ເຣື້ອງທີ່ເກັບບັນທຶກໄວ້
2024-05-31
ຄວາມຄືບໜ້າ ກ່ຽວກັບກໍລະນີນາຍໜ້າລາວ 3 ຄົນ ທີ່ເປັນຄົນບ້ານດຽວກັນ ຕົວະຍົວະຜູ້ເປັນພໍ່ແມ່ ໃຫ້ລູກສາວ ໄປເປັນເມຍຄົນຈີນ ແບບບໍ່ຖືກກົດໝາຍວ່າ ປັດຈຸບັນ ກໍາລັງກຽມສົ່ງບົດສະຫລຸບ ສໍານວນຄະດີ ໃຫ້ໄອຍະການແຂວງ ເພື່ອຟ້ອງຂຶ້ນສານ ຕັດສິນຄະດີ.
2024-05-24
ເດືອນມັງກອນ ປີ 2023 ເຖິງເດືອນ ພຶດສະພາ ປີ 2024 ທາງການແຂວງບໍ່ແກ້ວ ຊ່ອຍເຫຼືອຄົນລາວ ແລະຄົນຫວຽດນາມ ທັງໝົດ 22 ຄົນ ພາຍຫຼັງພວກເຂົາເຈົ້າ ເປັນກຸ່ມສ່ຽງ ແລະຜູ້ຖືກເຄາຮ້າຍ ຈາກການຄ້າມະນຸດ ແອບແຝງເຮັດວຽກຕອບແຊັດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ.
2024-05-24
ປັດຈຸບັນ ໄວໜຸ່ມຍິງສາວລາວ 14 ຄົນ ທີ່ຖືກຄ້າມະນຸດ ໄປເຮັດວຽກຕອບແຊັດ ຢູ່ກາສິໂນ ໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັ້ງແຕ່ເດືອນສິງຫາ ປີ 2022 ແລະມາຮອດວັນທີ 15 ພຶດສະພາ ປີ 2024 ທັງ 14 ຄົນນັ້ນ ໄດ້ກັບມາປະເທດລາວແລ້ວ.
2024-05-23
ສປປ ລາວ ຍັງຕອບໂຕ້ ແລະແກ້ໄຂບັນຫາຊັກຊ້າ ກ່ຽວກັບເຫດການຕົວະຍົວະ, ຫຼອກລວງ ແລະການຄ້າມະນຸດ ເພື່ອບັງຄັບໃຫ້ກໍ່ເຫດອາດຊະຍາກໍາ ທ່າມກາງບັນຫາດັ່ງກ່າວ ທີ່ນັບມື້ເພີ່ມຂຶ້ນເລື້ອຍໆໃນລາວ ປັດໄຈສໍາຄັນ ທີ່ເຮັດໃຫ້ຊັກຊ້າ ແມ່ນຍ້ອນ ລັດຖະບານລາວ ຍັງຂາດເຂີນງົບປະມານ.
2024-05-20
ທາງການລາວ ແຈກຢາຍເຄື່ອງໂຄສະນາ ຕ້ານການຄ້າມະນຸດ ໃນຮູບແບບຕ່າງໆ ໃຫ້ 24 ບ້ານ ຢູ່ນະຄອນຫລວງວຽງຈັນ ທີ່ມີຄວາມສ່ຽງ.
2024-05-17
ຄົນລາວ 14 ຄົນ ຈາກແຂວງຫຼວງນໍ້າທາ ແລະແຂວງບໍ່ແກ້ວ ທີ່ຕົກເປັນເຫຍື່ອການຄ້າມະນຸດ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໂຮງກາສິໂນໂກຊາຍ ຂອງຈີນ ທີ່ເມືອງເມຍວະດີ ປະເທດມຽນມາ ຕັັ້ງແຕ່ເດືອນສິງຫາ ປີ 2022 ນັ້ນ ມາຮອດມື້ວັນທີ 15 ເດືອນພຶດສະພາ ປີ 2024 ນີ້ ຖືກປ່ອຍໂຕອອກຈາກ ກາສິໂນດັ່ງກ່າວນັ້ນແລ້ວ.
2024-05-09
ນາງແອມມະລີ້ ອາຍຸ 17 ປີ ຢູ່ບ້ານນານົກຂຸ້ມ ເມືອງທຸລະຄົມ ແຂວງວຽງຈັນ ໄດ້ກັບມາຫາຄອບຄົວ ດ້ວຍຄວາມປອດໄພແລ້ວ ທຸກປະການ, ພາຍຫຼັງທີ່ ໄດ້ອອກຈາກບ້ານ ໄປເຮັດວຽກ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ແລະ ຂາດການຕິດຕໍ່ກັບຄອບຄົວ ໄດ້ເດືອນປາຍ ແລ້ວນັ້ນ.
2024-05-09
ຊາວຫວຽດນາມ 5 ຄົນ ທີ່ຖືກຕົວະເຂົ້າມາເຮັດວຽກຢູ່ ເຂດສາມຫລ່ຽມຄຳ ໄດ້ຮັບການຊ່ວຍເຫລືອ ແລະ ຖືກສົ່ງກັບປະເທດຫວຽດນາມ ເຊິ່ງເຈົ້າໜ້າທີ່ລາວເຊື່ອວ່າ ແມ່ນກຸ່ມທີ່ເຮັດວຽກຜິດກົດໝາຍ ຢູ່ເຂດສາມຫລ່ຽມຄຳ.