ສຸດເສົ້າ ເດັກນ້ອຍລາວ ຢູ່ກາສິໂນຈີນ ໃນພະມ້າ ຍັງບໍ່ໄດ້ກັບຕ່າວບ້ານ

ສຸພັດຕາ
2023.05.05
ສຸດເສົ້າ ເດັກນ້ອຍລາວ ຢູ່ກາສິໂນຈີນ ໃນພະມ້າ ຍັງບໍ່ໄດ້ກັບຕ່າວບ້ານ ເດັກນ້ອຍທີ່ຕົກເປັນເຫຍື່ອຄ້າມະນຸສ ຈາກສາມຫຼ່ຽມຄຳ ໄປພະມ້າ ຖືກມັນຕິດເສົາ ແລ້ວໃຊ້ອຸປະກອນໄຟຟ້າຊັອດ (ຮູບຊ້າຍມື) ແລະ ຮ່ອງຮອຍຖືກທໍຣະມານ ດ້ວຍເຄື່ອງໄຟຟ້າ ເຮັດໃຫ້ເປັນບາດແຜ ຕາມຮ່າງກາຍ, ນີ້ຄືຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ຂ້າມຊາດ ທີ່ກາສິໂນ ໃນເມືອງເມັຍວະດີ ຣັຖກະຢິ່ນ ປະເທດພະມ້າ.
ນັກຂ່າວ ພົລເມືອງ

ມາຮອດປັດຈຸບັນ ກໍເປັນເວລາຫຼາຍເດືອນແລ້ວ ທີ່ພວກເດັກນ້ອຍ ຈາກແຂວງນໍ້າທາ ຈໍານວນ 28 ຄົນ ໄດ້ຖືກຄົນຊັກຊວນໄປວ່າ ມີວຽກເຮັດແບບສະບາຍ ໄດ້ເງິນເດືອນສູງ ແຕ່ສຸດທ້າຍແລ້ວ ກັບຖືກຂາຍຕໍ່ ແລະ ຖືກບັງຄັບໃຫ້ເຮັດວຽກຫຼອກລວງເອົາເງິນຄົນອື່ນ ໂດຍ ຜ່ານທາງອິນເຕີເນັດ ຖ້າເຮັດວຽກຫາເງິນໃຫ້ເຂົາບໍ່ໄດ້ ຕາມຈໍານວນທີ່ເຂົາຕັ້ງໄວ້ ກໍຖືກລົງໂທດ, ດ້ວຍ​ການທຸບຕີ, ທໍຣະມານ, ຖືກເອົາໃຊ້ໄຟຟ້າຊ໊ອດ ຕ່າງໆນາໆ ເຊິ່ງໃນບັນດາພວກເດັກນ້ອຍ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນເມືອງເມັຽວະດີ ປະເທດພະມ້ານັ້ນ ທາງຄອບຄົວ ກໍຍັງລໍຖ້າຟັງຄວາມຄືບໜ້າ ໃນເຣື່ອງການຊ່ອຍເຫຼືອ ຈາກທາງການລາວ ແລະ ທາງການທີ່ກ່ຽວຂ້ອງຢູ່, ດັ່ງແມ່ຂອງເດັກນ້ອຍຊາຍ ຄົນທີ 1 ທີ່ຖືກເຄາະຮ້າຍ ໄດ້ເວົ້າໃຫ້ວິທຍຸເອເຊັຽເສຣີຟັງ ໃນວັນທີ 2 ພຶສພາ 2023 ວ່າ:

“ພໍ່ແມ່ເດັກນ້ອຍແຕ່ລະຄົນ ກະຝາກຄວາມຫວັງ ນໍາທາງລ້າທາງການເພິ່ນ ເປັນໄປໄດ້ ກໍຢາກເພິ່ນນີ້ ຊ່ອຍເຫຼືອອອກມາໄວໆເນາະ ເດັກນ້ອຍຂະເຈົ້າກໍ ໄປຢູ່ພຸ້ນກະບໍ່ມີຂ່າວມີຄາວຫຍັງເລີຍຫັ້ນນ່າ ແບບຄື ແບບມິດແບບງຽບໄປຫັ້ນນ່າ ເປັນຈັ່ງໃດກໍ ໃຫ້ຄວາມຄືບໜ້າໃຫ້ແດ່ຫັ້ນນ່າ ພໍ່ແມ່ທາງນີ້ກໍມີແຕ່ລໍໆຢູ່ ລໍມື້ນຶ່ງ ວ່າມື້ນຶ່ງຢູ່ຫັ້ນນ່າ ແບບຕັ້ງຄວາມຫວັງ ລະມັນບໍ່ມີຫຍັງເກີດຂຶ້ນເລີຍຫັ້ນນ່າ ລໍມາກະ ໄດ້ປະມານ 6-7 ເດືອນນີ້ລະໃດ໋ ຊິເຂົ້າປີລະໃດ໋ ເພາະວ່າຮອດເດືອນ 9 ຊິມານີ້ ກໍໄດ້ປີ ລະເດ້.”

ແມ່ຂອງເດັກນ້ອຍຊາຍຄົນນີ້ ຍັງກ່າວຕື່ມອີກວ່າ:

“ຄັນເພິ່ນຊ່ວຍກໍໜ້າຈະດ່ວນ ຂະເຈົ້າຍັງວ່າເດ້ ປະມານ 6 ເດືອນ ຫຼືປີນຶ່ງ ຊິໃຫ້ຄໍາຕອບ ສຸດທ້າຍມາກະ ຄືວ່າຫັ້ນລະ ມີແຕ່ໄດ້ແຕ່ລໍໆ ລະກະວ່າ ເອີ່ຕາມຂັ້ນຕອນ ຕາມຂັ້ນຕອນ ຂັ້ນຕອນຫັ້ນລະກະແມ່ນ ຄືບໍ່ມີຫຍັງເລີຍຫັ້ນນ່າ ແບບບໍ່ມີການຄືບໜ້າຫຍັງເລີຍຫັ້ນນ່າ.”

ສ່ວນຜູ້ເປັນພໍ່ ຂອງເດັກນ້ອຍຊາຍຄົນທີ 2 ທີ່ຖືກເຄາະຮ້າຍເຊັ່ນກັນ ກໍຍັງມີຄໍາຖາມວ່າ ເປັນຫຍັງ ການຊ່ອຍເຫຼືອພວກເດັກນ້ອຍ ທີ່ກໍາລັງຕົກຢູ່ໃນອັນຕລາຍຂັ້ນຮ້າຍແຮງຂນາດນີ້ ຄືໃຊ້ເວລາດົນແທ້:

“ມັນຄາ ຄາຢູ່ໃສ ຄືວ່່າ ແກ່ຍືດຍາວມາແທ້ເນາະ ມັນເປັນແນວໃດຍັງມີອັນໃດ ທີ່ວ່າຍັງຄ້າງຫັ້ນນ່າເນາະ ອັນໃດຄ້າງຄາ ມັນຍັງຄ້າງຫຍັງຄ້າງຫຍັງ ຢາກຕ້ອງການຫຍັງກັບພໍ່ແມ່ຜູ້ປົກຄອງນີ້ເນາະ ຂໍ້ມູນຕ່າງໆບໍ ຫຼືວ່າແນວໃດໆ ເພາະວ່າອັນອື່ນທຸກຢ່າງ ພໍ່ຣາຍງານໄປເໝິດ ກັບບັນດາການຈັດຕັ້ງ ອົງການຈັດຕັ້ງຂອງຣັຖທີ່ກ່ຽວຂ້ອງ.”

ເຖິິງຢ່າງໃດກໍຕາມ ໃນຫົວອົກຂອງຜູ້ເປັນພໍ່ ກໍຢາກຮຽກຮ້ອງໃຫ້ທາງການລາວ ແລະ​ ທາງການທີ່ກ່ຽວຂ້ອງ ໃຫ້ການຊ່ອຍເຫຼືອເດັກນ້ອຍເຫຼົ່ານັ້ນ ທີ່ຍັງຕິດຄ້າງຢູ່ໂຮງກາສິໂນ ຂອງຈີນ ໃນພະມ້າ ໃຫ້ໄດ້ອອກມາໂດຍໄວ:

“ເພາະວ່າ ທາງພໍ່ທາງແມ່ເນາະ ຜູ້ປົກຄອງຂອງເດັກພີ້ ເພິ່ນກໍ ເປັນຫ່ວງເປັນໃຍຫຼາຍ ຈິດໃຈຢາກໃຫ້ທາງຂັ້ນເທິງເພິ່ນເນາະ ເອົາໃຈໃສ່ແກ້ໄຂໃຫ້ແດ່ ເພາະວ່າ ເວລາມັນຜ່ານໄປຕິກໆເນາະ ຄວາມທໍຣະມານຂອງເດັກມັນກໍຫຼາຍ ນັບມື້ນັບໜັກໜ່ວງໆໄປຕິກໆຫັ້ນນ່າ ຫຼັງຈາກນີ້ ກໍຢາກຮູ້ບ່ອນວ່າ ມັນມີອັນໃດແທ້ ຍັງຄ້າງຄາ ລະຫວ່າງຣັຖບານລາວ ກັບຣັຖບານພະມ້າ ຫຼືວ່າ ຣັຖບານ ທີ່ວ່າມັນກ່ຽວຂ້ອງຫັ້ນນ່າ ແກ້ໄຂ ມັນຍັງອັນໃດແທ້ ມັນຍັງບໍ່ທັນຕົກແຕກຫັ້ນນ່າ ມັນຍ້ອນຫຍັງ ຫັ້ນນ່າເນາະ.”

ໃນມື້ດຽວກັນນັ້ນ ແມ່ຂອງເດັກນ້ອຍຍິງສາວຄົນນຶ່ງ ທີ່ຍັງຕິດຄ້າງຢູ່ພະມ້າ ແລະ ຂາດການຕິດຕໍ່ກັນມາໄດ້ 5 ເດືອນແລ້ວ ກໍກ່າວຕໍ່ວິທຍຸເອເຊັຽເສຣີວ່າ:

“ອຸ້ຍ...ເປັນຫ່ວງເອົາແທ້ເອົາວ່າ ບໍ່ໄດ້ຍິນສຽງປາກລູກຫັ້ນຈັກຄໍາອໍ້ ຕັ້ງແຕ່ເດືອນ 1 ຈົນມາຮອດດຽວນີ້ ກະຄິດຮອດ ທໍາໃຈຢູ່ທຸກມື້ ບໍ່ຮູ້ຊິເຮັດຈັ່ງໃດ ກໍຢາກຂໍນໍາພັກນໍາຣັຖ ນໍາຂັ້ນເທິງຫັັ້ນແຫຼະ ຢາກຂໍໃຫ້ຊ່ວຍເຫຼືອແດ່ ແມ່ກໍ ເຫຼືອແຮງແຫຼະ ແມ່ກໍ ບໍ່ຮູ້ທາງຊິໄປ-ທາງຊິມາແລ້້ວດຽວນີ້ ມີແຕ່ຂໍນໍາພັກນໍາຣັຖ ນໍາເຈົ້ານໍານາຍຫັ້ນແຫຼະ.”

ນາງກ່າວຕື່ມວ່າ ການລໍຄອຍຟັງຄວາມຄືບໜ້າ ຈາກທາງການລາວ ເຣື່ອງການຊ່ອຍເຫຼືອລູກສາວນັ້ນ ກໍຖືວ່າ ດົນເຕີບແລ້ວ:

“ດົນລະໂອ້....ເກືອບຊິຮອດປີລະ ກໍຫາກໂທຫັ້ນແຫຼະ ກໍວ່າ ຈຸຂ້ອຍຢູ່ທາງພີ້ ຈຸຂ້ອຍເຮັດເປັນກຸ່ມນີ້ເນ່ ລະກໍຕາງໜ້າ ຫົວໜ້າກຸ່ມ ເປັນຜູ້ທວງເພິ່ນເນ່ ຂະເຈົ້າກະວ່່າ ໃຫ້ລໍຖ້າລໍຖ້າ ເພິ່ນກໍວ່າ ເວົ້າແຕ່ແນວນັ້ນຫັ້ນແຫຼະ ວ່າແຕ່ລໍຖ້າ.”

ແມ່ຂອງເດັກນ້ອຍຊາຍຄົນທີ 3 ທີ່ຖືກເຄາະຮ້າຍ ແລະຍັງຄ້າງ ຢູ່ກາສິໂນ ໃນພະມ້າ ກໍຂໍຝາກຄໍາຮ້ອງຮຽນນີ້ ເຖິງທາງການລາວ ແລະທາງການທີ່ກ່ຽວຂ້ອງ ໃຫ້ມີການຊ່ອຍເຫຼືອລູກ-ຫຼານຄົນລາວ ທີ່ຖືກເຄາະຮ້າຍໃນພະມ້າ ໃຫ້ໄດ້ອອກມາຈາກຂຸມນະຣົກນັ້ນ ໂດຍໄວ:

“ຢາກຂໍຮ້ອງໃຫ້ ທາງເຈົ້າໜ້າທີ່ ພາກສ່ວນທີ່ກ່ຽວຂ້ອງ ຂໍຮ້ອງ ໃຫ້ຊ່ອຍເຫຼຶືອລູກ-ຫຼານຄົນລາວ ອອກຈາກບ່ອນ ຄາຊິໂນພະມ້າ ໃຫ້ພໍ່ແມ່ປະຊາຊົນແດ່ ດຽວນີ້ ພໍ່ແມ່ກະຕິດຕໍ່ຫາລູກ ຫຼາຍເດືອນລະບໍ່ໄດ້ ໄດ້ລົມລູກແຕ່ເດືອນ 2 ພຸ້ນ ກາຍນັ້ນ ໂທຫາກະບໍ່ໄດ້ ຕິດຕໍ່ລູກກະບໍ່ຕິດຕໍ່ມາເລີຍ ບໍ່ຮູ້ຂ່າວຮູ້ຄາວຫຍັງເລີຍ ຈັກເປັນຕາຍແນວໃດບໍ່ຮູ້ ຂໍຄວາມຊ່ອຍເຫຼືອ ຊ່ອຍໃຫ້ ລູກ-ຫຼານຄົນລາວ ອອກມາຈາກນັ້ນ ໃຫ້ປອດພັຍ ໃຫ້ພົ້ນຈາກຂຸມນະຣົກຫັ້ນ.”

ສ່ວນຜູ້ເປັນແມ່ ຂອງເດັກນ້ອຍ​ຊາຍຄົນທີ 4 ທີ່ຍັງຕິດຄ້າງຢູ່ພະມ້າ ກໍກ່າວກ່ຽວກັບ ເຣື່ອງການຊ່ອຍເຫຼືອນີ້ວ່າ ຖ້າຫາກວ່າ ຍັງບໍ່ມີຫຍັງເກີດຂຶ້ນ ກໍຈະປຶກສາກັນຕື່ມ ວ່າຈະເຮັດແນວໃດຕໍ່ໄປ:

“ມີແຕ່ວ່າຊິລົມກັນ ຕໍ່ໄປວ່າ ຈິເຮັດແນວໃດ ວ່າ ເພິ່ນວ່າແລ້ວປີໃໝ່ ວ່າຊິມີກອງປະຊຸມອິຫຍັງ ກໍຄືວ່າບໍ່ມີອິຫຍັງເກີດຂຶ້ນຫັ້ນນ່າ ແລ້ວພໍ່ແມ່ ກະຊິໄດ້ລວມໂຕກັນອີກ ຊິເຮັດແບບໃດ ມີແຕ່ຊິໄປຂໍຮ້ອງ ຂໍທຸກ ຢູ່ວຽງຈັນພຸ້ນບໍ່ ຫຼືແນວໃດຫັ້ນນ່າ ຊິໄດ້ລວມໂຕກັນອີກ ນີ້ຫັ້ນນ່າ.”

ນອກຈາກນີ້ ທາງວິທຍຸເອເຊັຽເສຣີ ກໍໄດ້ມີໂອກາດ ໄດ້ເວົ້າລົມກັບເດັກນ້ອຍ ທີ່ຕິດຄ້າງຢູ່ພະມ້າບາງຄົນ ເຊິ່ງລາວ ເວົ້າໃຫ້ຟັງວ່າ:

ພວກຄົນຈີນ ເຮັດໃຫ້ພວກເຮົາ ແບບຄືໝູ ຄືໝາ ຫາເງິນໃຫ້ເຂົາບໍ່ໄດ້ ກໍທຸບກໍຕີ ເຮັດໃຫ້ບາງຄົນໃນນີ້ ຄິດສັ້ນ ຢາກຂ້າໂຕຕາຍກໍມີ ເດືອນນຶ່ງ ພວກນ້ອງຕ້ອງຫາເງິນໃຫ້ເຂົາ ໃຫ້ໄດ້ ເດືອນລະ 7-8 ລ້ານບາທ.”

ມາເຖິງປັດຈຸບັນ ເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ໃນກາສິໂນ ຂອງຈີນ ໃນພະມ້າ ບ່ອນທີ່ລາວເຮັດວຽກນັ້ນ ມີທັງໝົດ 34 ຄົນ ເພດຍິງ 12 ຄົນ ແລະ ເພດຊາຍ 22 ຄົນ ໃນນັ້ນແມ່ນໄປຈາກ ແຂວງຫຼວງນໍ້າທາ 28 ຄົນ, ຈາກ ແຂວງຫຼວງພຣະບາງ 3 ຄົນ ແລະ ຈາກ ແຂວງບໍ່ແກ້ວ 3 ຄົນ.

ເດັກນ້ອຍຄົນນີ້ ຍັງໄດ້ຝາກຄໍາເຕືອນ ຜ່ານທາງ ວິທຍຸເອເຊັຽເສຣີ ວ່າ:

ຂໍແຈ້ງຂ່າວນີ້ ໃຫ້ຄົນລາວ ທີ່ມາເຮັດວຽກຢູ່ໄທຍ ໃຫ້ລະວັງ ຈະມີຄົນມາຊອກຕົວະຫຼອກລວງ ພາຂ້າມມາເຂດພະມ້າ ເຂົາຈະບອກວ່າ ເຮັດວຽກໄດ້ເງິນຫຼາຍຕ່າງໆນາໆ ຈຶ່ງຂໍຝາກເຕືອນຄົນລາວ ວ່າຫ້າມເຊື່ອ ເພາະບໍ່ຢາກໃຫ້ເຂົາເຈົ້າ ຕົກຢູ່ໃນສະພາບແບບດຽວກັບພວກນ້ອງ ເພາະຄົນລາວ ມາເຮັດວຽກຢູ່ໄທຍຫຼາຍ ຢ້ານພາກັນຖືກຕົວະມາພະມ້້າອີກ. ດຽວນີ້ ເຂົາກໍແຮງຢາກໄດ້ຄົນເພີ່ມ ໃຫ້ລະວັງໄວ້.

ກ່ອນໜ້ານີ້ ໃນມື້ວັນທີ 23 ເມສາ 2023 ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກົມໃຫຍ່ຕໍາຣວດ ເພື່ອສອບຖາມເຣື່ອງຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ພະມ້າ ແຕ່ເຈົ້າໜ້າທີ່ທ່ານນຶ່ງ ໄດ້ຖາມເອເຊັຽເສຣີ ຄືນວ່າ:

“ຢາກຮູ້ແນວຄວາມຄິດ ຂອງເອເຊັຽເສຣີ ທັສນະທີ່ວ່າ ເປັນເພື່ອນມະນຸດດ້ວຍກັນ ລະກະທັສນະທີ່ຮູ້ພາສາລາວດ້ວຍກັນນີ້ຫັ້ນນ່າ ວ່າຊິມີແນວທາງຊ່ອຍເຫຼືອແບບໃດຫັ້ນນ່າ ຄວາມຄິດອັນນ່າເປັນຫຼັກໆ ທີ່ວ່າເອເຊັຽເສຣີ ມີແນວຄວາມຄິດ ມີ Idea ດີໆ ແບບນີ້ ຢາກໃຫ້ເຮັດ 1,2,3 ແບບນີ້ຫັ້ນນ່າ ເຂົ້າເຖິງໃນການຊ່ອຍເຫຼືອ ເພາະວ່າດຽວນີ້ ມັນອັນນ່າ ມັນຢູ່ເຂດອັນນ່າ ທີ່ວ່າເຂົ້າຍາກ ທຸຣະການດານ ແລະພາສາສື່ສານ ມັນກໍບໍ່ທົ່ວເຖິງຫັ້ນນ່າ ຄິດວ່າເອເຊັຽເສຣີນີ້ ມີ Network ທົ່ວໂລກນີ້ ອາຈປະສານໄປຍັງຕໍາຣວດສາກົລບໍ ຫຼືປະສານໄປຍັງພະມ້າບໍ ອິສັງນ່າ ມັນອາຈເປັນທາງອອກທີ່ດີເບາະ ຫຼືເປັນທາງເລືອກທີ່ ເໝາະສົມກ່ອນເບາະຫັ້ນນ່າ ຄັນວ່າມີແຕ່ ເອເຊັຽເສຣີ ຊິມາຖາມຄວາມຄືບໜ້າ ເພື່ອວ່າໄປຂຽນລະກະລົງຄລິບແບບນີ້ນິ່ ຄິດວ່າ ອາຈບໍ່ ບໍ່ຊ່ອຍເຫຼືອໄດ້ຖືກເປົ້າໝາຍ ຂ້ອຍຄິດວ່າ.”

ແລະ ໃນວັນທີ 2 ພຶສພາ 2023 ນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ສອບຖາມຄວາມຄືບໜ້າ ຂອງການຊ່ອຍເຫຼືອເດັກນ້ອຍລາວ ທີ່ຍັງຕິດຄ້າງຢູ່ພະມ້າ ນໍາຫ້ອງການທີ່ກ່ຽວຂ້ອງ ຊຶ່ງເຈົ້າໜ້າທີ່ທ່ານນຶ່ງ ທີ່ຮູ້ກ່ຽວກັບເຣື້ອງດັ່ງກ່າວ ໄດ້ບອກໃຫ້ຮູ້ວ່າ:

“ເຮົາກໍາລັງເລັ່ງກະຕຣຽມ ຈັດກອງປະຊຸມໂຕນີ້ ກັບພາກສ່ວນທີ່ກ່ຽວຂ້ອງຢູ່ເນາະ ຍັງບໍ່ກາຍປະມານເດືອນນີ້ເນາະ ສ່ວນວ່າ ຣາຍງານສະພາບ ທີ່ອາຈເປັນພາກຜແນກທີ່ກ່ຽວຂ້ອງເນາະ ສ່ວນເຮົາມີແຕ່ກະຕຣຽມໂຕນີ້ກໍາລັງເລັ່ງດ່ວນ ກະຕຣຽມໂຕນີ້ຢູ່ເນາະ ຈັດກອງປະຊຸມ ຮ່ວມກັບສະຖານທູດພະມ້າ ປະຈໍາລາວ ຢູ່ເນາະ ກໍາລັງດໍາເນີນການ ຢ່າງເປັນການເລັ່ງດ່ວນຢູ່ເນາະ ຄິດວ່າ ໜ້າຈະບໍ່ກາຍເດືອນນີ້ ຈະໄດ້ປຶກສາຫາລືກັບທາງເພິ່ນເນາະ ເພາະວ່າອັນນ່າ ປະທານເພິ່ນ ກະຍັງໄປເຄື່ອນໄຫວ ວຽກງານຢູ່ ລໍຖ້າເພິ່ນມາ ຫັ້ນນ່າເນາະ.”

ເຖິງຢ່າງໃດກໍຕາມ ບັນດາພວກພໍ່ແມ່ ຜູ້ປົກຄອງຂອງເດັກນ້ອຍ ຈາກແຂວງຫຼວງນໍ້າທາ ກໍຂໍຝາກຄໍາຮ້ອງຮຽນນີ້ ໄປ​ຫາທາງການລາວ​ ແລະທາງການຂອງປະເທດພະມ້າ ຂໍໃຫ້ມີການຊ່ອຍເຫຼືອເດັກນ້ອຍເຫຼົ່ານັ້ນໂດຍໄວ ເພາະພວກເຂົາຖືກທໍຣະມານ ນັບມື້ນັບໜັກໜ່ວງ ແລະ ຫວັງວ່າ ພວກເດັກນ້ອຍເຫຼົ່ານັ້ນ ຈະໄດ້ກັບມາຫາຄອບຄົວ ໃນເວລາອັນຄວນ ດ້ວຍຄວາມປອດພັຍທຸກປະການ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.