ຄວາມຮູ້ເລີ້ມຈາກພາສາ
ຈໍາປາທອງ
2015.10.25
2015.10.25
ຊາວ ອົພຍົບ ລາວ ທີ່ ສະຫະຣັຖ ອະເມຣິກາ ຈຳນວນ ບໍ່ໜ້ອຍ ລ້ຽງດູ, ສົ່ງເສີມ ລູກຫຼານ ຂອງຕົນ ໃຫ້ ເປັນຄົນດີ, ຮ່ຳຮຽນ ສູງ, ຮູ້ຫຼາຍ ພາສາ ເພາະການ ຮູ້ພາສາ ຕ່າງ ປະເທສ ຫລາຍ ພາສາ ເປັນການດີ ຕໍ່ຕົນເອງ ແລະ ຕໍ່ຄົນ ອ້ອມຂ້າງ, ດີຕໍ່ ການສຶກສາ ຄົ້ນຄວ້າ ຕ່າງໆ ເຊັ່ນດ້ານ ການເມືອງ, ເສຖກິດ, ວັທນະທັມ, ວິທຍາສາດ ແລະ ເທັກໂນໂລຈີ ທີ່ ກຳລັງ ຂຍາຍຕົວ ຢ່າງ ໄວວາ ຢູ່ໃນ ປັດຈຸບັນ ນີ້.
ເວົ້າເຖິງເຣຶ່ອງ ການ ສຶກສາ ຮຽນຮູ້ ຫລາຍ ພາສາ ຕ່າງ ປະເທດ ຊາວ ອົພຍົບ ລາວ ທີ່ຈຳຕ້ອງ ໄດ້ເອົາ ຕົວຫລົບໜີ ອອກຈາກ ຣະບອບ ການປົກຄອງ ແບບ ຜະເດັດການ ພັກດຽວ ຢູ່ ສປປລາວ ມາເປັນ ເວລາ ຫລາຍສິບ ປີ ແລ້ວນັ້ນ ກໍ ພຍາຍາມ ສົ່ງເສີມ ເພາະ ເປັນເຣຶ່ອງ ດີ.