ທະຫານມາຣີນ ລາວ-ອາເມຣິກັນ
2013.07.03
ເນື່ອງ ໃນວັນຊາຕ ສະຫະຣັຖ ອະເມຣິກາ ວັນທີ່ 4 ກໍຣະກະດາ ນີ້ ຊາຍຊາຕ ທະຫານ ມາຣີນ ”ລາວ-ອາເມຣິກັນ” ຄົນນື່ງ ຈາກ ຣັຖ ”ອາຣີໂຊນາ” ຜູ້ທີ່ເຄີຍ ຜ່ານ ສົງຄາມ “ອີຣັກ” ມາຫລາຍບັ້ນ ແລະ ໄປ ປະຈໍາການ ຢູ່ ໃນ 10 ກວ່າ ປະເທດ ມາແລ້ວ ເວົ້າກັບ ເອເຊັຽເສຣີ ວ່າ “ລາວ ມີ ຄວາມພູມໃຈ ຫລາຍ ທີ່ເກີດຢູ່ ໃນ ສະຫະຣັຖ ອະເມຣິກາ ເປັນຄົນ ອະເມຣິກັນ ແລະ ໄດ້ເຂົ້າຮັບໃຊ້ ປະເທດຊາດ ສົມກັບ ຄວາມຕັ້ງໃຈ ໄວ້ ເພື່ອຕອບແທນ ບຸນຄຸນ ປິຕຸພູມ ບ່ອນທີ່ໃຫ້ ກໍາເໜີດ".