ຄົນງານລາວທວງໜີ້ນາຍຈ້າງ ໄທ
2015.10.08
ປັດຈຸບັນ ຄົນງານ ລາວ ທີ່ ຖືກຫຼອກ ໄປເຮັດວຽກ ຢູ່ ເຮືອປະມົງ ຂອງໄທ ຢູ່ ປະເທດ ອິນໂດເນເຊັຽ ຊຶ່ງ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຂອງໄທ ຊ່ອຍ ໃຫ້ໄດ້ ກັບ ສປປລາວ ແລ້ວນັ້ນ ຢາກໄດ້ ຄ່າ ແຮງງານ ຈາກ ເຈົ້າຂອງ ເຮືອ ປະມົງ ໄທ.
ໃນ ເຣຶ້ອງນີ້ ເອເຊັຽ ເສຣີ ໄດ້ຖາມເຖິງ ຄວາມ ຄືບໜ້າ ຂອງການ ຟ້ອງຮ້ອງ ນັ້ນ ຈາກ ຍານາງ ປະຕິມາ ຕັ້ງປັດຍາກູນ ຫົວໜ້າ ມູນນິທິ ເຄືອຂ່າຍ ສົ່ງເສີມ ຄຸນນະພາບ ຊີວິດ ແຮງງານ ຂອງໄທ ຊຶ່ງ ໄດ້ ເຂົ້າຮ່ວມ ປະຊຸມ ກັບ ທາງການ ລາວ ແລະ ອົງການ ຈັດຕັ້ງ ທາງສັງຄົມ ກ່ຽວກັບ ການ ຄ້າມະນຸດ ທີ່ ນະຄອນຫຼວງ ວຽງຈັນ ນັ້ນ ແລະ ໄດ້ຮັບ ຄຳຕອບ ວ່າ ຍັງຢູ່ໃນ ຂັ້ນຕອນ ຮຽກຮ້ອງ ຄ່າ ເສັຽຫາຍ ຈາກ ນາຍຈ້າງ, ສ່ວນ ທາງການ ລາວ ແມ່ນ ຕ້ອງການ ໃຫ້ ດຳເນີນ ຄະດີ ການ ຄ້າມະນຸດ ກັບຜູ້ ກະທຳຜິດ ຊຶ່ງ ອາຈ ໃຊ້ເວລາ ອີກດົນ:
"ໄດ້ໄປ ປຶກສາກັບ ໜ່ວຍງານ ຂອງ ທາງການ ລາວ ແລະ ນັດ ລູກເຮືອ ທີ່ໄດ້ ກັບມາ ບ້ານ 4 ຄົນ ມາປຶກສາ ຫາລື ເຣຶ່ອງ ການ ຮຽກຮ້ອງ ເອົາ ຄ່າຈ້າງ ຊຶ່ງ ອົງການ ຂອງຍານາງ ຈະເປັນຜູ້ ປະສານ ກັບ ນາຍຈ້າງ ໃຫ້. ແຕ່ເຣຶ່ອງ ຄະດີ ອາຍາ ການ ຄ້າມະນຸດ ນັ້ນ ເປັນເຣື່ອງ ອື່ນ ຊຶ່ງ ຈະຕ້ອງ ດຳເນີນການ ຕາມ ທີຫລັງ".
ຍານາງ ກ່າວ ຕໍ່ໄປວ່າ ທ້າຍເດືອນ ຕຸລາ ນີ້ ໜ້າຈະ ຮູ້ຜົລວ່າ ນາຍຈ້າງ ຄົນໄທ ນັ້ນ ຈະຈ່າຍ ຄ່າ ແຮງງານ ໃຫ້ ລູກຈ້າງ ເທົ່າໃດ. ສ່ວນ ເຣື້ອງ ທີ່ ຈະ ດຳເນີນ ຄະດີ ອາຍາ ນັ້ນ ຍັງ ຫຍຸ້ງຍາກ ຢູ່ ຍ້ອນ ເປັນເຣຶ້ອງ ຣະຫວ່າງ ປະເທດ. ຍານາງ ເວົ້າວ່າ ປັດຈຸບັນ ຄົນງານ ລາວ ທັງ 4 ຄົນ ທີ່ ມູນນິທິ ຊ່ອຍມາໄດ້ ກໍມີ ສຸຂພາບ ແລະ ຈິດໃຈ ດີຂຶ້ນ ແລ້ວ.
ປັດຈຸຍັນ ນີ້ ຄາດວ່າ ມີ ຄົນງານ ລາວ ທີ່ ເຮັດວຽກ ໃນເຮືອ ປະມົງ ໄທ ໃນເຂດ ນ່ານນ້ຳ ອິນໂດເນເຊັຽ ປະມານ 700 ຫາ 800 ຄົນ ຊຶ່ງ ໃນນັ້ນ ອາດມີທັງ ຜູ້ສມັກໃຈ ແລະ ຖືກ ລັກພາຕົວໄປ.