ຂ.ອຸດົມໄຊເຕືອນລະວັງ ກຸ່ມ ຄ້າມະນຸດ

ສິດນີ
2017.07.21
f-oudomxay ກອງບັນຊາການ ປ້ອງກັນຄວາມສງົບ ແຂວງ ອຸດົມໄຊ
RFA/NY

ທາງການແຂວງອຸດົມໄຊ ໄດ້ຕັກເຕືອນ ປະຊາຊົນ ບໍ່ໃຫ້ຫລົງເຊື່ອ ຄົນແປກຫນ້າ ຄົນຕ່າງດ້າວ ຫຼືຄົນຈີນ ທີ່ອາດຈະເປັນກຸ່ມ ຄ້າມະນຸດ ທີ່ເຂົ້າມາ ຕົວະຍົວະ ເອົາຄົນໄປຈິນ, ຫລັງຈາກ ທີ່ຜ່ານມາ ມີແມ່ຍິງຊົນເຜົ່າ ຫລາຍຄົນ ຕົກເປັນເຫຍື່ອ ຂອງກຸ່ມຄ້າມະນຸດ ຢູ່ຈີນ ຊຶ່ງ ທາງເຈົ້າຫນ້າທີ່ ສາມາດຊ່ອຍ ກັບມາໄດ້ສອງຄົນ. ຕາມການເປີດເຜີຍ ຂອງເຈົ້າຫນ້າທີ່ ແຂວງອຸດົມໄຊ ໃນວັນທີ 20 ກໍຣະກະດາ ນີ້:

"ທາງເຮົາກໍໄດ້ວາງໂຄສະນາເນາະ ບໍ່ໃຫ້ຫລົງເຊື່ອຫັ້ນແຫລະ ກໍຂຶ້ນແຜນເນາະ ໃນຣະຍະຜ່ານມາ ກໍສາມາດຊ່ອຍເຫລືອ ຜູ້ເຄາະຮ້າຍ ກັບມາຈາກຈີນໄດ້ ຈຳນວນນຶ່ງຫັ້ນນ່າ ປີນີ້ຖືວ່າແມ່ນ ສອງຄົນ ທີ່ວ່າຖືກຫລອກໄປຈີນເນາະ ໄປສປຈີນນີ້ ເປັນການທີ່ວ່າ ເອົາໄປແລ້ວ ໄປຂາຍ ທີ່ປະເທດຈີນ ຜູ້ເອົາໄປຂາຍ ກໍຖືວ່າບໍ່ໄດ້ ເນາະ ມີແຕ່ເຮົາໄດ້ ແຕ່ຜູ້ທີ່ເຄາະຮ້າຍ ເນາະ".

ໃນການໂຄສະນາຕ້ານການຄ້າມະນຸດ ເຈົ້າຫນ້າທີ່ກ່ຽວຂ້ອງ ໄດ້ເຕືອນຊາວບ້ານ ໃນຫລາຍເມືອງ ເປັນຕົ້ນຊົນເຜົ່າ ໃນເຂດ ຊົນນະບົດ ຫ່າງໄກ ເນື່ອງຈາກວ່າ ແມ່ຍີງລາວ ທີ່ຖືກຕົວະຍົວະ ໄປຈີນນັ້ນ ສ່ວນໃຫຍ່ ແມ່ນຊົນເຜົ່າ. ບາງຄົນອາຍຸ ບໍ່ຮອດ 20 ປີ.

ກຸ່ມຄ້າມະນຸດ ມັກຈ້າງນາຍຫນ້າຄົນລາວ ມາຕົວະຍົວະ ໃຫ້ແຕ່ງງານ ຫລັງຈາກນັ້ນ ກໍໄປຂາຍຕໍ່ ໃຫ້ຄົນຈີນ ໃນບາງກໍຣະນີ ເຈົ້າຫນ້າທີ່ ບອກວ່າ ເປັນຄົນເຜົ່າມົ້ງ ຈາກຈີນ ມາຕົວະຍົວະ ແມ່ຍິງຄົນມົ້ງລາວ ໄປຂາຍຕໍ່ໃນຈີນ. ທ່ານວ່າເຂດທີ່ສ່ຽງຕໍ່ ການຄ້າມະນຸດ ຢູ່ແຂວງ ອຸດົມໄຊ ໃນທຸກມື້ນີ້ ແມ່ນເມືອງໄຊ ເມືອງນາຫມໍ້ ແລະເມືອງຮຸນ:

"ເຜົ່າມົ້ງເນາະ ມີຄວາມສ່ຽງຫັ້ນແຫລະ ສ່ວນຫລາຍຈະມີແຕ່ ເຜົ່າມົ້ງ ທີ່ວ່າເຄີຍຖືກຫັ້ນນ່າ ຖືວ່າມີສາມເມືອງ ມາແບບທີ່ວ່າ ເຂົາເປັນບາງ ເທື່ອ ຈະລົມກັນແບບ ອ້າຍນ້ອງເນາະ ຊວນກັນໄປຫລິ້ນ ແລ້ວກໍເອົາກັນ ໄປຂາຍເລີຍຫັ້ນນ່າ ສົ່ງໃຫ້ຄົນຈີນເລີຍ ຂະເຈົ້າຊາຍແດນຫຼວງ ນ້ຳທາ ຊາຍແດນບໍ່ເຕັນ ມັນຈະເປັນ ຊາຍແດນ ທີ່ຕິດຕໍ່ ກັບຈີນ".

ກຸ່ມຄ້າມະນຸດສ່ວນໃຫຍ່ ຈະເອົາແມ່ຍິງລາວ ເຂົ້າໄປຈີນ ບໍ່ຜ່ານດ່ານສາກົນ ຂະເຈົ້າຈະໃຊ້ ເສັ້ນທາງປ່າ ທີ່ບໍ່ມີເຈົ້າຫນ້າທີ່ ເຝົ້າຍາມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.