ຂ.ອຸດົມໄຊເຂັ້ມງວດການ ແຕ່ງດອງ ກັບຄົນຈີນ

ພູວົງສ໌
2018.12.31
F-HT ເດັກນ້ອຍແມ່ຍິງລາວ ໃນເຂດຊົນນະບົດ ທີ່ຕ້ອງໄດ້ຊ່ອຍວຽກງານ ໃນຄອບຄົວ
RFA/SS

ອຳນາດການປົກຄອງແຂວງອຸດົມໄຊ ເຂັ້ມງວດການໃຫ້ເອກສານແຕ່ງດອງ ກັບຄົນຈີນແບບຖືກຕ້ອງ ຕາມກົດໝາຍ ພາຍຫຼັງທີ່ແມ່ຍິງລາວ ໃນຫຼາຍແຂວງ ຖືກພາໄປຂາຍເຂົ້າ ໂຮງໂສເພນີ, ຖືກທຳຮ້າຍຮ່າງກາຍ ແລະ ຖືກກັກຂັງ ຫຼັງຈາກແຕ່ງດອງ ແລະ ຍ້າຍໄປຢູ່ນຳຜົວ ທີ່ ປະເທສຈີນ, ເຊິ່ງການອອກເອກສານນີ້ ກໍເກີດຂຶ້ນຢູ່ເຂດບ້ານດອນຄຳ, ເມືອງຮຸນ ແຂວງອຸດົມໄຊ.

ເຈົ້າໜ້າທີ່ແຂວງໄດ້ບອກວ່າ ຕ້ອງໄດ້ກວດກາລະອຽດ ຫຼາຍຂັ້ນຕອນ. ດັ່ງຄວາມເວົ້າຂອງເຈົ້າໜ້າທີ່ ທ້ອງຖິ່ນຜູ້ບໍ່ປະສົງອອກຊື່ ປະຈຳ ເມືອງຮຸນ ແຂວງອຸດົມໄຊ ໄດ້ກ່າວຕໍ່ຜູ້ສື່ຂ່າວເອເຊັຽເສຣີ ໃນມື້ນີ້ວ່າ:

“ມີຫຼາຍ ຜູ້ທີ່ວ່າເອົາຜົວຈີນນີ້ນ່າ ໝ້ອງ 10 ປາຍປີເຖິງ 20 ນີ້ແຫຼະ 3 ຄູ່ເນາະ ລະຍັງມີຄູ່ນຶ່ງ ເອກສານຍັງບໍ່ທັນແລ້ວເນາະ ຄາເອກສານ ຢູ່ ປກສ ແຂວງນີ້ແຫຼະ ເພາະວ່າທາງຈີນ ຂະເຈົ້າກະໄລ່ ເນາະ ໄລ່ນຳໄປປະກອບເອກສານ ໃຫ້ມັນຖືກຕ້ອງ ເອກສານແຕ່ງດອກນີ້ຍາກ ພາກສ່ວນທີ່ວ່າເອົາຜົວຈີນ ນີ້ຍາກ ມາຄາຢູ່ແຂວງນີ້ແຫຼະ. ມີທາງສພາແຫ່ງຊາຕເຂດເລືອກຕັ້ງທີ 14 ເນາະ ຂອງ ແຂວງອຸດົມໄຊກະລົງມາ ກັບເມືອງຫັ້ນນ່າ ກະໄດ້ລົງມາໂຄສະນາ."

ທ່ານກ່າວຕື່ມວ່າ ການແລ່ນເອກສານແຕ່ງດອງນັ້ນຍາກຫຼາຍ ຕ້ອງຜ່ານການອະນຸມັດ ຈາກອຳນາດການປົກຄອງ ທັງຂັ້ນບ້ານ, ເມືອງແລະ ແຂວງ. ປະຈຸບັນ, ບ້ານດອນຄຳ ກໍມີຄົນຈີນຈຳນວນນຶ່ງ ທີ່ມາເອົາແມ່ຍິງລາວເປັນເມັຽ, ເຖິງວ່າຈະແລ່ນເອກສານເປັນເດືອນແລ້ວ, ແຕ່ກໍ ຍັງບໍ່ທັນໄດ້ຍັງໄປຕິດຢູ່ທີ່ ປກສ ແຂວງ ຍ້ອນມີການກວດສອບຫຼາຍຂັ້ນຕອນ. ຄົນຈີນກຸ່ມດັ່ງກ່າວ ເຄີຍພາກັນໄປຈີນ ແລ້ວເທື່ອນຶ່ງ, ໂດຍມີແຕ່ພາສປອດ, ແຕ່ທາງການຈີນເອງ ກໍໄດ້ເຂັ້ມງວດເຣື້ອງນີ້ ແລະ ໄລ່ກັບມາເຮັດເອກສານໃຫ້ຖືກຕ້ອງ.

ເຖິງວ່າທາງການແຂວງ ແລະ ສະມາຊິກສະພາແຫ່ງຊາຕແຂວງອຸດົມໄຊ ຈະລົງໂຄສະນາ ໃຫ້ຄວາມຮູ້ເຣື້ອງ ການຄ້າມະນຸສ ແລະ ເຂັ້ມງວດຕໍ່ການອອກເອກສານ ແຕ່ງດອງກັບຄົນຈີນ ແລ້ວກໍຕາມ, ແຕ່ໃນບ້ານດອນຄຳ ແລະ ໃນຫຼາຍໆບ້ານຢູ່ເມືອງຮຸນ ກໍຍັງມີ ຄວາມສ່ຽງຢູ່ ຍ້ອນວ່າສ່ວນຫຼາຍປະຊາຊົນ ຍັງມີຄວາມທຸກຍາກ ແລະ ບໍ່ມີວຽກເຮັດງານທຳ, ຈຶ່ງຍັງມີຊ່ອງຫວ່າງ ໃຫ້ຄົນຈີນທີ່ຄຶດບໍ່ດີ ມາຊອກຕວົະຍວົະໄປຈີນໄດ້ຢູ່. ເຊັ່ນດຽວກັບແມ່ຍິງເຜົ່າມົ້ງ ບ້ານຈະເຣີນ ເມືອງຜົ້ງສາລີ ທີ່ປະຈຸບັນ ເຈົ້າໜ້າທີ່ຍັງບໍ່ສາມາດຊອກຫາໂຕ ແມ່ຍິງລາວ ອາຍຸປະມານ 20 ປາຍປີ ທີ່ຖືກຄົນຈີນພາໄປຈີນ ນັ້ນໄດ້ເທື່ອ ທັງໆທີ່ຫາຍໄປເດືອນປາຍແລ້ວ. ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ປະຈຳເມືອງຜົ້ງສາລີ ໄດ້ກ່າວ ໃນມື້ດຽວກັນວ່າ:

“ຢູ່ບ້ານຈເຣີນນີ້ ມີຜູ້ນຶ່ງຫັ້ນນ່າ. ແມ່ຍິງຜູ້ນຶ່ງ ມີຜົວທີ່ວ່າເຂົາຮູ້ຈັກຄົນຈີນ ແລ້ວເຂົາເຫັນໜ້າ ເຂົາເອົາໄປແລ້ວ ໄປລະກະບໍ່ດົນນ່າ. ເຂົາ ຣາຍງານໃຫ້ທາງເຈົ້າໜ້າທີ່ ແຂວງ ຈັກວ່າເຂົາຊອກໄດ້ ຫຼືບໍ່ໄດ້ບຸນີ້ນ່າ. ຄືຊິແມ່ນ 20 ປາຍແລ້ວເດ. ຄືຊິແມ່ນຄົນຕ່າງປະເທສເພິ່ນມາ ລະກະລັກເອົາໄປ, ແຕ່ວ່າອັນນັ້ນຈັບໄດ້ ຫຼືບໍ່ໄດ້ບໍ່ຮູ້ນ່າ. ໂຕນີ້ ກໍຄືວ່າແລ້ວ ເຣື້ອງປະຊາຊົນກໍບໍ່ມີວຽກເຮັດງານທຳ”.

ທ່ານກ່າວຕື່ມວ່າ ເຖິງວ່າຜ່ານມາໃນເຂດບ້ານຈະເຣີນ, ບ້ານສົບກັ້ງ ແລະ ບ້ານຕາຕຸງ ທີ່ຢູ່ນຳກັນ ຈະມີກໍຣະນີຄ້າມະນຸສໄປຈີນບໍ່ຫຼາຍ, ແຕ່ກໍເປັນເຂດທີ່ສ່ຽງ ຍ້ອນເດັກນ້ອຍແມ່ຍິງເກືອບ 200 ຄົນ ບໍ່ໄດ້ຮຽນສູງ ແລະ ມີຊີວິຕການເປັນຢູ່ທີ່ທຸກຍາກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.