ເຣື້ອງທີ່ເກັບບັນທຶກໄວ້
2024-01-26
ປີ 2023 ມີຄະດີຄ້າມະນຸສເກີດຂຶ້ນ 24 ເຣື່ອງ ໃນນັ້ນ ຈັບຜູ້ຖືກກ່າວຫາຊາວຈີນ ໄດ້ນໍາດ້ວຍ ແລະຊ່ອຍເຫຼືອຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ອີກ 53 ຄົນ ໃນນັ້ນ ຖືກຕົວະໃຫ້ແຕ່ດອງ ກັບຜູ້ຊາຍຈີນ.
2024-01-25
ດ່ານສາກົລບໍ່ເຕັນ ເຂັ້ມງວດກວດຂັນ ເຣື່ອງອອກໄປປະເທດຈີນ ຂອງຍິງລາວ ໂດຍສະເພາະຍິງສາວ ທີ່ອາດຕົກເປັນເຫຍື່ອ ຂອງການຄ້າມະນຸສ ຂະນະທີ່ບັນຫານີ້ ອາດກາຍເປັນຕົ້ນເຫດ ຂອງການຮຽກຮັບຜົລປໂຍດຈ າກແມ່ຍິງຫຼາຍຄົນ ທີ່ຈະເດີນທາງໄປຈີນ.
2024-01-18
ສະຖານທູດລາວ ປະຈໍາພະມ້າ, ກົມຕໍາຣວດສະກັດກັ້ນ ແລະຕ້ານການຄ້າມະນຸສ ແລະ ສະຫະພັນແມ່ຍິງ ຂັ້ນເມືອງ ປະສານໄປຫາທາງການພະມ້າ ເພື່ອຊ່ອຍເຫຼືອ ແມ່ຍິງລາວ ຈໍານວນ 3 ຄົນ ທີ່ຖືກຄ້າມະນຸສ ແລະຮຽກຄ່າໄຖ່ ຢູ່ເມືອງລາ ຣັຖສານ (Shan State) ປະເທດພະມ້າ, ແຕ່ລະບຸວ່າ ເປັນເຣື່ອງທ້າທາຍສຳລັບ ຣັຖບານ ທັງສອງປະເທດ.
2024-01-17
ແມ່ຍິງ ແລະເດັກນ້ອຍແມ່ຍິງລາວ ຈຳນວນນຶ່ ຖືກຕົວະໃຫ້ໄປເຮັດວຽກ ເປັນສາວບໍຣິການ ຢູ່ຮ້ານກິນດື່ມ, ຮ້ານນວດ ແລະ ຮ້ານບັນເທີງ ແຕ່ຖືກກັກຂັງ ໃສ່ກະແຈມື, ທໍຣະມານ ດ້ວຍວິທີການຕ່າງໆ ລວມທັງໃຫ້ກິນເຂົ້າມື້ລະຄາບ, ຖືກຍຶດເງິນທີ່ເຮັດວຽກໄດ້ມາ ແລະຖືກຂາຍຕໍ່ໃຫ້ຜູ້ປະກອບການຈີນ.