ໄທແລະກໍາພູຊາ ບໍ່ຮ່ວມ ກອງປະຊຸມ ເຂື່ອນປາກລາຍ

ຈຳປາທອງ
2018.09.20
F-Neewat ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ປະເທດໄທ
RFA

ເຄືອຂ່າຍພາກປະຊາສັງຄົມໄທ ແລະ ກໍາພູຊາ ບໍ່ເຂົ້າຮ່ວມກອງປະຊຸມປຶກສາຫາລືລ່ວງໜ້າ ເຣື່ອງໂຄງ ການເຂື່ອນປາກລາຍ ທີ່ຈັດຂຶ້ນ ຢູ່ນະຄອນຫຼວງວຽງຈັນ ໃນມື້ວັນທີ 20 ແລະ 21 ກັນຍາ 2018 ຕາມຄໍາເຊີນຂອງຣັຖບາລ ສປປລາວ ຍ້ອນວ່າ ກອງປະຊຸມດັ່ງກ່າວ ບໍ່ມີຄວາມໂປ່ງໃສ ບໍ່ໄດ້ເອົາຂໍ້ຮຽກຮ້ອງຂອງພາກປະຊາສັງຄົມ ແລະປະຊາຊົນ ທີ່ອາຈໄດ້ຮັບຜົລກະທົບຈາກເຂື່ອນນັ້ນໄປພິຈາຣະນາ ໃນການທີ່ຈະສ້າງເຂື່ຶອນແຫ່ງນີ້ ດັ່ງທີ່ທ່ານ ນິວັດ ຮ້ອຍແກ້ວ ປະທານກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ຂອງໄທ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ກັນຍານີ້ວ່າ:

"ທ່ານກ່າວວ່າ ເຂື່ອນປາກລາຍນີ້ ກະ ທົບໃສ່ຄົນທີ່ຢູ່ໃຕ້ເຂື່ອນ ມັນເປັນກົນໄກທີ່ບໍ່ສາມາດຕອບບັນຫາ, ເຮັດໃຫ້ເກີດການ ສ້າງເຂື່ອນ ຂຶ້ນເລື້ອຍໆ. ທີ່ຜ່ານມາ ພາກປະຊາຊົນ, ພາກປະຊາສັງຄົມ, ນັກວິຊາການ ກໍມີຄວາມກັງ ວົນນໍາເຣຶ່ອງ ຜົລການສຶກສາ ສໍາຣວດຕ່າງໆ, ບໍຣິສັດທີ່ເປັນເຈົ້າຂອງໂຄງການ ບໍ່ສາມາດຕອບສນອງບັນຫາເຣຶ່ອງຄວາມ ກັງວົນຂອງຊາວບ້ານໄດ້."

ທ່ານຍົກຕົວຢ່າງ ທີ່ຜ່ານມາ ເຄືອຂ່າຍພາກປະຊາສັງຄົມໄທ ກໍໄປເຂົ້າຮ່ວມກອງປະຊຸມປຶກສາຫາລືລ່ວງໜ້າ ກ່ຽວກັບໂຄງການ ສ້າງເຂື່ຶອນ ໄຊຍະບູລີ, ເຂື່ອນປາກແບງ ແລະເຂື່ອນດອນສະໂຮງມາແລ້ວ ແລະໄດ້ນໍາເອົາຂໍ້ສເນີກ່ຽວກັບຄວາມກັງວົນ ຂອງຊາວບ້ານ ເປັນຕົ້ນ ເຣຶ່ອງພັນປາດັບສູນ, ເຣື່ອງປະຣິມານປາຫລຸດລົງ ແລະເຣື່ອງດິນເຈື່ອນ ທີ່ໄດ້ສຶກສາມາ ໄປສເນີຕໍ່ກອງປະຊຸມ ແຕ່ກໍບໍ່ໄດ້ຮັບຜົລຫຍັງເລີຍ.

ປັດຈຸບັນ ເຂື່ອນໄຊຍະບູລີ ກໍໃກ້ຈະສໍາເຣັດ ແລະໃກ້ຈະຂາຍກະແສໄຟຟ້າ ໃຫ້ໄທແລ້ວ ທັ້ງໆຄະດີ ຍັງບໍ່ທັນຖືກຕັດສິນ ຢູ່ສານປົກຄອງຂອງໄທ ແລະເຂື່ອນດອນສະໂຮງ ກໍກໍາລັງກໍ່ສ້າງ ທັ້ງໆທີ່ອົງການສິດທິມະນຸດ ຂອງປະເທສມາເລເຊັຍຄັດຄ້ານ ແລະ ເຂື່ອນປາກແບງ ເຖິງຈະບໍ່ທັນ ໄດ້ກໍ່ສ້າງ ແຕ່ໄດ້ສ້າງຫົນທາງ ໄປຫາບ່ອນທີ່ຈະສ້າງເຂື່ອນນັ້ນສໍາເຣັດແລ້ວ.

ທ່ານ ນິວັດ ກ່າວຕໍ່ໄປວ່າ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ກໍເປັນບົດຮຽນແລ້ວວ່າ ມັນບໍ່ສາມາດແກ້ໄຂບັນຫາ ທີ່ຜູ້ສ້າງເຂື່ອນ ມັກໂຄສະນາ ກ່ອນໜ້າານສ້າງເຂື່ອນນັ້ນໄດ້ ຮວມທັງເຣື່ອງນໍ້າຖ້ວມ ແລະແຫ້ງແລ້ງ:

"ທ່ານກ່າວວ່າ ການສ້າງເຂື່ອນ ທີ່ເວົ້າກັນຕລອດເວລາວ່າ ເຂື່ອນ ເມື່ອສ້າງແລ້ວ ສມາດປ້ອງກັນນໍ້າຖ້ວມໄດ້ ແລະຈະຊ່ອຍໃຫ້ມີນໍ້າໃຊ້ ໃນຣະດູແລ້ງ ມັນເປັນເຣຶ່ອງຕົວະຍົວະມາດົນນານ ທີ່ແທ້ແລ້ວ ເຂື່ອນ ເປັນຕົວທີ່ເຮັດໃຫ້ ເກີດຄວາມເສັຍຫາຍຮຸນແຮງ ເວລາຝົນຕົກໜັກ  ເຂື່ອນບໍ່ສາມາດທີ່ຈະປ້ອງກັນ ນໍ້າຖ້ວມໄດ້ ມີແຕ່ຈະເຮັດໃຫ້ເກີດຄວາມຮຸນແຮງຂຶ້ນ ຍ້ອນຕ້ອງໄດ້ປ່ອຍນໍ້າອອກຈາກເຂື່ອນ ຊຶ່ງປັດຈຸບັນ ມັນເຫັນໄດ້ຈະແຈ້ງແລ້ວ."

ໂຄງການເຂື່ອນປາກລາຍ ຈະສົ່ງຜົລກະທົບໃສ່ປະຊາຊົນ 7 ບ້ານ 744 ຄອບ ຄົວ ໃນນັ້ນ 3 ບ້ານ ຢູ່ເມືອງປາກລາຍ ແຂວງໄຊຍະບູລີ ແລະ 4 ບ້ານຢູ່ເມືອງແມດ ແຂວງວຽງຈັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.