ໄທ ຈະຊ່ອຍຄົນງານຕົກຄ້າງ ຢູ່ເກາະ ອິນໂດເນເຊັຽ

ໄມຊູລີ
2018.03.08
F-worker ທ້າວ ແຫລ້ ປັຈຈຸບັນ ຕົກຄ້າງຢູ່ເກາະ ຕວນ ເປັນຄົນລາວຈາກ ຂ.ສວັນນະເຂດ ອາຍຸ 29 ປີ ຂ້າມມາໄທ ຕັ້ງແຕ່ອາຍຸ 14 ປີ ແລ້ວຖືກຕົວະ ໄປລົງເຮືອ ປະມົງໄທ.
RFA/LPN

ປັຈຈຸບັນທາງການໄທ ກໍາລັງເລັ່ງດໍາເນີນ ການຊ່ອຍເຫລືອ ຄົນງານປະມົງ ໄທ, ລາວ, ພະມ້າ ແລະກໍາພູຊາ ທີ່ຖືກຕົວະຍົວະ ໄປເຮັດວຽກ ໃນເຮືອປະມົງໄທ ແລະຍັງຕົກຄ້າງ ຢູ່ຕາມເກາະຕ່າງໆ ໃນປະເທດ ອິນໂດເນເຊັຽ.

ການຊ່ອຍເຫລືອນີ້ມີຂຶ້ນ ພາຍຫລັງ ມຸລນິທິເຄືອຂ່າຍ ສົ່ງເສິມຄຸນນະພາບຊີວິດ ແຮງງານໄທ ຫຼື LPN ໄດ້ສເນີເຣື້ອງ ດັ່ງກ່າວ ຕໍ່ນາຍົກ ຣັຖມົນຕຣີໄທ ທ່ານ ພົນເອກ ປຣະຍຸດ ຈັນໂອຊາ ເມື່ອວັນທີ 5 ເດືອນມີນາ, ດັ່ງທ່ານ ໄຊຣັດ ຣາຊປັກສີ ເຈົ້າໜ້າທີ່ມຸລນິທິ LPN ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 7 ມິນາ ນີ້ວ່າ:

“ລູກເຮືອປະມົງຄົນລາວ ທີ່ຖືກຕົວະ ເຂົ້າມາເຮັດວຽກ ເປັນລູກຈ້າງ ໃນປະເທດໄທ ແລ້ວກໍຖືກປ່ອຍຖິ້ມໄວ້ ທີ່ປະເທດ ອິນໂດເນເຊັຽ ໂດຍ ບໍ່ໄດ້ຮັບ ການຊ່ອຍເຫລືອ ກັບມາຍັງປະເທດໄທ ບໍ່ໄດ້ຮັບສິດທິ ຫຍັງເລີຍ ທ່ານນາຍົກ ຮັບປາກ ກັບທາງມຸລນິທິ LPN ວ່າສິສັ່ງໃຫ້ ເຈົ້າໜ້າທີ່ ຂອງຣັຖບານໄທເຮົາ ເຂົ້າໄປສໍາຣວດ.”

ທ່ານກ່າວຕໍ່ໄປວ່າ ມຸລນິທິ ໄດ້ສເນີເຣື້ອງຄົນງານ ເຮືອປະມົງໄທ ທີ່ຍັງຄ້າງຢູ່ເກາະຕ່າງໆ ໃນອິນໂດເນເຊັຽ ຊຶ່ງໃນນັ້ນ ມີຄົນລາວ 1 ຄົນ ຕໍ່ນາຍຍົກຣັຖມົນຕຣີໄທ ທີ່ມາຢ້ຽມຢາມ ມຸລນິທິນັ້ນ. ນາຍຍົກ ຣັຖມົນຕຣີ ໄດ້ສັ່ງໃຫ້ ຣັຖມົນຕຣີ ກະຊວງການຕ່າງ ປະເທດ, ກະຊວງ ແຮງງານ, ແລະ ກະຊວງພັທນາສັງຄົມ ແລະຄວາມໝັ້ນຄົງ ຂອງມະນຸດຂອງໄທ ທີ່ມາຮ່ວມປະຊຸມນັ້ນ ເລັ່ງໄປກວດກາວ່າ ມີຄົນໄທ ພະມ້າ ລາວ ແລະກັມພູຊາ ທີ່ຍັງບໍ່ສາມາດ ຊ່ອຍກັບມາໄດ້ ຈັກກໍຣະນີ ສ່ວນໜື່ງ ກໍໃຫ້ເອົາຂໍ້ມູນ ຈາກມຸລນິທິ LNP ແລະໃຫ້້ເຮັດວຽກຮ່ວມກັນ.

ສໍາລັບການຊ່ອຍເຫລືອນັ້ນ ທ່ານ ໄຊຣັດ ບອກວ່າ ນາຍຍົກຣັຖມົນຕຣີ ໃຫ້ແຕ່ລະກະຊວງ ປະສານການຊ່ວຍເຫລືອ ຄົນງານຕ່າງດ້າວ ກັບມາໄທ ໃຫ້ແລ້ວຢ່າງຊ້າພາຍໃນ 2 ປີ ໂດຍທີ່ທາງຣັຖບານ ຈະຮັບຜິດຊອບ ເຣື້ອງການຊ່ວຍເຫລືອນັ້ນ ເພາະວ່າ ຄົນໄທ ແລະຜູ້ ປະກອບການໄທ ເປັນຜູ້ພາແຮງງານ ຕ່າງຊາດນັ້ນໄປ.

ສໍາລັບຈໍານວນຄົນລາວ ທີ່ຍັງຢູ່ເກາະ ໃນປະເທດອິນໂດເນເຊັຍນັ້ນ ທ່ານ ໄຊຣັດ ບອກວ່າ:

“ຄົນງານລາວ ທີ່ ໄດ້ຮັບຮ້ອງຮຽນມາ ຕອນນີ້ຫລັກໆເຫລືອຢູ່ ນຶ່ງຄົນ ທີ່ທາງມຸລນິທິ ຮັບເຣື້ອງ ແຕ່ວ່າຍັງມີຄົນລາວ ອີກຫລາຍໆຄົນ ທີ່ ຍັງບໍ່ໄດ້ປະສານ ເຣື້ອງມາທາງກຸ່ມສະຫະພາບ ໜ້າສິຍັງ ຍັງມີຄິດວ່າ ສິຫລາຍຄົນຢູ່ ເພາະວ່າ ຫລາຍສິບປີແລ້ວ ທີ່ປະເທດໄທ ເຮັດການ ປະມົງ ມາແລ້ວ ກໍ ເອົາຄົນງານ ຈາກປະເທດເພື່ອນບ້ານ ເຮົາ ປະເທດລາວ ເຮົາມາເປັນລູກຈ້າງ.”

ຄົນລາວທີ່ຮ້ອງຮຽນມາຫາມຸລນິທິ LPN ທີ່ຍັງຕິດຄ້າງ ຢູ່ອິນໂດເນເຊັຍ ນັ້ນຊື່ວ່າ ທ້າວແຫລ້ ປັຈຈຸບັນ ຕິດຄ້າງຢູ່ເກາະ ຕວນ ເປັນຄົນລາວ ຈາກສວັນນະເຂດ ອາຍຸ 29 ປີ ຂ້າມມາໄທ ຕັ້ງແຕ່ອາຍຸ 14 ປີ ແລ້ວຖືກຕົວະ ໄປລົງເຮືອ ປະມົງໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.