ຈ.ມ ຈາກຜູ້ຟັງ 11/13/21
ໄມຊູລີ
2021.11.13
2021.11.13

ອ່ານຈົດໝາຍ, ຄວາມຄຶດຄວາມເຫັນ ຂອງທ່ານ ສູ່ກັນຟັງ ເພື່ອເຜີຍແຜ່ ທັສນະ, ແນວຄິດ ທີ່ສ້າງສັນ, ແບ່ງປັນ ຄວາມຮູ້ ສູ່ກັນຟັງ.
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ສະມາຊິກສະພາແຫ່ງຊາດ ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີ ຜູ້ສໍ້ຣາສບັງຫຼວງ, ພາກປະຊາສັງຄົມໄທຍ ອອກຖແລງການ ຄັດຄ້ານການສ້າງເຂື່ອນ ໃນແມ່ນ້ຳຂອງ, ສູນກາງແນວລາວ ສ້າງຊາດ ສເນີຕໍ່ ສະພາແຫ່ງຊາດ ເຣື່ອງຂໍ້ຂັດແຍ່ງ ທີດິນບ້ານຊຽງດາ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ:
ຂ່າວ “ສສຊ ສເນີໃຫ້ພາກສ່ວນທີ່ກ່ຽວຂ້ອງ ດໍາເນີນຄະດີ ຜູ້ສໍ້ຣາສບັງຫຼວງ.”
“ຢາກໃຫ້ ລັດຖະບານ ຈັບຜູ້ທີສໍ້ລາດບັງຫລວງ ອອກຂ່າວ ໃຫ້ສັງຄົມເຫັນ ແລະ ປະຊາຊົນ ທົ່ວປະເທດ ເຫັນແດ່ ມີແຕ່ ປາກເວົ້າຊື່ໆ ບໍ່ເຫັນ ຈັບຈັກເທື່ອ ເງີນລັດຖະບານ ໃຫ້ບໍລີສັດ ຕ່າງຊາດ ເຂົ້າສຳປະທານ ຢູ່ສປປລເຮົາ ປີ 1 ໄດ້ເທົ່າໃດລ້ານໂດລາ ແລະ ເງີນເກັບພາສີນຳ ປະຊາຊົນ ລັດຖະບານ ເອົາໄປໃຊ້ຈ່າຍ ໃສຫມົດ ບັນຫານີ້ ປະຊາຊົນຍັງຂອ້ງໃຈ ຢູ່ທຸກມື້ນີິ.”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)