ວັດລາວ ຢູ່ ສະຫະຣັຖ ຍົກເລີກ ບຸນປີໃໝ່
ສຸພັດຕາ
2020.03.21
2020.03.21

ບຸນປີໃໝ່ລາວ ເປັນບຸຸນປະເພນີ ທີ່ຮູ້ຈັກກັນ ຢ່າງກວ້າງຂວາງ ແລະ ມີການສເລີມສລອງ ຢ່າງເບີກບານມ່ວນຊື່ນ ທັງຢູ່ພາຍໃນ ແລະ ຕ່າງປະເທດ ຫຼາຍໆປະເທດ ເຊັ່ນ: ສະຫະຣັຖ ອະເມຣິກາ, ການາດາ, ຝຣັ່ງເສດ ແລະ ອອສເຕຣເລັຍ ແຕ່ເນື່ອງຈາກການຣະບາດ ຂອງພຍາດໂຄວິດ-19 ທີ່ຣະບາດໜັກຢູ່ຫຼາຍປະເທດທົ່ວໂລກໃນຂນະນີ້, ຄະນະບໍຣິຫານວັດລາວ ໃນສະຫະຣັຖ ອາເມຣິກາ ໄດ້ມີການ ຍົກເລີກ ຈັດງານບຸນປີໃໝ່ ລາວ ພ.ສ 2563 ເພື່ອປ້ອງກັນການແຜ່ຣະບາດ ຂອງເຊື້ອໄວຣັສ COVID-19, ດັ່ງ ທ່ານ ບົວສອນ ອຸ່ນຈິດ ປະທານ ຄນະກັມມະການ ບໍຣິຫານ ວັດ ທັມມະຣັດຕະນະຣາມ ຣັຖ ລຸຍເຊັຍນາ ກ່່າວຕໍ່ວິທຍຸເອເຊັຽເສຣີ ວ່າ...