ສໍາພາດທ່ານທອງເພັດສີສຸກ

ສໍາພາດ ທ່ານທອງ ເພັດສີສຸກ ທີ່ປະເທດ ການາດາ
ສໍາພາດ ທ່ານທອງ ເພັດສີສຸກ ທີ່ປະເທດ ການາດາ (RFA)

0:00 / 0:00

ປະຊາຊົນລາວຫລາຍແສນຄົນຈໍາຕ້ອງໄດ້ອົພຍົບໜີຈາກປະເທສອັນແສນຮັກແລະຫວງແຫນຂອງຕົນມາອາສັຍຢູ່ປະເທສຕ່າງໆໃນໂລກມີຊີວິດ ການເປັນຢູ່ແລະການທໍາມາຫາກິນຫລາຍຢ່າງແຕກຕ່າງກັນໄປ.

ສໍາລັບທ່ານທອງເພັດສີສຸກຊາວຫລວງພຣະບາງນັບຕັ້ງແຕ່ທ່ານພ້ອມດ້ວຍພັລຍາ,ພ້ອມລູກ 6 ຄົນແລະຜູ້ເປັນແມ່ໄດ້ມາຢູ່ປະເທສການາດາໃນປີ 1990ທ່ານທັງບໍ່ໄດ້ເຮັດການນໍາຣັຖບາລແລະບໍ່ໄດ້ເຮັດວຽກຢູ່ໂຮງຈັກໂຮງງານ,ມີແຕ່ໄດ້ເບິ່ງແຍງຜູ້ເປັນແມ່ທີ່ເຖົ້າແກ່ໂດຍທີ່ທາງຣັຖບາລການາດາ ໃຫ້ການຊ່ວຍເຫຼືອດ້ານສວັດດີການ-ສັງຄົມ,ໄດ້ສັ່ງສອນພວກລູກໆຫລານໆແລະຊ່ວຍວຽກງານສັງຄົມເປັນຕົ້ນກໍແມ່ນທາງວັດວາສາສນາທີ່ເມືອງ ມົງເຕຣອານແຂວງເກເບັກ.

ທ່ານທອງເພັດສີສຸກເວົ້າວ່າມີຄວາມພາກພູມໃຈຫລາຍທີ່ສຸດນໍາການເອົາໃຈໃສ່ດູແລເບິ່ງແຍງເປັນຢ່າງດີຂອງຣັຖບາລການາດາຕໍ່ຊາວອົພຍົບ ຮວມທັງອົພຍົບລາວ,ເຮັດໃຫ້ມີຊີວິດການເປັນຢູ່ດີ:....ສຽງ...

ທ່ານທອງເພັດສີສຸກພ້ອມດ້ວຍຄອບຄົວໄດ້ອົພຍົບຈາກຫລວງພຣະບາງໃນປີ 1986 ມາຂໍຢູ່ສູນນາໂພປະເທສໄທແລະໄດ້ມາຢູ່ປະເທສການາດາ ໃນປີ1990,ຢູ່ແຂວງເກເບັກປະມານ 2 ປີແລ້ວກໍຍ້າຍມາຢູ່ມົງເຕຣອານຈົນເຖິງປັດຈຸບັນ.

ເມື່ອຄາວຢູ່ປະເທສລາວທ່ານເປັນນາຍຄຣູ,ທ່ານເຄີຍເປັນນັກຮຽນລຸ້ນທໍາອິດຂອງສະຖາບັນການສຶກສາວິຊາຄຣູດົງໂດກວຽງຈັນໃນປີ 1960 ສໍາ ເຣັດການສຶກສາ ໃນປີ 1964.

ປັດຈຸບັນດ້ານສັງຄົມແລະວັດວາສາສນາທ່ານກໍໄດ້ປະກອບສ່ວນອັນສໍາຄັນເຂົ້າໃນກິຈກັມຕ່າງໆຮວມທັງເປັນພິທີກອນທາງສາສນາຢູ່ເມືອງມົງ ເຕຣອານມາໂດຍຕລອດນໍາດ້ວຍ.