ມູນນິທິໄທຫາທາງຊ່ອຍ ທ້າວແຫຼ້
2016.11.01
ປັດຈຸບັນ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາດ ຂອງໄທ LPN ກຽມ ນໍາເຣຶ່ອງ ຄົນງານລາວ ຈາກ ແຂວງ ສະຫວັນນະເຂດ ທີ່ຕົກເປັນ ເຫຍື່ອ ການຄ້າມະນຸດ ຂອງເຈົ້າຂອງ ເຮືອປະມົງ ໄທ ຊຶ່ງພາໄປ ຫາປາຢູ່ ນ່ານນໍ້າ ປະເທສ ອິນໂດເນເຊັຽ ແລ້ວກັບຄືນ ປະເທສ ບໍ່ໄດ້ ຍ້ອນນາຍຈ້າງ ຍຶດໜັງສື ເດີນທາງໄວ້.
ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂ້າມຊາດ ຂອງໄທ ຈະໄປປຶກສາ ຫາລືກັບ ສະຖານທູດລາວ ປະຈໍາ ປະເທສໄທ ເພື່ອ ຫາວິທີ ຊ່ອຍເຫຼືອ. ຕາມຄໍາເວົ້າຂອງ ທ່ານ ສະໝັກ ທັບທານີ ຫົວໜ້າ ຜແນກ ຄຸ້ມຄອງ ແຮງງານ ຂອງ ມຸນນິທິ LPN ຕໍ່ວິທຍຸ ເອເຊັຽ ເສຣີ ເມື່ອ ວັນທີ 29 ຕຸລາ:
"ທ່ານກ່າວວ່າ ເນຶ່ອງຈາກ ສະຖານທູດລາວ ປະຈໍາ ປະເທສໄທ ແລະ ປະຈໍາ ອິນໂດເນເຊັຽ ຍັງບໍ່ທັນ ຮູ້ວ່າ ມີຄົນງານລາວ ປະສົບ ບັນຫາຢູ່ ອິນໂດເນເຊັຽ ດັ່ງນັ້ນ ເຮົາຕ້ອງໄດ້ ນໍາຮູບພາບ ຫລືວ່າ ຂໍ້ມູນ ໄປຢືນຢັນ ກັບຄົນ ໃນບ້ານ ຜູ້ກ່ຽວ ຫລືວ່າ ພໍ່ແມ່ ຂອງຜູ້ກ່ຽວ ຈາກນັ້ນ ກໍຈະໄດ້ ຂໍ ອະນຸຍາດ ຈາກ ທາງການລາວ ກ່ອນ ຈະໄປຢ້ຽມ ຫລື ໄປຕິດຕາມ ຊ່ວຍເຫຼືອ, ຈະຕ້ອງໄດ້ ພົວພັນ ກັບ ສະຖານທູດລາວ ຢູ່ທັງສອງ ປະເທສ ທີ່ວ່ານັ້ນ".
ຜູ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ທີ່ວ່ານີ້ ຊື່ວ່າ ທ້າວແຫລ້ ຊຶ່ງ ປັດຈຸບັນ ຍັງຢູ່ເກາະຕວນ ປະເທສ ອິນໂດເນເຊັຽ, ມີການເປັນຢູ່ ລໍາບາກ, ບໍ່ ສາມາດ ກັບຄືນລາວໄດ້ ຈົນກວ່າວ່າ ຈະມີການ ຢືນຢັນວ່າ ເປັນຄົນລາວ ຄັກແນ່ ກ່ອນ.
ເຈົ້າໜ້າທີ່ ມຸນນິທິ LPN ຂໍຝາກຄວາມ ຜ່ານ ວິທຍຸ ເອເຊັຽເສຣີ ໄປຫາ ຄອບຄົວຂອງ ທ້າວແຫລ້. ດັ່ງທີ່່ ທ່ານກ່າວວ່າ ພໍ່ ຂອງທ້າວແຫຼ້ ຊື່ວ່າ ໂຍ, ແມ່ຊື່ ກອງ, ປ້າຊື່ ມຸນ ແລະ ລູງຊື່ ບົວທອງ, ຍ່າຊື່ ຊົມມາ ແລະ ປູ່ຊື່ ປານ. ແຕ່ກ່ອນທ້າວ ແຫລ້ ຮຽນ ຢູໂຮງຮຽນ ບ້ານນາຝ່າຍ ທີ່ຢູ່ໃກ້ກັບ ວັດ ນາຝ່າຍ.
ທ່ານ ສະໝັກ ບອກໃຫ້ຮູ້ ອີກວ່າ ກໍຣະນີ ການຊ່ອຍເຫລືອ ທ້າວແຫລ້ ກັບບ້ານນີ້ອາຈ ຫຍຸ້ງຍາກ ເນື່ອງຈາກວ່າ ເຂົາຖືກ ຕົວະຕົ້ມ ໄປຢູ່ເກາະ ຕວນ ນັ້ນມາໄດ້ 10 ປາຍປີ ແລ້ວ ແລະ ທັງບໍ່ມີ ບັດ ປະຈໍາຕົວ ວ່າເປັນຄົນ ປະເທສໃດ ຍ້ອນ ນາຍຈ້າງ ຄົນໄທ ຍຶດເອົາ ເອກກະສານ ຂອງລາວ ໄປໝົດ. ເມື່ອຫຼາຍປີກ່ອນ ແລະ ນາຍຈ້າງ ຄົນນັ້ນ ກໍເລີກ ກິຈການ ເຮືອປະມົງ ໄປດົນແລ້ວ ແລະ ຜູ້ກ່ຽວ ກໍຈື່ບໍ່ໄດ້ ຫຼາຍກ່ຽວກັບ ເຣຶ່ອງຄອບຄົວ ຢູ່ລາວ ເນຶ່ອງຈາກວ່າ ໄດ້ໜີ ຈາກບ້ານ ຕັ້ງແຕ່ຍັງນ້ອຍ.
ປັດຈຸບັນ ຢູ່ຫຼາຍເກາະ ຂອງ ປະເທສ ອິນໂດເນເຊັຽ ມີຄົນງານ ພະມ້າ, ໄທ, ກໍາພູຊາ ແລະລາວ ຫຼາຍຄົນ ທີ່ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ຊຶ່ງ ບໍ່ສາມາດ ທີ່ຈະກັບ ຄືນປະເທສ ຂອງຕົນ ໄດ້.