ຄົນງານລາວທີ່ເຄາະຮ້າຍຢາກ ມາບ້ານ
2015.05.20
ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ, ໄດ້ ສົ່ງ ເຈົ້າໜ້າທີ່ ຂອງຕົນ ໄປ ປະເທດ ອິນໂດເນເຊັຽ ແລ້ວ, ເພື່ອ ຊ່ວຍເຫລືອ ຄົນງານ ລາວ ທີ່ ເປັນ ລູກ ເຮືອ ຫາປາ ຂອງ ໄທ 4 ຄົນ, ທີ່ ຍັງຢູ່ ສູນ ອົພຍົບ ຄົນງານ ໃນ ອິນໂດເນເຊັຽ ໃຫ້ ໄດ້ກັບ ຄືນ ປະເທດ, ພາຍຫລັງ ທີ່ ສະຖານທູດ ລາວ ປະຈຳ ປະເທດ ໄທ ແລະ ອິນໂດເນເຊັຽ ຢືນຢັນ ວ່າຜູ້ ເຄາະຮ້າຍ ຈາກກຸ່ມ ຄ້າມະນຸດ ຈຳນວນ ດັ່ງກ່າວ ເປັນຄົນ ລາວ ແທ້. ຕາມ ຄໍາເວົ້າ ຂອງ ທ່ານ ສົມພົງ ສະແກ້ວ ຜູ້ ຈັດການ ມູນນິທິ, ໃນ ວັນທີ 20 ພຶສພາ 2015:
"ທ່ານ ກ່າວວ່າ: ເມື່ອ 3 - 4 ວັນ ທີ່ແລ້ວ, ທາງ ທິມງານ ຂອງ ທ່ານ ໄດ້ໄປ ອິນໂດເນເຊັຽ, ໄປປຶກສາ ກັບ ທາງ ສະຖານທູດ ລາວ ຢູ່ ທີ່ນັ້ນ, ຄວາມ ຄືບໜ້າ ກະສິ ບໍ່ຄືບໜ້າ ຫລາຍ ປານໃດ, ຄົນລາວ 4 ຄົນ ກໍສີມີ ລວມທັງ ທ້າວ ຫລັ່ງ ແລະ ທ້າວ ສົມພອນ ນຳ ດ້ວຍ".
ທ່ານ ວ່າ ຄົນງານ ລາວ 4 ຄົນ ທີ່ວ່ານັ້ນ, ຍັງ ບໍ່ ແນ່ໃຈ ວ່າ ພວກ ເຂົາເຈົ້າ ຈະໄດ້ ເດີນທາງ ກັບ ບ້ານ ໃນ ໄວໆນີ້ ຫລືບໍ່, ເພາະ ປັດຈຸບັນ ຍັງບໍ່ມີ ພາກສ່ວນ ໃດ ຊື້ ປີ້ ຍົນ ເພື່ອມາ ປະເທດ ໄທ ໃຫ້, ຍັງ ປຶກສາ ກັບ ທາງ ສະຖານທູດ ລາວ ຢູ່ ຫາກ ບໍ່ມີ ງົບປະມານ ກໍຈະເປີດ ການຮັບ ບໍຣິຈາກ ເອງ.
ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ຄາດວ່າ, ຍັງມີ ຄົນງານ ລາວ ທີ່ ເປັນ ລູກເຮືອ ປະມົງ ຂອງໄທ ອີກ ຫລາຍຮ້ອຍ ຄົນ, ທີ່ ລໍຖ້າ ການ ຊ່ວຍເຫລືອ ຢູ່ ອິນໂດເນເຊັຍ ຮວມທັງ ຢູ່ ເກາະ ອຳບົນ ແລະ ເກາະ ເບຈິນາ ແລະ ຈຳນວນ ນຶ່ງ ອາຈເສັຽ ຊີວິດ ໄປແລ້ວ.