ສຳພາດ ທ.ສີວິໄລ ທຳມະວົງສາ
ຈຳປາທອງ
2018.05.29
2018.05.29
“Memorial Day” ວັນແຫ່ງຄວາມຊົງຈໍາ ມີຊື່ເດີມວ່າ Decoration Day ວັນອິສຣິຍາພອນ ເປັນວັນນັກຣົບເກົ່າຂອງຊາວອາເມຣິກັນ ທັງມວນ ທີ່ຖືກສະຖາປະນາຂຶ້ນ ພາຍຫລັງສົງຄາມກາງເມືອງ ໃນສະຫະຣັຖອາເມຣິກາ ສີ້ນສຸດລົງ ເມື່ອທ້າຍ ສັດຕະວັດ ທີ 19 ໃນ ສັດຕະວັດ ທີ 20 ຊາວອາເມຣິກັນ ພາກັນ ສເລີມສລອງ ວັນດັ່ງກ່າວ ຢ່າງກວ້າງຂວາງ ເພື່ອຣະລືກເຖິງ ຄຸນງາມຄວາມດີ ຂອງເລົ່າ ທະຫານ ອາເມຣິກັນ ທີ່ບາດເຈັບ ແລະ ສະຣະຊີບ ໃນຣະຫວ່າງ ການສູ້ຣົບ ຢູ່ທຸກຫົນແຫ່ງ ເພື່ອຊາດ, ເພື່ອເສຣີພາບ ແລະ ສັນຕິພາບໃນໂລກ.
ໃນການປະກອບສ່ວນເຂົ້າໃນເຄື່ອນໄຫວ ກິຈກັມ ທີ່ສະແດງອອກເຖິງເພື່ອຄວາມ ຮູ້ບຸນຄຸນດັ່ງກ່າວ ທ່ານ ສີວິໄລ ທໍາມະວົງສາ ຊາວລາວ ຢູ່ເມືອງ Rockingham ຣັຖ ນ໊ອດແຄໂຣໄລນາ ສະຫະຣັຖ ອາເມຣິກາ ຊຶ່ງເປັນ ສະມາຊິກ ສະມາຄົມ ຣົດຈັກ ມາແຕ່ປີ 2000 ໄດ້ກ່າວ ຕໍ່ວິທຍຸເອເຊັຍເສຣີ ໃນຣະຫວ່າງກະກຽມການສເລີມ ສລອງວັນ `Memorial Day`