ດານຊາຍແດນຈະເຂັ້ມງວດ ແມ່ຍິງ ຂ້າມໄປ ໄທ

ອຸ່ນແກ້ວ ສຸກສະຫວັນ
2017.10.15
F-immigration ດ່ານກວດຄົນ ເຂົ້າ-ອອກ ເມືອງ
RFA/LX

ເຈົ້າໜ້າທີ່ກວດຄົນເຂົ້າເມືອງ ຢູ່ເຂດດ່ານຂົວມິດຕະພາບ ພາກກາງຂອງລາວ ຈະກວດກາແມ່ຍິງລາວ ທີ່ຈະຂ້າມໄປຝັ່ງໄທ ເພື່ອປ້ອງກັນ ບໍ່ໃຫ້ແມ່ຍິງ ອາຍຸຕ່ຳກວ່າ 20 ປີ ໄປເຮັດວຽກຢູ່ໄທ ແບບບໍ່ມີ ໃບອະນຸຍາດເຮັດວຽກ. ດັ່ງເຈົ້າໜ້າທີ່ ປະຈຳດ່ານ ທ່ານນຶ່ງຢູ່ຝັ່ງລາວ ໄດ້ ກ່າວໃນວັນທີ 11 ຕຸລາ ວ່າ:

"ພວກເຮົາຢູ່ທາງຊາຍແດນພາກໃຕ້ນີ້ ຕໍມໍແຕ່ລະຕໍມໍເນາະ ຊິສະກຣິນກ່ອນ ໃຫ້ເຂົ້າຫັ້ນນະ ຖ້າເປັນເດັກກໍຊິມີການປະຕິເສດ ການເຂົ້າເມືອງ ຂະເຈົ້າບໍ່ໄດ້ເຮັດ ບັດແຮງງານ ອີ່ຫຍັງ ໄປຫັ້ນນ່າ ຈະເຮັດພາສປອດໄປ ແລ້ວ ກໍໄປທ່ອງທ່ຽວ ແລ້ວ ກໍໄປເຮັດງານ ເລີຍຈັ່ງຊິນ່າ ສ່ວນ ຫລາຍຂະເຈົ້າ ເຮັດແບບນັ້ນໄປ".

ທ່ານ ບອກວ່າ ການກວດການີ້ ມີຂຶ້ນຫລັງຈາກແມ່ຍິງລາວ ອາຍຸຕ່ຳກວ່າ 20 ປີ ມັກຂ້າມໄປໄທ ແລະຂ້າມໄປແລ້ວ ກໍໄປເຮັດວຽກແບບ ບໍ່ມີໃບ ອະນຸຍາດ ແລະ ເຈົ້າໜ້າທີ່ ກໍພຍາຍາມ ກວດກາຢ່າງເຂັ້ມງວດແລ້ວ ແຕ່ບາງຄົນກໍອາດຈະເລັດລອດໄປໄດ້ ສະນັ້ນທາງດ່ານກໍ ຈະມີການກວດກາ ໃຫ້ເຂັ້ມງວດ ຫລາຍກວ່າເກົ່າ.

ສ່ວນກໍຣະນີແມ່ຍິງ 23 ຄົນ ທີ່ຖືກຈັບຢູ່ ແຂວງຊົນບູລີຂອງໄທ ເຈົ້າໜ້າທີ່ບອກວ່າ ເຈົ້າໜ້າທີ່ຕຳຣວດໄທ ຕ້ອງການຜັກດັນ ກັບປະເທດ ເພາະຖ້າວ່າ ບໍ່ຜັກດັນ ເຈົ້າໜ້າທີ່ ຝ່າຍລາວ ກໍເຮັດຫຍັງບໍ່ໄດ້, ແຕ່ເຈົ້າໜ້າທີ່ ກໍເຮັດຫຍັງໃຫ້ ເຂົາເຈົ້າບໍ່ໄດ້ ຍ້ອນວ່າ ເຂົາເຈົ້າອາຍຸເກີນ 20ປີ ແລ້ວ. ດັ່ງທ່ານກ່າວຕື່ມອີກວ່າ:

"ເຮົາບັງຄັບບໍ່ໃຫ້ເຂົາເຈົ້າໄປບໍ່ໄດ້ນ່າ ເປັນຜູ້ໃຫຍ່ ກໍຊິເຂົ້າໄປເລີຍ ເຂົາເຈົ້າສົ່ງກັບມີ້ກີ້ນັ້ນ ກໍໜ້າຈະດີ ແຕ່ວ່າເຂົາເຈົ້າບໍ່ສົ່ງກັບ ເຮົາກໍຕິດ ຕາມຂ່າວ ຂະເຈົ້າຢູ່ ທາງພວກເຮົາມີແຕ່ ໂຄສະນາໃຫ້ຄວາມຮູ້ ຂະເຈົ້າ ເມື່ອເຂົາເຈົ້າ ປະສົບບັນຫາ ຖ້າປະສົບບັນຫາ ແລ້ວພວກເຮົາ ກໍຈະມີ ການຊ່ວຍເຫລືອ ເຂົາເຈົ້າ".

ເຈົ້າໜ້າທີ່ກ່າວອີກວ່າ ປັດຈຸບັນ ແມ່ຍິງລາວ ຈຳນວນນຶ່ງ ຍັງຂ້າມມາໄທເລື້ອຍໆ ເພື່ອຊອກວຽກເຮັດ ແລະ ບາງຄົນກໍມາເຮັດວຽກ ແບບ ບໍ່ມີໃບອະນຸຍາດ ເຮັດວຽກ ແລະ ສ່ຽງທີ່ຈະຕົກເປັນ ເຫຍື່ອການຄ້າມະນຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.