ສາກົນຂໍໃຫ້ສືບຫາ ທ.ສົມບັດ
2016.08.31
ໃນໂອກາດ ວັນສາກົລ ກ່ຽວກັບ ການຖືກບັງຄັບ ໃຫ້ ຫາຍສາບສູນ ວັນທີ 30 ສິງ ຫາ 2016 ນີ້ ທາງອົງການ ນິຣະໂທດກັມ ສາກົລ ອອກຖແລງການ ຮຽກຮ້ອງ ໃຫ້ ທາງການລາວ ສືບສວນ ສອບສວນ ຢ່າງ ຮີບດ່ວນ ຄົບຖ້ວນ ແລະ ມີປະສິດທິພາບ ກໍຣະນີ ການ ລັກພາຕົວ ແລະ ການບັງຄັບ ທ່ານ ສົມບັດ ສົມພອນ ໃຫ້ ຫາຍສາບສູນ.
ເມື່ອວັນທີ 15 ທັນວາ 2012 ຕໍາຣວດ ຈະຣາຈອນ ໄດ້ຢຸດຣົດ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຂອງ ອົງການ ພາກ ປະຊາສັງຄົມ ລາວ ທີ່ ດີເດັ່ນ ແລະ ນໍາຕົວທ່ານ ຂຶ້ນຣົດ ກະບະໄປ ຊຶ່ງ ມາຮອດມື້ນີ້ ກໍຍັງບໍ່ຮູ້ວ່າ ທ່ານ ຢູ່ໃສ, ທາງການລາວ ກໍບໍ່ໄດ້ແຈ້ງ ໃຫ້ ທາງຄອບຄົວ ຂອງ ທ່ານ ຊາບ ແລະ ກໍບໍ່ມີ ການສືບສວນ ສອບສວນ ທີ່ ໜ້າເຊື່ອຖືໃດໆ ກ່ຽວກັບ ການບັງຄັບ ໃຫ້ທ່ານ ຫາຍສາບສູນ ໄປນັ້ນ.
ທ່ານ Kumar ຜູ້ອໍານວຍການ ຝ່າຍ ໂຄສະນາ ຊຸກຍູ້ ສາກົລ ຂອງ ອົງການ ນິຣະໂທດກັມ ສາກົລ ສະຫະຣັຖ ອະເມຣິກາ ເວົ້າວ່າ ໃນ ສັປດາ ໜ້ານີ້ ທ່ານ ບາຣັກ ໂອບາມາ ຈະເປັນ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ຄົນທໍາອິດ ທີ່ ຈະເດີນທາງ ໄປ ລາວ. ທ່ານ ຈະຕ້ອງຖື ໂອກາດນີ້ ຍົກບັນຫາ ຄວາມກັງວົນ ເຣື່ອງສະພາບ ສິດທິມະນຸດ ໃນລາວ ຮວມທັງ ທວງຖາມ ທາງການລາວ ວ່າ ທ່ານ ສົມບັດ ຢູ່ໃສ.
ອົງການນິຣະໂທດກັມ ສາກົລ ສົ່ງເສີມ ຜູ້ຄົນໃຫ້ໃຊ້ ເຄື່ອງໝາຍ pound key ຜ່ານ ສື່ສັງຄົມ ອອນລາຍ ທີ່ເນັ້ນຂໍ້ຄວາມ ຖາມວ່າ ສົມບັດ ຢູ່ໃສ ເພື່ອໃຫ້ຮູ້ ແລະ ເຂົ້າໃຈ ກ່ຽວກັບ ທ່ານ ສົມບັດ ສົມພອນ ທີ່ ຖືກບັງຄັບ ໃຫ້ ຫາຍສາບສູນ.