0:00 / 0:00
ຄວາມຄຶດຄວາມເຫັນ ກ່ຽວກັບ ຂ່າວ ທາງການລາວ ເຊື້ອເຊີນຈີນ ມາລົງທຶນ ເພີ່ມອີກ, ເຂື່ອນນ້ຳອູ 7 ແຫ່ງ ສ້າງສຳເຣັດແລ້ວ ແຕ່ປະຊາຊົນ ຍັງລຳບາກ, ໂຄງການ ບໍ່ແຮ່ຈີນ ສົ່ງຜົລກະທົບ ຊາວບ້ານ ແລະ ຂ່າວອື່ນໆ.
ຄວາມ ເຫັນ ບາງ ຕອນ:
"ສ້າງເຂື່ອນ ແລະ ຂຸດຄົ້ນແຮ່ທາດ: ສ້າງຜົນກໍາໄລ, ຮັ່ງມີໃຫ້ ກຸ່ມມາລົງທຶນແລະ ຄວາມມັ້ງຄັ້ງ ໃຫ້ຜູ້ນໍາ ໃນປະເທດ ຢ່າງຈະແຈ້ງ ໂດຍປະຊາຊົນ ບໍ່ໄດ້ຮັບ ຜົນປະໂຍດຫຍັງເລີຍ ດັ່ງທີ່ ທຸກຄົນ ໄດ້ຮັບຮູ້ ແລະ ເຫັນເຫດການ ໃນທຸກໆມື້ ແລະ ບໍ່ມີການແກ້ ມີອໍານາດ ພາຍໃນປະເທດນັ້ນໆ ຢູ່ບົນພື້ນຖານ ຂອງຄວາມທຸກຈົນ ຂອງປະຊາຊົນ ບໍ່ແກ້ໄຂ ຫຍັງເລີຍ ແລະ ຈະບໍ່ມີ ການແກ້ໄຂໄດ້ ໃນປະຈຸບັນ ແລະ ໃນອານາຄົດ ຢ່າງແນ່ນອນ."