ສັມພາດ ດຣ.ຄໍາພາ ເທບພະວົງ

ສຸພັດຕາ
2018.02.05
F-Khampha ດຣ. ຄຳພາ ເທບພະວົງ ຄົນລາວ-ອາເມຣິກັນ ຜູ້ອຳນວຍການ ບໍຣິການ ທາງການແພດ ຢູ່ ມະຫາວິທຍາລັຍ ເຟຣສໂນ, ຣັຖ ຄາລິຟໍເນັຍ
RFA/Khampha

ອາຊີພ ຂອງ ແພດແລະໝໍ ເປັນອາຊີພ ທີ່ຫຼາຍຄົນຮູ້ຈັກດີ ແລະຫຼາຍໆຄົນກໍມີຄວາມຝັນ ທີ່ຢາກຈະເປັນ ແລະ ກ່ອນຈະເປັນໝໍໄດ້ນັ້ນ ກໍຕ້ອງໃຊ້ເວລາ ສຶກສາຮໍ່າຮຽນ ບໍ່ແມ່ນເຣື່ອງງ່າຍ ແຕ່ກໍບໍ່ຍາກເກີນຄວາມສາມາດ ຂອງຄົນເຮົາໄປໄດ້, ສິ່ງທີ່ຍາກສໍາລັບ ໝໍ ກໍຄື; "ໝໍ" ຈະເປັນ "ໝໍ" ທີ່ດີໄດ້ແນວໃດ.

"ໝໍ" ກໍຄືຜູ້ໃຫ້ບໍຣິການ ດ້ານອະນາມັຍ ແກ່ປະຊາຊົນ, ແນະນຳເຣື່ອງການຮັກສາສຸຂພາບ ແລະປ້ອງກັນເຊື້ອໂຣຄ ແລະພຍາດຕ່າງໆ ໃຫ້ ຖືກຕ້ອງເໝາະສົມ ດ້ວຍການວິຈັຍ ອ່ານອາການ ຂອງພຍາດ, ຈັດຢາໃຫ້ຖືກກັບພຍາດນັ້ນໆ ດ້ວຍຄວາມຮັບຜິດຊອບ.

ອາຊີພເປັນທ່ານໝໍ ສາມາດແບ່ງເປັນ ແພດ-ໝໍ ສະເພາະທາງ ເຊັ່ນ: ດ້ານວິເຄາະພຍາດ, ຝ່າຍຜ່າຕັດ, ແພດກ່ຽວກັບການປິ່ນປົວພຍາດ ຂອງຜູ້ຍິງສະເພາະ ແລະແພດ-ໝໍ ປົວພຍາດທົ່ວໆໄປ ບໍ່ສະເພາະແຕ່ພຍາດດຽວ ແລະໃນມື້ນີ້ ຂ້າພະເຈົ້າ ມີໂອກາດ ໄດ້ສັມພາດ ດຣ. ຄຳພາ ເທບພະວົງ ຜູ້ອຳນວຍການ ດ້ານບໍຣິການ ທາງການແພດ ຢູ່ ມະຫາວິທຍາລັຍ ເຟຣສໂນ, ຣັຖ ຄາລິຟລໍເນັຍ ແລະຄວາມເປັນມາ ກ່ອນທີ່ເພິ່ນ ຈະໄດ້ມາເຮັດວຽກ ຢູ່ສະຖານທີ່ແຫ່ງນີ້ ມີຄືແນວໃດນັ້ນ ເຊີນຮັບຟັງ ຈາກ ດຣ. ຄຳພາ  ໄດ້ເລີຍ...

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.