ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຽຣະມັນ ອອກຖແລງການ ປະນາມ ທາງການລາວ ໃນການຕັດສິນ ລົງໂທດຈໍາຄຸກ ນາງ ຮວຍເຮືອງ ໄຊຍະບູລີ ຫລື ນາງໝວຍ 5 ປີ ແລະທັງປັບໃໝ 20 ລ້ານກີບ ດັ່ງ ດຣ.ບຸນທອນ ຈັນທະລາວົງ ວີເຊີ ປະທານອົງການດັ່ງກ່າວ ໃຫ້ສັມພາດ RFA ໃນມື້ວັນທີ 27 ພຶສຈິກາ ນີ້ວ່າ:
"ຕໍ່ການຕັດສິນໂທດ ນາງໝວຍ ຂອງສານປະຊາຊົນ ແຂວງຈໍາປາສັກ ຄັ້ງວັນທີ 22 ພຶສຈິກາ ປີ 2019 ໃນການຕັດສິນໂທດ ນາງໝວຍ ເທື່ອນີ້ເຖິງ 5 ປີ ພ້ອມທັງປັບໃໝ ເງິນຈໍານວນ 20 ລ້ານກີບ ພວກເຮົາ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ເຫັນວ່າເປັນ ການຕັດສິນ ບໍ່ຖືກຕ້ອງ ເພາະ ນາງໝວຍ ລາວບໍ່ມີຄວາມຜິດ ຫຍັງໝົດ."
ຍານາງ ກ່າວຕື່ມອີກວ່າ ຕາມຄວາມເປັນຈິງແລ້ວ ນາງໝວຍ ບໍ່ໄດ້ກະທຳຄວາມຜິດຫຍັງ, ພຽງແຕ່ນາງຮຽກຮ້ອງ ໃຫ້ມີການຊ່ອຍເຫລືອ ແລະ ຄວາມເປັນທັມ ແກ່ປະຊາຊົນລາວ ຜູ້ປະສົບເຄາະຮ້າຍ ຈາກພັຍນໍ້າຖ້ວມ ໃນເຂດພາກໃຕ້ ຢ່າງຮີບດ່ວນ ຜ່ານ ເຟສບຸກ ເທົ່ານັ້ນ ຍ້ອນນາງໄດ້ເຫັນດ້ວຍຕົນເອງວ່າ ການຊ່ອຍເຫລືອ ຈາກທາງການ ຊັກຊ້າ ແລະບໍ່ພຽງພໍ. ນາງຢາກໃຫ້ ທາງການລາວ ມີການເສັຽສຣະ ໄປຊ່ອຍເຫລືອປະຊາຊົນ ໃຫ້ທັນເວລາ. ແຕ່ຖືກທາງການລາວ ຖືວ່າເປັນການຕໍ່ຕ້ານ ພັກ-ຣັດ:
"ນາງໝວຍ ພໍພຽງແຕ່ມາສະແດງຄວາມເຫັນ ຂອງລາວ ຕໍ່ສື່ສັງຄົມອອນລາຍ ເພື່ອຮຽກຮ້ອງໃຫ້ທາງການລາວ ຈັດແຈງການຊ່ອຍເຫລືອ ແກ່ປະຊາຊົນ ຖືກນໍ້າຖ້ວມ ຢູ່ແຂວງພາກໃຕ້ ໃຫ້ວ່ອງໄວທັນການ. ການສເນີຄໍາຄິດຄໍາເຫັນ ເພື່ອຮຽກຮ້ອງການ ຊ່ອຍເຫລືອ ແລະການທີ່ ນາງ ວິພາກວິຈານ ວ່າການຊ່ອຍເຫລືອ ທີ່ຊັກຊ້ານັ້ນ ບໍ່ເປັນຄວາມຜິດ."
ພ້ອມກັນນັ້ນ ຖແລງການຍັງຣະບຸອີກວ່າ ພັນທະມິດເພື່ອປະຊາທິປະຕັຍ ໃນລາວ ແລະປະຊາຊົນລາວ ທັງໃນແລະນອກປະເທດ ປະນາມ ການກະທໍາດັ່ງກ່າວ ຂອງຣັຖບານ ສປປລາວ ແລະທວງໃຫ້ປ່ອຍ ນາງໝວຍ ໃຫ້ມີອິສຣະ ຢ່າງຮີບດ່ວນ ແລະ ບໍ່ມີເງື່ອນໄຂໃດໆ ແລະ ທັງວ່າ ການລົງໂທດ ນາງໝວຍ ເປັນການຣະເມີດສິດທິ ຂັ້ນພື້ນຖານ ຂອງປະຊາຊົນລາວ:
"ຍ້ອນຈັ່ງຊັ້ນພວກເຮົາ ຈຶ່ງເຫັນວ່າຈະຕ້ອງມີການແກ້ໄຂບັນຫາ ປະຊາຊົນ ຜູ້ຮຽກຮ້ອງຄວາມເປັນທັມນີ້ ຄວາມເປັນທັມ ກໍຄືວ່າພວກເຮົາ ຢາກທັກທວງໃຫ້ມີການປ່ອຍຕົວ ນາງໝວຍ ຫລື ນາງຮວຍເຮືອງ ໄຊຍະບູລີ ໃຫ້ມີອິສຣະ ແລະ ບໍ່ມີເງື່ອນໄຂ ຢ່າງ ຮີບດ່ວນ ບໍ່ຕ່າງ ຫຍັງກັບ ປະຊາຊົນລາວ ຜູ້ອື່ນໆ ທີ່ຖືກກ່າວຫາ ທາງດ້ານການເມືອງ ພວກເຮົາກໍທວງໃຫ້ປ່ອຍຕົວ ຂະເຈົ້າໝົດ."
ນາງໝວຍ ອາຍຸ 30 ປີ ເປັນຄົນບ້ານ ສະເຫລົ້າ ເມືອງໂພນທອງ ແຂວງຈໍາປາສັກ ຖືກທາງການລາວຈັບ ໃນມື້ວັນທີ 12 ກັນຍາ ປີ 2019 ພາຍຫລັງທີ່ ນາງ ໄດ້ຮຽກຮ້ອງ ໃຫ້ທາງການລາວ ຊ່ອຍເຫລືອ ແລະໃຫ້ຄວາມເປັນທັມ ແກ່ ປະຊາຊົນລາວ ຜູ້ປະສົບເຄາະຮ້າຍ ຈາກພັຍນໍ້າຖ້ວມ ໃນເຂດພາກໃຕ້ ຢ່າງຮີບດ່ວນ ຜ່ານເຟສບຸກ. ຫລັງຈາກ ນາງຖືກຈັບແລ້ວ ທາງການລາວ ກໍບໍ່ອະນຸຍາດໃຫ້ຄອບຄົວ ແລະ ຍາດພີ່ນ້ອງເຂົ້າພົບ, ບໍ່ໃຫ້ມີທະນາຍຄວາມ ເພື່ອປົກປ້ອງສິດທິ ຂອງນາງ ແລະທັງບໍ່ໃຫ້ ມີການປະກັນຕົວ.
ນາງໝວຍ ຖືກສານປະຊາຊົນ ຊັ້ນຕົ້ນ ແຂວງ ຈໍາປາສັກ ຕັດສິນໃນມື້ວັນທີ 22 ພຶສຈິກາ 2019 ລົງໂທດຈໍາຄຸກ 5 ປີ ຕາມກົດໝາຍ ອາຍາ ມາດຕຣາ 117 ຂອງ ສປປລາວ.