ເຣື້ອງທີ່ເກັບບັນທຶກໄວ້
2023-05-25
ເດັກນ້ອຍລາວ ບໍ່ຕໍ່າກວ່າ 30 ຄົນ ທີ່ຖືກຕົວະຍົວະ ໄປເຮັດວຽກ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້າ ຍັງຄອງຖ້າ ການຊ່ອຍເຫຼືອ ຈາກທາງການລາວ ຂະນະທີ່ພໍ່ແມ່ ຂອງເດັກນ້ອຍເຫຼົ່ານັ້ນ ຫວັງໃຫ້ພາກສ່ວນທີ່ກ່ຽວຂ້ອງ ຂອງລາວ ແລະພະມ້າ ຊ່ວຍລູກຫຼານຂອງຕົນ.
2023-05-09
ທາງການລາວ ເປີດສູນຊ່ວຍເຫຼືອແມ່ຍິງ ແລະ ເດັກນ້ອຍ ຫຼາຍແຫ່ງ ເນື່ອງຈາກໃນຫຼາຍແຂວງ ຍັງມີຜູ້ຕົກເປັນເຫຍື່ອ ຂອງຂະບວນການ ຄ້າມະນຸສ ແລະ ຜູ້ເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງ ແລະ ຫຼ້າສຸດນີ້, ມີການເປີດ ສູນອີກແຫ່ງນຶ່ງ ໃນແຂວງຫຼວງນ້ຳທາ.
2023-05-05
ພໍ່ແມ່ ຂອງເດັກນ້ອຍ ຢູ່ແຂວງຫຼວງນໍ້າທາ ຮຽກຮ້ອງ ໃຫ້ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຊ່ອຍເຫຼືອເດັກນ້ອຍ ລູກຫຼານ ທີ່ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ຣັຖກະຢີນ ປະເທດພະມ້າ ໂດຍໄວ. ສຸພັດຕາ
2023-05-04
ຂ່າວຄວາມຄືບໜ້າ ກ່ຽວກັບເດັກນ້ອຍລາວ ທີ່ຍັງຕິດຄ້າງ ຢູ່ໃນໂຮງກາສິໂນ ຂອງຈີນ ໃນປະເທດພະມ້າ ໃນວັນທີ 4 ເດືອນພຶສພາ ປີ 2023.