ເຣື້ອງທີ່ເກັບບັນທຶກໄວ້
2022-06-27
ເມື່ອຣັຖບານ ປະສົມຊົ່ວຄາວ ແຫ່ງຊາຕ ຖືກຕັ້ງຂຶ້ນ ແລະ ຕໍ່ມາອີກບໍ່ດົນ ກໍຕ້ອງປະສົບ ກັບບັນຫາຂັດແຍ່ງ ໃນການປຕິບັດ ໜ້າທີ່ ຂອງຣັຖບານ.
2022-06-26
ປະຊາຊົນ ຍັງລຽນຄິວ ຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີຍ, ແຕ່ງຕັ້ງ, ໂຍກຍ້າຍ ຄະນະຣັຖມົນຕຣີ, ຣົຖເຖື່ອນ ຍັງເປັນບັນຫາ ທີ່ຕ້ອງແກ້ໄຂ ຕໍ່ໄປ ແລະ ຫຼາຍພາກສ່ວນ ສົ່ງເສີມໃຊ້ສິນຄ້າລາວ ຫຼຸດຜ່ອນນຳເຂົ້າ.
2022-06-20
ທ່າທີ ຂອງນາຍພົນ ພູມີ ໜໍ່ສວັນ ທີ່ຕໍ່ຕ້ານ ຂໍ້ສເນີ ຂອງປະເທດມະຫາອໍານາດ ຝ່າຍຕາເວັນຕົກ ທີ່ຢາກໃຫ້ຍຸຕິ ຂໍ້ພິພາດ ລະຫວ່າງ ລາວສາມກຸ່ມ ໂດຍການຕັ້ງ ຣັຖບານປະສົມ ສາມຝ່າຍຂຶ້ນ.
2022-06-19
ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຕໍ່ແຖວຍາວຢຽດ ລໍຖ້າເຮັດ ພາສພອຣ໌ທ, ປະຊາຊົນ ສເນີໃຫ້ ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ, ຍົກເລີກແຈ້ງການໃຫ້ MoneyGram ຈ່າຍເງິນກີບ ພາຍຫຼັງ ສຽງວິຈານ.
2022-06-13
ບັນຫາໃຫຍ່ ທີ່ຂັດຂວາງ ການຕັ້ງຣັຖບານປະສົມ ສາມຝ່າຍ ຊຶ່ງແມ່ນ ຣັຖບານຝ່າຍຂວາ ໂດຍການນໍາພາ ຂອງນາຍພົນ ພູມີ ໜ່ໍສວັນ ບໍ່ຍອມຮ່ວມມື ກັບຝ່າຍຊ້າຍ ຂອງເຈົ້າສຸພານຸວົງ ເຖິງແມ່ນວ່າ ເຈົ້າໜ້າທີ່ ອາເມຣິກັນ ຈະເກັ້ຽກ່ອມ ປານໃດກໍຕາມ.
2022-06-12
ຈົດໝາຍ ຈາກຜູ້ຟັງ: ເກີດບັນຫາຂັດແຍ່ງ ທີ່ດິນລະຫວ່າງ ຊາວບ້ານ ກັບເຈົ້າໜ້າທີ່ ເມືອງອາດສະພັງທອງ, ຕຳຣວດ ແຂວງບໍ່ແກ້ວ ຍຶດຢ້າບ້າໄດ້ 12,000,000 ເມັດ, ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ.
2022-06-05
ກອງປະຊຸມນາໆຊາຕ ວ່າດ້ວຍ ຂໍ້ພິພາດ ໃນຣາຊອານາຈັກລາວ ໄຂຂຶ້ນ ທີ່ນະຄອນ ເຊີແນວ ປະເທດ ສວິດສ ໂດຍມີຫົວໜ້າ ຄນະອັງກິດ ແລະຫົວໜ້າຄນະຣັສເຊັຽ ປ່ຽນກັນນັ່ງ ເປັນປະທານ.
2022-06-05
ທ່ານ ດາວບ້ານດອນ ມູນສະແຫວງ, ຄົນລາວຜູ້ທໍາອິດ ທີ່ສາມາດຄວ້າເອົາລາງວັນຊນະເລີດ ລໍາດັບທີ່ນຶ່ງ ຈາກການແຂ່ງຂັນ ຝຶກສຸນັກຕໍາຣວດທີ່ເກັ່ງ ແລະເຊື່ອຟັງທີ່ສຸດ ທັງໃນລະດັບ ຣັຖ ແລະ ລະດັບປະເທດ.
2022-06-05
ເສຖກິຈລາວ ຍັງຕ້ອງໃຊ້ ເວລາໃນການຟື້ນໂຕ, ອາຊີບ ຄົນລາວ ຍັງຖືກຍາດແຍ່ງ ຈາກຕ່າງດ້າວ ແລະ ວີດີໂອ ຕຳຣວດໄທຍ ຈັບແມ່ຍິງລາວ 2 ຄົນ ລັກລອບເຂົ້າໄປ ຊອກເຮັດວຽກ ໃນປະເທດໄທຍ.