ມູລນິທິມໍຣະດົກລາວ ຈາກ US ໄປ ຫຼວງພຣະບາງ
ສຸພັດຕາ
2018.11.19
2018.11.19
ແຂວງຫລວງພຣະບາງ ແມ່ນບ່ອນເກີດ ຂອງ ສິລປະດົນຕຣີພື້ນເມືອງຂອງລາວ, ແຕ່ເດັກນ້ອຍ ຢູ່ຫລວງພຣະບາງ ຍັງມີຄວາມຈຳກັດ ໃນການຮຽນຮູ້ ເຣື້ອງທັກສະ ຂອງການຫລິ້ນດົນຕຣີ ເນື່ອງຈາກຂາດເຄື່ອງມື ແລະຄຣູ ທີ່ມີຄຸນວຸດທິ.
ດັ່ງນັ້ນ, ມູລນິທິມໍຣະດົກລາວ ຈາກສະຫະຣັຖອາເມຣິກາ ຈຶ່ງກໍ່ຕັ້ງຄ້າຍລະດູຮ້ອນ ເພື່ອ ສອນສິລປະ ວັທນະທັມລາວ ໃຫ້້ເດັກນ້ອຍ ໃນ ແຂວງຫລວງພຣະບາງ ແລະປີນີ້ ເປັນປີທີ່ສອງແລ້ວ ທີ່ໂຄງການນີ້ ໄດ້ມີການເຄື່ອນໄຫວ ສຳລັບຣາຍຣະອຽດ ການຮຽນການສອນ ຂອງ ປີທີສອງ ໃນຣະຫວ່າງ ວັນທີ່ 25 ເດືອນ ມີຖຸນາ ຫາ ວັນທີ 6 ກໍຣະກະດາ ທີ່ຜ່ານມາ ມີການດຳເນີນໄປແນວໃດນັ້ນ ເຊີນທ່ານຮັບຟັງ ຈາກ ປະທານ ມູນນິທິ ມໍຣະດົກລາວ ໄດ້ເລີຍ.