ຍິງສາວລາວຍັງມີຄວາມສ່ຽງ

ຈໍາປາທອງ
2018.10.18
F-HT ຄອບຄົວຄົນງານລາວ 8 ຄົນ ທີ່ຕົກເປັນຜູ້ເຄາະຮ້າຍ ຂອງການຄ້າມະນຸດ ຢູ່ໄທ
RFA/TP

ການຄ້າມະນຸດ ເປັນບັນຫານຶ່ງ ທີ່ເກິີດຂຶ້ນຢ່າງຕໍ່ເນື່ອງໃນ ສປປລາວ, ໃນນັ້ນມີຄົນງານລາວ ນັບໝຶ່ນຄົນ ກຳລັງສ່ຽງຕໍ່ການທີ່ຈະຕົກເປັນ ເຫຍື່ອ ຂອງການຄ້າມະນຸດ ໂດຍສະເພາະ ຜູ້ທີ່ໄປເຮັດວຽກຢູ່ປະເທສໄທແລະຈີນ, ດັ່ງ ພັນໂທ ຈັນເພັດ ໄຊສົມບູນ ຮອງຫົວໜ້າກົມ ຕຳຣວດສະກັດກັ້ນ ແລະຕ້ານການຄ້າມະນຸດ ໄດ້ຣາຍງານໃນກອງປະຊຸມ ຕ້ານການຄ້າມະນຸດ ປະຈຳປີ 2018 ນີ້ວ່າ ການຄ້າມະນຸດ ແຜ່ລາມໄປທົ່ວປະເທດ ດ້ວຍການຕົວະ ຫຼອກລວງຫຼາຍໃນຮູບແບບ ເຊັ່ນການແຕ່ງດອງແອບແຝງ,  ໄປຂາຍເຄື່ອງ, ເສີບອາຫານ ຊຶ່ງປະກົດການນີ້ ເກີດຂຶ້ນຫຼາຍ ກວ່າໝູ່ ໃນແຂວງຫົວພັນ, ບໍລິຄຳໄຊ, ນະຄອນຫຼວງວຽງຈັນ, ບໍ່ແກ້ວ ແລະແຂວງຊຽງຂວາງ.

ປັດຈຸບັນ ຄົນງານລາວໃນໄທ ມີ 7,000 ຄົນ ແລະ ຢູ່ຈີນ 3,000 ຄົນ ມີຄວາມສ່ຽງ ທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດ.

ບັນຫາດັ່ງກ່າວ ທາງການ ສປປລາວ ພວມເລັ່ງໃຫ້ແຕ່ລະໜ່ວຍງານ ທີ່ກ່ຽວຂ້ອງໃນທົ່ວປະເທດ ຮັບຮູ້ເຖິງແນວທາງ ແລະການສະກັດກັ້ນ ແລະຕ້ານການຄ້າມະນຸດ ແລະໃຫ້ປະຊາຊົນ ມີສະຕິຣະວັງຕົວ ຕໍ່ການຕົວະຍົວະຫລອກລວງ. ດັ່ງເຈົ້າໜ້າທີ່ ສະກັດກັ້ນ ແລະຕ້ານການ ຄ້າມະນຸດ ແຂວງຊຽງຂວາງ ເວົ້າວ່າ:

"ພວກທີ່ຄ້າມະນຸດມັນເຮັດຫຼາຍແບບ ເນາະວິທີນຶ່ງກໍແມ່ນແຕ່ງງານ ແບບແອບແຝງ ແບບສູ່ຂໍໝັ້ນໝາຍກັນນີ້ແຫຼະ ວິທີທີ່ສອງກໍແມ່ນ ຕົວະຍົວະ ແບບວ່າໄປຢູ່ ຮ້ານອາຫານບໍ່ນີ້ນ່າ ໄປເຮັດວຽກ ຢູ່ຕ່າງປະເທດ ສາມມາກໍລັກໄປ ມັນມີສອງສາມແບບນີ້ລະ ຢູ່ຊຽງຂວາງ ເຮົາຍາກໂຕນີ້ນ່າ ຫາກເວລາໄປ ສຶກສາອົບຮົມ ຂະເຈົ້າ, ຂະເຈົ້າກໍວ່າສິບໍ່ໄປຫັ້ນແຫຼະ ວ່າສິບໍ່ເຮັດນ່າ ເວລາເຮົາເວົ້າຂະເຈົ້າກໍ່ຢ້ານ ຈຳນວນນຶ່ງ, ຈຳນວນນຶ່ງຂະເຈົ້າ ກໍ່ຍັງໄປຢູ່ຄືເກົ່າຫັ້ນນ່າ."

ພ້ອມກັນນັ້ນ ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງບໍລິຄໍາໄຊ ກໍເວົ້າວ່າ ພົບກັບຄວາມຫຍຸ້ງຍາກຫລາຍ ໃນການສະກັດກັ້ນ ການຄ້າມະນຸດ ເປັນຕົ້ນຍ້ອນ ຄວາມທຸກຍາກ ຂອງປະຊາຊົນ, ຍ້ອນມີການຕົວະຍົວະ ຫລອກລວງຫລາຍຮູບແບບ, ໂດຍສະເພາະ ການແຕ່ງດອງ ແອບແຝງ:

"ແຂວງເຮົານີ້ເປັນແຂວງເຜົ່າ ຕ້ອງໄດ້ສຸມໃສ່ການໃຫ້ຄວາມຮູ້ ປະຊາຊົນ ການຫຼຸດຜ່ອນຄວາມທຸກຍາກ ຂອງປະຊາຊົນ ພວກເຮົາກໍ່ໄດ້ ລົງເຂດຫ່າງໄກສອກຫຼີກພຸ້ນ ເຂດຊາຍແດນວຽດນາມ ພວກເຮົາກໍລົງໄປ ເພາະວ່າມັນຫຼາຍ ອັນປະກົດການຫຍໍ້ທໍ້ ໂດຍສະເພາະ ແຕ່ງດອງກັບຄົນຕ່າງປະເທດ ເຂົາຈະວ່າໃຫ້ເງິນຄ່າດອງ ຫຼາຍກໍວ່າຍ້າຍໄປຢູ່ ບ້ານເຂົາ ໂຕນີ້ເຮົາໃຫ້ຄວາມຮູ້ ປະກົດການ ຈັກມີບໍ່ມີ ບາງຄັ້ງມັນກໍ່ມີຢູ່ຫັ້ນນ່າ ເຮົາກໍຍົກຕົວຢ່າງໃຫ້ຟັງ ບ່ອນນັ້ນບ່ອນີ້ ເອົາໄປແລ້ວໄປຢູ່ ປະເທດເຂົາແລ້ວ ເຂົາກໍ່ເອົາໄປຂາຍ ແຮ່ງເປັນ ແຮງງານດິບ ບັດນີ້ ເຮົາກໍໄດ້ເວົ້າ."

ເຖິງແນວໃດກໍຕາມ ຕະຫຼອດປິ 2018 ນີ້ ທາງການລາວ ກໍເວົ້າວ່າ ພຍາຍາມໂຄສະນາ ໃຫ້ປະຊາຊົນຮູ້ເຖິງຜົລຮ້າຍ ທີ່ເກີດຈາກການ ຄ້າມະນຸດ, ເຖິງການປ້ອງກັນ ແລະຕ້ານການຄ້າມະນຸດ ໃນຂອບເຂດທົ່ວປະເທດ ໂດຍສະເພາະ ແມ່ນເນັ້ນໜັກ ໃສ່ແມ່ຍິງ ທີ່ຢູ່ຕາມ ເຂດຊົນນະບົດ ຂອງແຂວງຕ່າງໆ ຊຶ່ງມີຄວາມສ່ຽງສູງ ຕໍ່ການທີ່ຈະຕົກເປັນເຫຍື່ອ ຂອງການຄ້າມະນຸດນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.