ຂນະນີ້ ພໍ່ແມ່ ຜູ້ປົກຄອງນັກຮຽນ ກັງວົນນໍາພວກລູກຫລານ ທີ່ຈະໄດ້ກັບໄປໂຮງຮຽນຄືນ ຊຶ່ງຈະເປີດຮຽນໃນມື້ວັນຈັນ ທີ 11 ພຶສພາ ທີ່ ຈະມາເຖິງນີ້ ຍ້ອນວ່າ ຍັງມີຄວາມສ່ຽງຕໍ່ ການຕິດເຊື້ອພຍາດໂຄວິດ-19 ນີ້ຢູ່ແຕ່ກໍຈໍາເປັນຕ້ອງໄດ້ປະຕິບັດຕາມແຈ້ງການຂອງທາງການ ເຖິງແມ່ນວ່າຢູ່ປະເທດລາວ ຍັງບໍ່ກວດພົບຜູ້ຕິດເຊື້ອລາຍໃໝ່ ຕື່ມອີກກໍຕາມ ດັ່ງຜູ້ປົກຄອງນັກຮຽນ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 28 ເມສາ ນີ້ວ່າ:
“ເຣື່ອງກັງວົນກະກັງວົນ ແຕ່ເພິ່ນເປີດຮຽນແລ້ວ ບໍ່ໃຫ້ລູກຫຼານຮຽນ ກະບໍ່ຮູ້ໜັງສືເດ໋ ທາງຣັຖບານເພິ່ນສັ່ງໃຫ້ເປີດ ເພິ່ນກະສິມີວິທີປ້ອງກັນ ຫັ້ນຕິ.”
ໃນຂນະດຽວກັນ ຜູ້ປົກຄອງນັກຮຽນອີກທ່ານນຶ່ງ ກໍເວົ້າວ່າ ເຣຶ່ອງການເປີດຮຽນໃນວັນທີ 11 ພຶສພາ ທີ່ຈະມາເຖິງນີ້ ຕົນເອງກໍຮູ້ສຶກກັງວົນ, ບໍ່ໝັ້ນໃຈນໍາເຣຶ່ອງການຕິດເຊື້ອພຍາດໂຄວິດ-19 ທີ່ຍັງບໍ່ໄດ້ໝົດໄປ, ແຕ່ຖ້າໂຮງຮຽນເປີດ ກໍຈະໃຫ້ລູກໄປຮຽນ ດັ່ງທີ່ທ່ານກ່າວວ່າ:
“ເຣື່ອງກັງວົນ ມັນກະກັງວົນຢູ່ແຕ່ວ່າ ກະບໍ່ໝັ້ນໃຈຄືກັນ ເຮັດຈັ່ງໃດຄັນໄດ້ເປີດ ກໍຕ້ອງໄດ້ໄປ ເພາະວ່າເຂົ້າໂຮງຮຽນຈ້າງເດ໋ ໂຮງຮຽນ ເອກຊົນມັນແພງ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ດ້ານການສຶກສາ ທ່ານນຶ່ງ ກ່າວວ່າ ຫາກທາງກະຊວງສຶກສາທິການ ແລະກິລາ ໃຫ້ເປີດຮຽນໃນວັນທີ 11 ພຶສພາ ທີ່ຈະມາເຖິງນີ້ ກໍໝາຍຄວາມວ່າ ທາງໂຮງຮຽນກໍຕ້ອງມີຄວາມ ພ້ອມໃນການເອົາໃຈໃສ່ນັກຮຽນ, ໃຫ້ນັກຮຽນໃສ່ຜ້າອັດປາກອັດດັງ, ລ້າງມື ແລະ ມີສະຕິຣະວັງໂຕຢູ່ຕລອດ ດັ່ງທີ່ທ່ານກ່າວວ່າ:
“ເຣື່ອງການເປີດຮຽນນີ໋ ກໍອີງໃສ່ແຈ້ງການຂອງກະຊວງເນາະ, ຖ້າກະຊວງວ່າໂອເຄ ກະຖືວ່າຄວາມພ້ອມບໍ່ມີບັນຫາເນາະ. ທາງຄະນະຮັບ ຜິດຊອບ ສະກັດກັ້ນໂຕນີ້ ເພິ່ນອາຈມີແນະນໍາກ່ຽວກັບ ການຜ້າອັດດັງ ບໍ່ ເຈລລ້າງມືບໍ່ ຕ້ອງມີສະຕິຣະວັງໂຕ ທຸກເວລາຫັ້ນແຫຼະ ພໍ່ແມ່ ນັກຮຽນກໍຈະມີຄວາມເຂົ້າໃຈ ທັງທາງດ້ານນີ້.”
ແຕ່ເຖິງຢ່າງໃດກໍຕາມ ພໍ່ແມ່ ຜູ້ປົກຄອງນັກຮຽນ ກໍຕ້ອງໄດ້ລໍຖ້າແຈ້ງການຂອງ ກະຊວງສຶກສາທິການ ແລະກິລາ ອີກເທື່ອນຶ່ງ ວ່າຈະມີການ ເປີດຮຽນ ໃນມື້ວັນທີ 11 ພຶສພາ ນັ້ນແທ້ຫລືບໍ່. ອີງຕາມແຈ້ງການ ຂອງຂແນງສຶກສາ ກະຊວງສຶກສາທິການ ແລະກິລາ ສປປລາວ ວັນທີ 23 ເມສານີ້, ຖ້າຫາກວ່າ ຫລັງມື້ວັນທີ 3 ພຶສພາ ຜົນຂອງການປະເມີນການຣະບາດ ຂອງເຊື້ອພຍາດໂຄວິດ-19 ອອກມາວ່າ ສາມາດ ຄວບຄຸມໄດ້ ບໍ່ມີຄວາມສ່ຽງຕໍ່ ການຕິດເຊື້ອແລ້ວ ກໍຈະເປີດຮຽນ ທົ່ວປະເທດຄືນໃໝ່ ໃນມື້ວັນທີ 11 ພຶສພາ ໄດ້.
ພາກສ່ວນທີ່ກ່ຽວຂ້ອງ ມີໜ້າທີ່ຜົ່ນຢາຂ້າເຊື້ອ ຕາມໂຮງຮຽນ ແລະສະຖານທີ່ການສຶກສາ ທຸກແຫ່ງ ທີີ່ຖືກນໍາໃຊ້ ເປັນບ່ອນກັກກັນຊົ່ວຄາວ ຄົນງານລາວ ທີ່ກັບມາຈາກປະເທດໄທ, ສນອງຜ້າອັດປາກອັດດັງ ສະບູ ເຈວລ້າງມື ແລະເຄຶ່ອງວັດອຸນນະພູມ ໃຫ້ທາງໂຮງຮຽນ.