ຄວາມຄືບໜ້າ ເຫຍື່ອຄ້າມະນຸດ ທີ່ຍັງຄ້າງຢູກາສິໂນຈີນ ໃນພະມ້າ

ສຸພັດຕາ
2023.05.04
ຄວາມຄືບໜ້າ ເຫຍື່ອຄ້າມະນຸດ ທີ່ຍັງຄ້າງຢູກາສິໂນຈີນ ໃນພະມ້າ ເຍົາວະຊົນທີ່ຖືກຂາຍໄປຄ້າມະນຸດ ຫຼັງຈາກໄດ້ຮັບອິສຣະພາບ.
RFA

ນາງ ສຸພັດຕາ ຈາກວິທຍຸ ເອເຊັຽ ເສຣີ ຜແນກພາສາລາວ ໄດ້ມີໂອກາດ ລົມກັບເດັກນ້ອຍລາວ ບາງຄົນ ທີ່ໄດ້ຕິດຄ້າງ ຢູ່ທີ່ນັ້ນ ແລະໄດ້ຮູ້ວ່າ ດຽວນີ້ ຍັງມີເດັກນ້ອຍລາວ ສະເພາະບ່ອນທີ່ລາວເຮັດວຽກຢູ່ນັ້ນ ຍັງລໍຖ້າການຊ່ອຍເຫຼືອ ຈາກທາງການລາວ ແລະທາງການທີ່ກ່ຽວຂ້ອງ ມີຈໍານວນທັງໝົດ 34 ຄົນ, ເພດຍິງ 12 ຄົນ ແລະ ເພດຊາຍ 22 ຄົນ ໃນນັ້ນ ໄປຈາກ ແຂວງຫຼວງນໍ້າທາ 28 ຄົນ, ຈາກ ແຂວງຫຼວງພຣະບາງ 3 ຄົນ ແລະ ຈາກ ແຂວງບໍ່ແກ້ວ 3 ຄົນ.

ເດັກນ້ອຍຄົນນີ້ ຍັງໄດ້ຝາກຄໍາເຕືອນ ຜ່ານທາງ ວິທຍຸ ເອເຊັຽ ເສຣີ ວ່າ:

“ຂໍແຈ້ງຂ່າວນີ້ ໃຫ້ຄົນລາວ ທີ່ມາເຮັດວຽກຢູ່ໄທຍ ໃຫ້ລະວັງ ຈະມີຄົນມາຊອກຕົວະ ຫຼອກລວງ ພາຂ້າມໄປເຂດພະມ້າ. ເຂົາຈະບອກວ່າ ເຮັດວຽກໄດ້ເງິນຫຼາຍຕ່າງໆນາໆ. ຈຶ່ງຂໍຝາກເຕືອນຄົນລາວ ວ່າຫ້າມເຊື່ອ ເພາະບໍ່ຢາກໃຫ້ເຂົາເຈົ້າ ຕົກຢູ່ໃນສະພາບ ແບບດຽວກັບພວກນ້ອງ ເພາະຄົນລາວ ມາເຮັດວຽກຢູ່ໄທຍຫຼາຍ ຢ້ານຖືກຕົວະໄປປະເທດພະມ້້າ ອີກ. ດຽວນີ້ ເຂົາກໍແຮງຢາກໄດ້ຄົນເພີ່ມ ໃຫ້ລະວັງໄວ້.”

ຄໍາຝາກເຕືອນ ຈາກເດັກນ້ອຍລາວ ທີ່ຖືກຕົວະໄປປະເທດພະມ້າ

  • ຂໍໃຫ້ຄົນລາວ ທີ່ເຮັດວຽກຢູ່ໄທຍ ຮູ້ວ່າດຽວນີ້ເຂົາຈະມີຄົນ ຊອກຕົວະ ຫຼອກເອົາຄົນຂ້າມໄປເຂດປະເທດພະມ້າ.
  • ດຽວນີ້ ມີຄົນຢູ່ໄທຍ ຫຼອກລວງເອົາຄົນງານລາວ ໄປຂາຍຢູ່ໃນເຂດປະເທດພະມ້າ ເພາະສ່ວນຫຼາຍ ເຮັດວຽກຢູ່ໄທຍ ແຕ່ສຸດທ້າຍກໍຕົກໄປຢູ່ ໃນເຂດພະມ້າ.
  • ຄົນໄທຍເປັນຄົນຮັບ-ສົ່ງ, ຫົວໜ້າເຂົາເປັນຄົນຈີນ ເປັນຜູ້ຈ່າຍເງິນໃຫ້ເຂົາ.
  • ຄົນທີ່ຖືກຫຼອກໄປພະມ້າ ຖ້າເປັນຄົນຈີນ 1 ຄົນ, ເຂົາຈ່າຍໃຫ້ 1 ແສນ 5 ໝື່ນບາທ. ຫາກແມ່ນຫຼອກຄົນລາວໄປໄດ້ ກໍຈະໄດ້ເງິນ ຄົນ 1 ຕໍ່ 60,000 ບາທ, ບາງຄົນ ກໍ 1 ແສນບາທ.
  • ເຂົາບັງຄັບໃຫ້ເຮົາຫາເງິນ ໃຊ້ຄ່າໂຕເຮົາ ຈົນຄົບໝົດ. ເຂົາຊື້ເຮົາ 1 ແສນບາທ ເຂົາໃຫ້ເຮົາຫາເງິນໃຫ້ເຂົາ 2 ລ້ານບາທ.
  • ພວກຜູ້ຄຸມຄົນຈີນ ຢູ່ໂຮງກາສິິໂນ ເຮັດກັບຄົນງານ ແບບຄືໝູ, ຄືໝາ. ຫາເງິນໃຫ້ເຂົາບໍ່ໄດ້ ເຂົາກໍທຸບກໍຕີ ເຂົາໃຊ້ໄຟຟ້າຊ໊ອດ.

ໃຫ້ລະວັງຢ່າຫຼົງເຊື່ອ

ນອກຈາກນີ້ ວິທຍຸ ເອເຊັຽ ເສຣີ ຍັງໄດ້ຕິດຕໍ່ຫາຄອບຄົວ ຂອງເດັກນ້ອຍລາວ ຢູ່ແຂວງຫຼວງນໍ້າທານໍາດ້ວຍ ເຊິ່ງພວກພໍ່ແມ່ ທີ່ລູກເຕົ້າ ຍັງຕິດຄ້າງ ຢູ່ໂຮງກາສິໂນ ຂອງຈີນ ໃນພະມ້ານັ້ນ ເວົ້າວ່າ ມາຮອດມື້ນີ້ ກໍເປັນເວລາ 6-7 ເດືອນແລ້ວ ທີ່ພວກເພິ່ນລໍຖ້າຟັງຄວາມຄືບໜ້າ ເຣື່ອງການຊ່ອຍເຫຼືອລູກເຕົ້າ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ໄປພະມ້າ ຈາກທາງການລາວ ແລະທາງພາກສ່ວນທີ່ກ່ຽວຂ້ອງ ຢູ່ທຸກມື້ ແຕ່ກໍຍັງບໍ່ມີຫຍັງຄືບໜ້າເທື່ອ ເຊິ່ງທຸກມື້ ທາງພໍ່ແມ່ ຜູ້ປົກຄອງ ມີແຕ່ຄວາມທຸກໃຈ ທໍຣະມານໃຈ ຍ້ອນຄິດຮອດລູກ ເພາະຂາດການຕິດຕໍ່ກັນ ມາໄດ້ຫຼາຍເດືອນແລ້ວ ບາງຄົນເປັນເວລາ 4-5 ເດືອນແລ້ວ ແລະບໍ່ຮູ້ວ່າ ລູກນັ້ນ ເປັນຕາຍຮ້າຍດີ ແນວໃດ.

ເຖິງຢ່າງໃດກໍຕາມ ບັນດາພວກພໍ່ແມ່ ຜູ້ປົກຄອງ ຂອງເດັກນ້ອຍ ຈາກແຂວງຫຼວງນໍ້າທາ ກໍຂໍຝາກຄໍາຮ້ອງຮຽນນີ້ ໄປກັບທາງການລາວ, ໄປຍັງທາງການ ຂອງປະເທດພະມ້າ ຂໍໃຫ້ມີການຊ່ອຍເຫຼືອ ເດັກນ້ອຍເຫຼົ່ານັ້ນໂດຍໄວ ເພາະພວກເຂົາຖືກທໍຣະມານ ນັບມື້ນັບໜັກໜ່ວງ ແລະ ຫວັງວ່າ ພວກເດັກນ້ອຍເຫຼົ່ານັ້ນ ຈະໄດ້ກັບມາ ຫາຄອບຄົວ ໃນເວລາອັນຄວນ ດ້ວຍຄວາມປອດໄພ ທຸກປະການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.