ກອງປະຊຸມຄັ້ງທີ 9 ສະພາ ຊຸດທີ 8 ປິດແລ້ວ
2020.07.02
ກອງປະຊຸມສມັຍສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ 8 ຂອງ ສປປລາວ ທີ່ເປີດຂຶ້ນໃນມື້ວັນທີ 24 ມິຖຸນາ ແລະໄດ້ປິດລົງໃນ ມື້ວັນທີ 2 ກໍຣະກະດາ 2020 ຊຶ່ງມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງ ພັກປະຊາຊົນປະຕິວັດລາວ, ປະທານປະເທດ ແລະ ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງ ສູນກາງພັກ, ນາຍົກຣັຖມົນຕຣີ ເຂົ້າຮ່ວມນັ້ນ ຍານາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມ ຍານາງໄດ້ກ່າວໃນໂອກາດປິດ ກອງປະຊຸມ ນັ້ນຕອນນຶ່ງວ່າ:
ໃນກອງປະຊຸມ ຂອງສະພາແຫ່ງຊາດ ເທື່ອທີ 9 ນີ້ ໄດ້ມີການພິຈາຣະນາ ແລະ ຮັບຮອງເອົາຫລາຍເອກກະສານ ເປັນຕົ້ນກໍແມ່ນບົດ ຣາຍງານຂອງຣັຖບານ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ, ແຜນເງິນຕາ 5 ເດືອນ ຕົ້ນປີ 2020, ຄາດຄະເນ 6 ເດືອນ ຕົ້ນປີ 2020 ແລະ ທິດທາງວຽກງານຈຸດສຸມ 6 ເດືອນ ທ້າຍປີ 2020.
ສະພາແຫ່ງຊາດ ໄດ້ສເນີໃຫ້ 5 ພາກສ່ວນຂອງຣັຖບານຕອບຂໍ້ຊັກຖາມ ຂອງສະມາຊິກສະພາແຫ່ງຊາດ ຄື ກະຊວງການເງິນ, ກະຊວງ ແຜນການແລະການລົງທຶນ, ກະຊວງກະສິກັມແລະປ່າໄມ້, ກະຊວງແຮງງານ ແລະສວັດດິການສັງຄົມ ແລະ ທະນາຄານແຫ່ງ ສປປລາວ ຊີ້ແຈງຄໍາຊັກຖາມ ກ່ຽວກັບບັນຫາຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ ສະ ພາບການການພັທນາ ເສຖກິດ-ສັງຄົມ ໃນເງື່ອນໄຂທີ່ໄດ້ຮັບ ຜົລກະທົບຈາກການຣະບາດຂອງເຊື້ອພຍາດໂຄວິດ-19, ການສ້າງວຽກເຮັດງານທໍາ ເພື່ອຮອງຮັບຄົນງານລາວ ທີ່ກັບມາຈາກຕ່າງປະເທດ, ການສົ່ງເສີມການຜລິດກະສິກັມ, ການກໍາໜົດ ແລະຈັດຕັ້ງປະຕິບັດ ບັນດານະໂຍບາຍ ແລະມາຕການຕ່າງໆ ເຂົ້າໃນແຜນພັທນາເສຖກິດ -ສັງຄົມ ແລະ ແຜນງົບປະມານ 6 ເດືອນ ທ້າຍປີ 2020 ທີ່ຢູ່ໃນຄວາມຮັບຜິດຊອບ ຂອງ ຂແນງການຕົນ.
ກອງປະຊຸມ ຮັບຟັງການຣາຍງານການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ, ທິດທາງແຜນການ 6 ເດືອນ ທ້າຍປີ 2020 ຂອງ ຄະນະ ປະຈໍາສະພາແຫ່ງຊາດ, ພິຈາຣະນາ ແລະ ຮັບຮອງເອົາ ບົດຣາຍງານຜົນການ ຕິດຕາມກວດກາ ຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບການຄຸ້ມຄອງ, ການສໍາຣວດ ແລະ ການຂຸດຄົ້ນແຮ່ທາດ, ຫິນແຮ່ ແລະຫິນຜາ.
ຈຸດໃຈກາງອັນນຶ່ງຂອງກອງປະຊຸມ ແມ່ນການພິຈາຣະນາ ແລະຮັບຮອງເອົາກົດໝາຍ ສະບັບປັບປຸງຈໍານວນ 6 ສະບັບ ຮວມທັງກົດໝາຍ ວ່າດ້ວຍພາສີ, ກົດໝາຍວ່າດ້ວຍການປົກປັກຮັກສາ ສິ່ງແວດລ້ອມ, ກົດໝາຍວ່າດ້ວຍນໍ້າ ແລະ ຊັພຍາກອນນໍ້າ ດັ່ງຍານາງ ປານີ ຢາທໍ່ຕູ້ ປະທານກອງປະຊຸມ ໄດ້ກ່າວໃນໂອກາດ ປິດກອງປະຊຸສະພາແຫ່ງຊາດ ເທື່ອທີ 9 ນີ້ວ່າ:
ພ້ອມກັນນັ້ນ ຍານາງ ແສງສະຫວັນ ວິຍະເກດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ, ຄະນະເລຂາທິການ ສະພາແຫ່ງຊາດ ກໍຮຽກຮ້ອງ ໃຫ້ຣັຖບານ ຈັດຕັ້ງປະຕິບັດກົດໝາຍ ໃຫ້ເຂັ້ມງວດ:
ໃນໄລຍະດໍາເນີນກອງປະຊຸມ 7 ມື້ ມີປະຊາຊົນ ສົ່ງຄໍາຄິດເຫັນຜ່ານໂທຣະສັບສາຍດ່ວນ 400 ປາຍເທື່ອ ສັງລວມໄດ້ເປັນ 70 ບັນຫາ ທີ່ພົວພັນເຖິງການຄຸ້ມຄອງຣັຖ ຄຸ້ມຄອງເສຖກິດ-ສັງຄົມ. ບັນຫາທີ່ພົ້ນເດັ່ນ ຊຶ່ງປະຊາຊົນລາວ ຂັດຂ້ອງຫຼາຍກໍແມ່ນເຣື່ອງຄ່າໄຟຟ້າແພງ, ບັນຫາທີ່ດິນ, ຄ່າຊົດທີ່ທາງການໃຫ້ບໍ່ສົມເຫດບໍ່ສົມຜົລ, ການກໍ່ສ້າງຖນົນຫົນທາງບໍ່ແລ້ວເປັນຈັກເທື່ອ.
ການຄຸ້ມຄອງ ແລະແລກປ່ຽນເງິນຕຣາບໍ່ດີ, ການແກ້ໄຂບັນຫາ ຢາເສບຕິດບໍ່ໄດ້ ການປະຕິບັດຄໍາຕັດສິນຂອງສານບໍ່ໄດ້ຜົລ ແລະບັນຫາ ອື່ນໆທີ່ປະຊາຊົນໄດ້ຮັບ ຜົລກະທົບ ຊຶ່ງທາງຄະນະນໍາ ສະພາແຫ່ງຊາດ ກໍເວົ້າວ່າ ຈະສົມທົບກັບພາກສ່ວນ ທີ່ກ່ຽວຂ້ອງ ຂອງຣັຖບານ ຄົ້ນຄວ້າແລະແກ້ໄຂ ໃຫ້ຖືກຕ້ອງ ແລະສອດຄ່ອງຕາມຣະບຽບກົດໝາຍ.
ແລະພ້ອມກັນນັ້ນ ກອງປະຊຸມ ກໍສະເໜີໃຫ້ຄະນະປະຈໍາສະພາແຫ່ງຊາດ ເອົາໃຈໃສ່ຊີ້ນໍາກົງຈັກ ເສນາທິການຂອງຕົນ ໃນການກະກຽມ ເນື້ອໃນເອກກະສານ ທີ່ຈະນໍາສເນີຕໍ່ກອງປະຊຸມສໄມສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ 8 ຊຶ່ງຄາດວ່າຈະຖືກຈັດຂຶ້ນໃນ ທ້າຍປີ 2020 ນີ້ ຄືໃຫ້ທັນຕາມກໍານົດເວລາ.