ເຣື້ອງທີ່ເກັບບັນທຶກໄວ້
2023-03-18
ຄວາມບໍ່ໂປ່ງໃສ ໃນການເປິດຈຳໝ່າຍ ພັນທະບັດ ຂອງທະນາຄານແຫ່ງນຶ່ງ, ປະຊາຊົນ 62% ຢູ່ເຂດຊົນນະບົດ ປະສົບກັບ ການຂາດແຄນອາຫານ ຍ້ອນເສຖກິຈລາວ ຕົກຕໍ່າ, ສປປ ລາວ ຈະສົ່ງນັກມວຍລາວ ເຂົ້າແຂ່ງຂັນກັບ ກຸນຂະແມຣ໌ ແລະ ຂ່າວອື່ນໆ.
2023-03-11
ຢ່າງໜ້ອຍ ມີເຈົ້າໜ້າທີ່ຣັຖ 134 ຄົນ ພົວພັນ ກັບການສໍ້ຣາສບັງຫຼວງ, ຊາວບ້ານ ບ້ານທາດອີງຮັງ ຖືກເຈົ້າໜ້າທີ່ໂອ້ລົມ ຍ້ອນບໍ່ຍອມຍົກດິນ ກະເສດໃຫ້, ຣັຖບານລາວ ງົດອອກສຽງ ໃຫ້ຣັສເຊັຽ ຖອນທະຫານ.
2023-03-06
ສະພາຢູໂຣບ ມອບຣາງວັນຢູໂຣບ ສໍາລັບຜູ້ນໍາສະຕຣີສາກົນ ປະຈໍາປີ 2023 ໃຫ້ສະຕຣີ 8 ທ່ານຈາກທົ່ວໂລກ ແລະ ນຶ່ງໃນນັ້ນ ແມ່ນສະຕຣີລາວ ຄື ດຣ. ບຸນທອນ ຈັນທະລາວົງ-ວີເຊີ, ປະທານອົງການພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທດເຢັຍຣະມັນ.