ນ.ມາເຣັຽ ຣັດຕະນະສມັຍ ຣາຊີນີໄວລຸ້ນ
2013.05.23

ຣາຊີນີ ໄວລຸ້ນ ຜູ້ຍິງລາວ ນາງ ມາເຣັຽ ຣັດຕະນະສມັຍ ສ້າງບົດບາດ ໃນການຕ້ານ ບັນຫາ ການນາບຂູ່ ໃນ ຫ້ອງຮຽນ ຊັ້ນມັທຍົມ.
ຍິງສາວລາວ ນາງ ມາເຣັຽ ຣັດຕະນະສມັຍໄດ້ຮັບ ຕໍາແຫນ່ງ ເປັນຣາຊີນີ ໄວລຸ້ນ ຫລື Miss teen ປະຈຳຣັຖ ມິນິີໂຊຕາ ເຂດ Brooklyn Park ປະຈຳປີ 2013 ໄດ້ສ້າງບົດບາດ ໃນການຕ້ານ ບັນຫາ ການນາບຂູ່ ໃນຫ້ອງຮຽນ ຊັ້ນ ມັທຍົມ Park Center High School ຂອງນາງ ເພື່ອເປັນຕົວຢ່າງ ໃຫ້ແກ່ຫມູ່ ນັກຮຽນ ໃນການຕ້ານ ບັນຫາ ດັ່ງກ່າວ ທີ່ເປັນ ບັນຫາໃຫຍ່ ໃນສະຫະຣັຖ ໃນເວລານີ້.
ນາງສາວນ້ອຍ ມາເຣັຽ ປັດຈຸບັນ ອາຍຸ 18 ປີ ກຳລັງຮຽນ ຢູ່ໂຮງຮຽນ ມັທຍົມ ປີ ສຸດທ້າຍ ໃນໂຮງຮຽນ ມັທຍົມ Park Center ຣັຖ ມິນີໂຊຕາ ນາງຍັງໄດ້ເອົາ ວິຊາ ໃນໂຮງຮຽນ ວິທຍາລັຍ North Hennepin ແລະ ມະຫາວິທຍາລັຍ ມິນີໂຊຕາ ນຳອີກ.
ນາງຖືກເລືອກ ໃຫ້ຮັບລາງວັນ ນັກວິຊາການ ແຫ່ງຊາດ ດ້ານ ການສຶກສາ ຂັ້ນມັທຍົມ ແລະ ກໍມີແຕ່ ນາງຄົນດຽວ ຈາກ ໂຮງຮຽນ ຂອງ ນາງທີ່ຖືກ ຄັດເລືອກ. ຈຸດປະສົງ ໃນ ອະນາຄົດ ທາງດ້ານ ການສຶກສາ ຂອງນາງ ກໍແມ່ນ ຢາກຮຽນຕໍ່ ມະຫາວິທຍາລັຍ ໃນ ສາຍອາຊີບ ເຄມີວິທຍາ ແລະ ເຄມີເທກນິກ ຊຶ່ງ ກໍເປັນວິຊາ ທີ່ຍາກ ພໍສົມຄວນ.
ບັນຫາ ການນາບຂູ່ ໃນໂຮງຮຽນ ມັທຍົມໃນ ສະຫະຣັຖ ເປັນບັນຫາ ໃຫຍ່ ໃນ ປັດຈຸບັນ ໂດຍສະເພາະ ກັບກຸ່ມນັກຮຽນ ຊົນເຜົ່າ ສ່ວນນ້ອຍ ດັ່ງນັ້ນ ການກະທຳ ຂອງນາງ ໃນການຕ້ານ ບັນຫາ ດັ່ງກ່າວ ຈຶ່ງເປັນທີ່ ນິຍົມ ຂອງກຸ່ມ ຜູ້ປົກຄອງ ແລະ ບັນດາ ໂຮງຮຽນ ຕ່າງໆ ໃນຣັຖ ມິນີໂຊຕາ.