ຂ.ເຊກອງ ຍັງມີຍິງສາວ ຖືກຕົວະ ໄປຂາຍ
2019.08.23
ອຳນາດການປົກຄອງ ແຂວງເຊກອງຂອງລາວ ຍັງກວດພົບແມ່ຍິງ ຖືກກຸ່ມຄ້າມະນຸດ ຕົວະຍົວະ ຫລອກລວງໄປຄ້າມະນຸດ ຢູ່ຕ່າງປະເທດ ຍ້ອນມີສາເຫດຫຼາຍຢ່າງ ຮວມທັງທາງການບໍ່ມີງົບປະມານ ໃນການໂຄສະນາ ໃຫ້ຄວາມຮູ້ກ່ຽວກັບ ເຣຶ່ອງການ ຄ້າມະນຸດ, ເຣຶ່ອງຜົນຮ້າຍ ຂອງການຄ້າມະນຸດ ແລະ ການປ້ອງກັນໃຫ້ປະຊາຊົນໄດ້ ຢ່າງທົ່ວເຖິງ, ດັ່ງ ເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານ ປ້ອງກັນການຄ້າມະນຸດ ແຂວງເຊກອງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 22 ສິງຫາ ນີ້ວ່າ:
"ຈຸດນຶ່ງກໍຄືພວກເຮົາບໍ່ໄດ້ເຊື່ອມຊຶມ ວິທີການປ້ອງກັນ ຂອງເຂົາຫັ້ນນ່າ ນິຕິກັມເລື້ອງກົດໝາຍ ອີ່ຫຍັງຕ່າງໆ ກໍຍອມຮັບແທ້ ກໍບໍ່ທັນໄດ້ ລົງໄປອີ່ຫລີ ກະອິງໃສ່ງົບປະມານແດ່ ຜ່ານມາຫັ້ນເຄີຍມີແລ້ວ ເຂົາຫລອກລວງກ່ຽວກັບ ການຄ້າມະນຸດ."
ຜ່ານມາ, ມີແມ່ຍິງ 2 ຄົນ ຢູ່ເມືອງລະມາມ ຖືກຄົນຕົວະຍົວະໄປເຮັດວຽກ ຢູ່ຕ່າງປະເທດ ຍ້ອນພວກເຂົາເຈົ້າທຸກຍາກ ແລະ ບໍ່ຮູ້ເທົ້າ ເຖິງການ ດັ່ງທ່ານກ່າວວ່າ:
"ຢູ່ເມືອງລະມາມຫັ້ນນ່າ ເຂົາຕົວະຍົວະ ໃຫ້ອອກແຮງງານ ແບບວ່າໄປຮັບຈ້າງ ຢູ່ຕ່າງປະເທດ ມີສອງຄົນ ຜູ້ນຶ່ງອັນໂຕນມາໄດ້ ແຕ່ວ່າ ຜູ່ນຶ່ງຫັ້ນບໍ່ໄດ້ ເຂົາໄປຢູ່ໃສກະຍັງບໍ່ຮູ້ ກຳລັງສືບສວນວ່າມັນເປັນແນວໃດ."
ເພື່ອແກ້ໄຂບັນຫາດັ່ງກ່າວ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຮ່ວມກັບກອງເລຂາຄນະກັມມະການ ຕ້ານການຄ້າມະນຸດ ຣະດັບຊາດ ແລະສົມທົບກັບທາງການເມືອງລະມາມ ແລະ ເມືອງທ່າແຕງ ແຂວງເຊກອງ ຈັດກອງປະຊຸມຮ່ວມກັນ ຂຶ້ນໃນມື້ວັນທີ 19 ສິງຫາ ນີ້, ເພື່ອໃຫ້ຄວາມຮູ້ແກ່ແມ່ຍິງ ໃຫ້ມີສະຕິຣະວັງຕົວ ແລະເພື່ອປົກປ້ອງສິດ ແລະຜົນປະໂຫຍດ ຂອງຜູ້ຖືກ ເຄາະຮ້າຍ ຈາກການຄ້າມະນຸດ.
ເຈົ້າໜ້າທີ່ທ່ານດຽວກັນນີ້ ກ່າວຕື່ມອີກວ່າ ແມ່ຍິງຢູ່ເມືອງລະມາມ ແລະເມືອງທ່າແຕງ ເປັນກຸ່ມເປົ້າໝາຍ ທີ່ຈະຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ດັ່ງນັ້ນຈະຕ້ອງໄດ້ມີການປົກປ້ອງ ພວກເຂົາເຈົ້າເອົາໄວ້ໃຫ້ດີ.