ທາງການເຕືອນນັກຮຽນຍິງ ລະວັງ ກຸ່ມ ຄ້າມະນຸດ
2017.03.28
ເຈົ້າໜ້າທີ່ຕ້ານການຄ້າມະນຸດ ແຂວງຫລວງພຣະບາງ ໄດ້ລົງພື້ນທີ່ ຈັດຝຶກອົບຮົມ ວຽກງານ ຕ້ານການຄ້າມະນຸດ ໃຫ້ນັກຮຽນຍິງ ຢູ່ໂຮງ- ຮຽນ ເມືອງຊຽງເງິນ ຫລັງຈາກພົບວ່າ ນັກຮຽນຍິງຈຳນວນນຶ່ງ ທີ່ຮູ້ເທົ້າບໍ່ເຖິງການ ມັກອອກໂຮງຮຽນ ໄປແຕ່ງງານກັບຄົນຈີນ ທີ່ສ່ຽງຕໍ່ ການທີ່ເຂົາເຈົ້າຈະຖືກຕົວະ ໄປຄ້າມະນຸດຢູ່ປະເທດຈີນ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ແຂວງ ທ່ານນຶ່ງ ຕໍ່ເອເຊັຽເສຣີ ໃນວັນທີ 27 ມິນາ ນີ້ວ່າ:
"ອັນໂຮງຮຽນເຂດຊົນນະບົດນີ້ ເພິ່ນກໍລົງມາເຜີຍແຜ່ໃຫ້, ທາງຂັ້ນເທິງ ເຂົາເຈົ້າກໍໄດ້ເຜີຍແຜ່ເດ້, ສິດທິມະນຸດ ມາເຜີຍແຜ່ ການຄ້າມະນຸດ ມາເຜີຍແຜ່ຂະເຈົ້າກໍຢ້ານ, ຕໍາຣວດພົວພັນກັບພາກສ່ວນ ກ່ຽວຂ້ອງຫັ້ນ ເອົາເອກກະສານ ເອົາຂໍ້ມູນມີຫຍັງ ມາເຜີຍແຜ່ ໃຫ້ນັກຮຽນຈັ່ງຊີ້ນະ ໝົດເຊົ້າເລີຍຕັ້ງແຕ່ 8 ໂມງ ຮອດ 11 ໂມງເຄິ່ງ".
ການສະກັດກັ້ນ ບໍ່ໃຫ້ນັກຮຽນຍິງ ຕົກເປັນເຫຍື່ອ ກຸ່ມຄ້າມະນຸດຈີນນີ້, ຕຳຣວດແລະຂະແໜງການກ່ຽວຂ້ອງ ໄດ້ກະຈາຍ ກຳລັງເຈົ້າໜ້າທີ່ ໄປຕາມໂຮງຮຽນມັທຍົມ ກວ່າ 10 ແຫ່ງ, ຢູ່ເຂດຫ່າງໄກ ແລະ ເຂດເທສບານ ເມືອງຊຽງເງິນ ເພື່ອໃຫ້ຄວາມຮູ້ ແກ່ນັກຮຽນຍິງ ອາຍຸແຕ່ 14 ຫາ 18 ປີ ເພື່ອບໍ່ໃຫ້ເຂົາເຈົ້າ ຫລົງເຊື່ອຄົນລາວ ທີ່ເປັນຄົນແປກໜ້າ ແລະ ຄົນຈີນ ທີ່ເຂົ້າມາທ່ຽວ ແລະ ກັມມະກອນຈີນ ທີ່ເຂົ້າມາ ພົວພັນ ແບບແຕ່ງງານ ຫລື ຊັກຊວນໄປ ທ່ຽວຫລິ້ນ ປະເທດຈີນ. ອີງຕາມຂໍ້ມູນ ຢັ້ງຢືນຂອງ ເຈົ້າໜ້າທີ່.
ການຝຶກອົບຮົມ ແມ່ນເນັ້ນໃຫ້ ຮຽນຮູ້ ທີ່ໄປທີ່ມາ ແລະ ໃຫ້ນັກຮຽນ ນຳເອົາໄປບອກເຕືອນ ຄົນຢູ່ໃນຄອບຄົວ ຂອງຕົນ, ດັ່ງເຈົ້າໜ້າທີ່ ກ່າວວ່າ:
"ໂຮງຮຽນໄດ້ຂຽນໃບສະເໜີໄປ ເພິ່ນກໍລົງມາເຜີຍແຜ່ໃຫ້ ເຜີຍແຜ່ໃຫ້ນັກຮຽນຈັ່ງຊີ້ນະ ດຽວນີ້ແທ້ກໍລົດລົງແລ້ວ ບໍ່ຄ່ອຍໄດ້ຍິນ ອອກໂຮງຮຽນ ແລ້ວ ຊ້ວງນີ້ ຄັນວ່າ ຂະເຈົ້າໄດ້ຟັງ ໄດ້ອີ່ຫຍັງ ຈັ່ງຊີ້ນະ ຂະເຈົ້າ ກໍພໍຮູ້ ທີ່ມາທີ່ໄປ ຢ້ານອີ່ຫຍັງ ແລ້ວບອກນ້ອງ ບອກນຸ່ງ ອີ່ຫຍັງຕໍ່ໆໄປ ໃຫ້ມີສະຕິ ປະມານນີ້".
ໃນປີ 2016 ທີີ່ຜ່ານມາ ມີນັກຮຽນຍິງ ປະມານ 20 ຄົນ ຢູ່ເມືອງຊຽງເງິນ ອອກໂຮງຮຽນ ໄປເອົາຜົວຄົນຈີນ ແລະ ໄປຢູ່ຈີນກັບຜົວ, ຊຶ່ງ ໃນນັ້ນ ມີຈຳນວນນຶ່ງ ຄອບຄົວ ບໍ່ສາມາດຕິດຕໍ່ ຫາໄດ້ເລີຍ.