຕັ້ງໃຈສືບຫາ ທ່ານ ສົມບັດ
2015.12.15
ອົງການ ນິຣະໂທດກັມ ສາກົນ ໄດ້ສົ່ງ ຈົດຫມາຍ ເຕືອນ ຣັຖບານ ລາວ ກ່ຽວກັບ ຄວາມເປັນຫ່ວງ ຂອງ ຫຼາຍປະເທດ ໃນໂລກ ໃນການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ແລະ ການສືບສວນ ທີ່ ບໍ່ມີຄວາມ ຄືບຫນ້າ, ໃນວັນ ຄອບຮອບ 3 ປີ ຂອງການ ຫາຍສາບສູນ ຂອງ ທ່ານ.
ເນື້ອໃນ ໃນ ຈົດຫມາຍ ຣະບຸວ່າ ອົງການ ນີຣະໂທດກັມ ສາກົນ ມີຄວາມເສັຽໃຈ ເປັນຢ່າງຍິ່ງ ທັ້ງໆ ທີ່ກ້ອງ ວົງຈອນປິດ ໃນຕອນແລງ ຂອງ ມື້ວັນທີ 15 ທັນວາ ປີ 2012 ນັ້ນ ໄດ້ສະແດງ ໃຫ້ເຫັນວ່າ ທ່ານ ຖືກລັກພາຕົວ ຈາກ ປ້ອມຍາມ ຕຳຣວດ ຖນົນ ທ່າເດື່ອ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ ເທົ່າເຖິງ ປັດຈຸບັນ ການສືບສວນ ຊອກຫາ ທ່ານ ກໍຍັງ ບໍ່ມີຄວາມ ຄືບຫນ້າ ແຕ່ຢ່າງໃດ.
ການ ບີບບັງຄັບ ການ ຫາຍສາບສູນ ເປັນການ ຣະເມີດ ສິດທິມະນຸດ ຢ່າງ ຮ້າຍແຮງ ໃນກົດໝາຍ ນາໆຊາດ. ອົງການ ນິຣະໂທດກັມ ສາກົນ ມີຫນ້າທີ່ ຮັບຜິດຊອບ ໃນການ ຣົນນະຣົງ ຊອກຫາ ຜູ້ຖືກ ບີບບັງຄັບ ໃຫ້ ຫາຍສາບສູນ ໃນ ທົ່ວໂລກ ໃນນັ້ນ ຮ່ວມດ້ວຍ ຜູ້ທີ່ ຫາຍສາບສູນ ເປັນເວລາ ຫຼາຍປີ ກໍຍັງມີ ການສືບສວນ ຢູ່, ຊຶ່ງ ຮ່ວມດ້ວຍ ກໍຣະນີ ທ່ານ ສົມບົດ ສົມພອນ ດ້ວຍການ ຍົກບັນຫາ ຂຶ້ນມາ ໃຫ້ໂລກຮູ້ ບໍ່ວ່າ ຈະຢູ່ ໃນເວທີ ໃດໆກໍຕາມ, ຮ່ວມທັງ ຊັກຊວນ ໃຫ້ອົງການ ສາກົນ ແລະ ຣັຖບານ ຈາກ ປະເທດຕ່າງໆ ເຮັດເຊັ່ນກັນ. ອົງການ ນິຣະໂທດກັມ ສາກົນ ຢາກຮຽກຮ້ອງ ໃຫ້ ຣັຖບານ ລາວ ຕັ້ງ ຄນະ ກັມມະການ ເອກຣາຊ ໃນການ ສືບສວນ ເຣື້ອງນີ້.