ເຣື້ອງທີ່ເກັບບັນທຶກໄວ້
2024-01-28
ທາງການລາວ ອາຈຕັ້ງ ຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ, ທະນາຄານໂລກ ແນະນໍາໃຫ້ ສປປ ລາວ ຫລຸດໜີ້ ສາທາຣະນະ, ພົບການໃຊ້ຈ່າຍເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ.
2024-01-28
ທ່ານຄໍາບາງ ສີບຸນເຮືອງ ຊາວແຂວງສວັນນະເຂດ ໄດ້ຮັບໃຊ້ ກອງທັບແຫ່ງພຣະຣາຊອານາຈັກລາວ ເປັນເວລາ 15 ປີ ແລະ ໄດ້ຖືກໄປສັມມະນາ 10 ປາຍມື້ ກ່ອນຈະພາຄອບຄົວ ໂຕນໄປຝັ່ງໄທຍ, ແລະ ໄດ້ມາຕັ້ງຖິ່ນ ຖານຢູ່ສະຫະຣັຖ ອາເມຣິກາ.
2024-01-21
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຢູ່ແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກສອກຫລິກ ບໍ່ກັບໄປສອນໜັງສືຕໍ່, ຢາເສບຕິດ ໃນກຸ່ມເຍົາວະຊົນ ເປັນບັນຫາໃຫຍ່ ທີ່ລໍໃຫ້ຣັຖບານແກ້ໄຂ ຢ່າງຈິງຈັງ ແລະ ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ.
2024-01-13
ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ, ບໍຣິສັດ ລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ຊາວບ້ານຢູ່ເມືອງໂຂງ ທີ່ເສັຽດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຽ.