23 ມິນາ ວັນສ້າງຕັ້ງກອງທັບ ແຫ່ງຊາຕ
2014.03.21

ວັນທີ 23 ມິນາ ເປັນວັນ ສ້າງຕັ້ງ ກອງທັບ ແຫ່ງຊາດ ສມັຍ ພຣະຣາຊ ອານາຈັກ ລາວ ນັບຕັ້ງແຕ່ ປະເທດ ລາວ ໄດ້ຮັບ ເອກກະຣາດ ເບື້ອງຕົ້ນ ຈາກ ປະເທດ ຝຣັ່ງເສສ ໃນປີ 1947.
ເພື່ອຣະຣຶກ ເຖິງ ວັນທີ 23 ມິນາ ຊຶ່ງຖືວ່າ ເປັນວັນ ສໍາຄັນ ຂອງຊາດ ໃນສມັຍ ພຣະຣາຊ ອານາຈັກ ລາວ ບັນດາ ນາຍ ແລະ ພົນທະຫານ ນັກຮົບເກົ່າ ທີ່ຢູ່ ຕ່າງປະເທສ ຮວມທັງ ຊຸມຊົນ ຊາວລາວ ທີ່ ສະຫະຣັຖ ອະເມຣິກາ ພາກັນ ສລອງ ຢູ່ໃນຣັຖ ຕ່າງໆ ທຸກໆປີ.
ໃນນັ້ນ ອົງການ ສາມັກຄີ ນັກຣົບເກົ່າ ກໍາລັງທັບ ແຫ່ງ ພຣະຣາຊ ອານາຈັກ ລາວ ແລະ ກໍາລັງ ໜ່ວຍຣົບ ພິເສດ ໃນປາງ ສົງຄາມ ວຽດນາມ ອັນມີ ພັນເອກ ຂາວ ອິນສີຊຽງໃໝ່ ເປັນປະທານ ກໍຈັດຕັ້ງ ພິທີ ສລອງ ໃນ ແຕ່ລະປີ ຢູ່ຣັຖ Minnesota. ສໍາລັບ ໃນປີນີ້ ທ່ານວ່າ ພິທີ ສລອງ ຈະຈັດຂຶ້ນ ທີ່ຣັຖ Wisconsin.
ພັນເອກ ຂາວ ອິນສິຊຽງໃໝ່ ອະດີດ ຜູ້ບັງຄັບ ກອງພັນ 312, ກອງພັນ 713, ເຄີຍເປັນ ຜູ້ບັນຊາການ ກົມ ແອສຈີຢູ ທີ 33 ແລະ ອະດີດ ສະມາຊິກ ໜ່ວຍ ຣົບພິເສດ ແລະ ຜູ້ຊ່ວຍ ຊີໄອເອ ປະຈໍາ ກອງທັບ ພາກ 3 ຂອງລາວ.
ເມື່ອມໍ່ໆ ມານີ້ ພັນເອກ ຂາວ ອິນສີຊຽງໃໝ່ ປະທານ ອົງການ ສາມັກຄີ ນັກຣົບເກົ່າ ກໍາລັງທັບ ແຫ່ງ ພຣະຣາຊ ອານາຈັກ ລາວ ໄດ້ນໍາ ຄະນະ ຜູ້ຕາງ ໜ້າ ເຂົ້າພົບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖສະພາ ສະຫະຣັຖ ອະເມຣິກາ ທີ່ ຮັບຜິດຊອບ ວຽກງານ ນັກຣົບເກົ່າ ຢູ່ ນະຄອນ ຫລວງ ວໍຊິງຕັນ ເພື່ອ ຮຽກຮ້ອງ ໃຫ້ໄດ້ມາ ຊຶ່ງສິດ ແລະ ຜົລ ປະໂຫຍດ ທີ່ ນັກຣົບ ເກົ່າ ລາວ ທີ່ໄດ້ ເສັຍສຣະ ສູ້ຮົບ ຮ່ວມກັບ ທະຫານ ອະເມຣິກັນ ໃນປາງ ສົງຄາມ ວຽດນາມ ເພື່ອຕ້ານ ການ ຂຍາຍຕົວ ຂອງ ຣັດທິ ຄອມມິວນິສ.