ເຣື້ອງທີ່ເກັບບັນທຶກໄວ້
2024-04-14
ເປົ້າໝາຍ ອອກຈາກປະເທດ ດ້ອຍພັດທະນາ ຂອງລາວ ອາດຍັງບໍ່ເຖິ່ງຝັ່ງຝັນ, ສານເຄມີ ທີ່ກຳລັງ ຈະຂົນໄປ ໃຫ້ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ຫາຍາກ ຂອງຈີນ ຮົ່ວໄຫລ ຢູ່ ຫ້ວຍນ້ອຍ ເຂດບ້ານ ພູຊ້າງຄຳ, ລາຄາໄຟຟ້າແພງຂຶ້ນ ທັ້ງໆທີ່ ມີເຂື່ອນຫຼາຍແຫ່ງ.
2024-03-10
ວຽກງານ ທີ່ທ່ານຄໍາບາງ ສີບຸນເຮືອງ ບໍ່ວ່າ ຈະເຮັດຢູ່ໂຮງງານ ຫລື ເປັນທະຫານ ກໍລ້ວນແລ້ວແຕ່ ໄດ້ຮັບຜົລປໂຍດ ເປັນຢ່າງດີ ໂດຍສະເພາະ ແມ່ນທະຫານ ຍິ່ງໄດ້ຮັບ ນະໂຍບາຍພິເສດ.
2024-03-09
ບໍຣິສັດຂຸດຄົ້ນແຮ່ເຫຼັກ ຂອງຈີນ ຢູ່ເມືອງກາສີ ແຂວງວຽງຈັນ ຍັງປ່ອຍນໍ້າລົງສູ່ລໍາຫ້ວຍ ແລະ ແມ່ນໍ້າທັມມະຊາຕ, ດ່ານສາກົລບໍ່ເຕັນ ບໍ່ປ່ອຍໃຫ້ແມ່ຍິງລາວ ທີ່ມີວີຊ້າຈີນ ອອກໄປຈີນ, ສິດທິມະນຸດສາກົນ ຮຽກຮ້ອງ ໃຫ້ທາງການລາວ ປ່ອຍຊາວບ້ານ 6 ຄົນ ທີ່ຖືກຈັບ ຍ້ອນປະທ້ວງ ເລື່ອງທີ່ດິນ.
2024-03-02
ຊາວບ້ານຊ້າງ ເມືອງຄູນ ແຂວງຊຽງຂວາງ 6 ຄົນ ຖືກຈັບ ພາຍຫຼັງ ພວກເຂົາເຈົ້າ ທວງເອົາທີ່ດິນຄືນ, ປາຫລາຍກວ່າ 230 ກິໂລ ຕາຍຢູ່ນໍ້າງາ, ປີ 2023 ພົບວ່າ ຍັງມີການລັກຕັດໄມ້ ແລະ ບຸກລຸກ ທີ່ດິນປ່າໄມ້ ຫລາຍກ່ວາ ປີ 2022, ນາຍົກຣັຖມົນຕຣີ ຮຽກຮ້ອງໃຫ້ ໃຊ້ທີ່ດິນ ຢ່າງເຂັ້ມງວດ ຍ້ອນມີການລະເມີດສັນຍາສັມປະທານ ດິນຣັຖຫລາຍ.
2024-02-27
ການຊ່ອຍເຫຼືອແມ່ຍິງລາວ 3 ຄົນ ເຫຍື່ອຄ້າມະນຸສ ຢູ່ປະເທດພະມ້າ, ຫຼວງພຣະບາງ ສ່ຽງທີ່ຈະເສັຍຖານະ ມໍຣະດົກໂລກ, ຣັຖບານ ອະນຸຍາດໃຫ້ ບໍຣິສັດ ເອກະຊົນ ສໍາປະທານຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ອັດຕະປື ສົ່ງຜົລກະທົບ ຕໍ່ແວດລ້ອມ ແລະ ປະຊາຊົນ ແລະ ຜົລກະທົບ ຈາກການລົງທຶນຈີນ ຈົນກາຍເປັນເມືອງຈີນ.
2024-01-28
ທາງການລາວ ອາຈຕັ້ງ ຫ້ອງການໄອຍະການ ປະຊາຊົນ ໃນເຂດເສຖກິຈ ພິເສດສາມ ຫລ່ຽມຄໍາ, ທະນາຄານໂລກ ແນະນໍາໃຫ້ ສປປ ລາວ ຫລຸດໜີ້ ສາທາຣະນະ, ພົບການໃຊ້ຈ່າຍເງິນບໍຣິຈາກ-ເງິນຊົດເຊີຍ ຜູ້ຖືກຜົລກະທົບ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ບໍ່ຖືກຕ້ອງ.
2024-01-28
ທ່ານຄໍາບາງ ສີບຸນເຮືອງ ຊາວແຂວງສວັນນະເຂດ ໄດ້ຮັບໃຊ້ ກອງທັບແຫ່ງພຣະຣາຊອານາຈັກລາວ ເປັນເວລາ 15 ປີ ແລະ ໄດ້ຖືກໄປສັມມະນາ 10 ປາຍມື້ ກ່ອນຈະພາຄອບຄົວ ໂຕນໄປຝັ່ງໄທຍ, ແລະ ໄດ້ມາຕັ້ງຖິ່ນ ຖານຢູ່ສະຫະຣັຖ ອາເມຣິກາ.
2024-01-21
ຄຣູອາສາສມັກ ຈຳນວນບໍ່ໜ້ອຍ ຢູ່ແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກສອກຫລິກ ບໍ່ກັບໄປສອນໜັງສືຕໍ່, ຢາເສບຕິດ ໃນກຸ່ມເຍົາວະຊົນ ເປັນບັນຫາໃຫຍ່ ທີ່ລໍໃຫ້ຣັຖບານແກ້ໄຂ ຢ່າງຈິງຈັງ ແລະ ຊາວບ້ານຢູ່ໃກ້ກັບໂຮງງານ ຊີມັງ 3 ໃນເມືອງວັງວຽງ ໄດ້ຮັບຄວາມເດືອດ ຈາກຣົຖບັນທຸກ.
2024-01-13
ເດັກຍິງ 4 ຄົນ ເກືອບເປັນເຫຍື່ອ ການຄ້າມະນຸສ, ບໍຣິສັດ ລາວ-ຈີນ ເຊົ່າດິນຊາວບ້ານ ເພື່ອປູກໝາກໂມ ຢູ່ເມືອງວຽງພູຄາ ແຂວງຫຼວງນ້ຳທາ, ຊາວບ້ານຢູ່ເມືອງໂຂງ ທີ່ເສັຽດິນໃຫ້ໂຄງການ ເຂດເສຖກິຈໃໝ່ສີທັນດອນ ບໍ່ພໍໃຈກັບຄ່າຊົດເຊີຽ.